ທ່ານ John Kerry ສົ່ງພອນປີໃໝ່
2013.04.15

ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ທ່ານ John Kerry ສົ່ງຄໍາອວຍພອນ ປີໃຫມ່ ໃຫ້ ສປປ ລາວ ສໍາລັບ ປີ 2013 ໃຫ້ເປັນປີ ທີ່ ຣາບຣື້ນ.
ໃນວາຣະ ວັນ ປີໃຫມ່ລາວ ປີ 2013 ນີ້ ທ່ານ John Kerry ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ໄດ້ອວຍພອນ ໃຫ້ ສປປລາວ ໃນນາມ ທ່ານ ໂອບາມາ ປະທານາທິບໍດີ ສະຫະຣັຖ ແລະ ຊາວ ອະເມຣິກັນ ໃນ ທົ່ວປະເທດ, ທ່ານກ່າວວ່າ ມີຄວາມ ພາກພູມໃຈ ທີ່ ໄດ້ສົ່ງ ຄຳອວຍພອນ ອັນປະເສີດ ໄປຍັງ ປະຊາຊົນ ລາວ ໃນຊ່ວງ ການສລອງ ບຸນປີໃຫມ່ ທີ່ໄດ້ເລີ້ມຂຶ້ນ ໃນວັນທີ 14 ເມສາ.
ທ່ານວ່າ ສະຫະຣັຖ ແລະ ສປປລາວ ໄດ້ເຮັດວຽກ ຮ່ວມກັນ ໃນຫລາຍດ້ານ ທີ່ສຳຄັນ ໃນນັ້ນ ຮ່ວມດ້ວຍບັນຫາ ທາງດ້ານ ສຸຂອະນາມັຍ ການພັທນາ ເສຖກິດ ທີ່ຍືນຍົງ ໃນປີທິີ່ຜ່ານມາ ພວກເຮົາໄດ້ເຫັນ ບາດກ້າວ ຂອງ ຄວາມຄືບຫນ້າ ຄັ້ງປວັດສາດ ໃນການຂຍາຍ ການພົວພັນ ຣະຫວ່າງ ສອງຝ່າຍ ຈາກ ການຢ້ຽມຢາມ ສປປ ລາວ ຂອງອະດີດ ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ມາດາມ ຮີນລາຣີ ຄລິນຕັນ ຄັ້ງທຳອິດ ໃນຣະຍະ 56 ປີ. ເພື່ອມິຕພາບ ອັນແຫນ້ນແຟ້ນ ຣະຫວ່າງ ສອງປະເທດ ທ່ານຂໍວິງວອນ ໃຫ້ ສປປລາວ ສືບຕໍ່ ຄວາມມັ້ງຄັ້ງ ແລະ ສນຸກສນານ ໃນການສລອງ ວັນປີໃຫມ່ ລາວ ປີນີ້.
ປັຈຈຸບັນ ທ່ານ John Kerry ຢູ່ໃນຊ່ວງ ການຢ້ຽມຢາມ ເອເຊັຽ ເພື່ອແກ້ໄຂ ບັນຫາ ການນາບຂູ່ ຂອງເກົາຫລີ ເຫນືອ ກັບຈີນ ຍີ່ປຸ່ນ ແລະ ເກົາຫລີໃຕ້ ຊຶ່່ງ ປັດຈຸບັນ ແຫລມເກົາຫລີ ຢູ່ໃນເຂດ ອັນຕຣາຍ ຈາກການ ຍິງຈະຣວດ ຂອງ ເກົາຫລີເຫນືອ.