ລາວຄຣິສຕຽນຍັງຖືກນາບຂູ່
2014.03.25
ວ່າງຫລັງໆ ມານີ້ ຫນັງສືພີມ ຄຣິສຕຽນ network international ຣາຍງານ ວ່າ ຊາວ ຄຣິສຕຽນ ລາວ ທີ່ ອາສັຍຢູ່ ໃນບ້ານ ນາຕາຮໍ ເມືອງພິນ ແຂວງ ສວັນນະເຂດ ມີຄວາມ ກົດດັນ ໃນການ ຕໍ່ສູ້ ເພື່ອສິດທິ ການນັບຖື ສາສນາ ຄຣິສຕຽນ ຂອງພວກ ຂະເຈົ້າ ທີ່ ກົດຫມາຍ ລາວ ອະນຸມັດ ໃຫ້ ແລະ ສິດທິ ໃນການ ປົກປ້ອງ ຊັບສີນ ດັ່ງ ບ້ານເຮືອນ ທີ່ ຈະຖືກ ເຈົ້າຫນ້າທີ່ ລາວ ໄລ່ອອກ ຈາກບ້ານ ຖ້າບໍ່ຍອມ ປະລະ ເຊື່ອຖື ສາສນາ ຄຣິສ.
ຊາວບ້ານ ກຸ່ມ ດັ່ງກ່າວ ມີ 8 ຄອບຄົວ ຫລັງຈາກ ທີ່ ພວກຂະເຈົ້າ ຖືກ ນາບຂູ່ ມາເປັນ ເວລາ ສາມ ເດືອນ ຂະເຈົ້າ ກໍພາກັນ ໄປຮ້ອງຂໍ ຈາກ ຫົວຫນ້າ ຫ້ອງການ ກິຈການ ທາງ ສາສນາ ຂອງ ຣັຖບານ ທີ່ ເມືອງພິນ ແຕ່ ຈົນຮອດ ທຸກມື້ນີ້ ຍັງບໍ່ໄດ້ ຮັບ ຄຳຕອບ ເລີຍ.
ວ່າງວັນທີ 11 ເດືອນ ມິນາ ປີນີ້ ນາຍ ອຳຄາ ຫົວຫນ້າບ້ານ ພ້ອມກັບ ເຈົ້າຫນ້າທີ່ ທ້ອງຖີ່ນ ໄດ້ເອີ້ນ ປະຊຸມ ຊາວ ຄຣິສຕຽນ 8 ຄອບຄົວ ດັ່ງກ່າວ ເຈົ້າຫນ້າທີ່ ລາວ ສັ່ງໃຫ້ ຊາວລາວ ຄຣິສຕຽນ ຍົກເລີກ ການເຊື່ອຖື ສາສນາ ຄຣິສ ໃນ ທີ່ ປະຊຸມ ໂດຍ ເວົ້າວ່າ ມັນເປັນ ຄວາມ ເຊື່ອຖື ຂອງ ຊາວຕ່າງ ປະເທດ ເປັນຂອງ ອະເມຣິກັນ.
ໃນຂນະ ດຽວກັນ ນາຍບ້ານ ກໍຕຽມ ເອກສານ ເພື່ອ ເຄື່ອນຍ້າຍ ຊາວບ້ານ ກຸ່ມ ດັ່ງກ່າວ ຖ້າບໍ່ ປະລະ ຄວາມ ເຊື່ອຖື ແລະ ເວົ້າວ່າ ຢູ່ບ້ານ ນາຕາຮໍ ບໍມີ ບ່ອນໃຫ້ ຂະເຈົ້າ ຢູ່ອີກແລ້ວ.
ຊາວຄຣິສຕຽນ ເວົ້າວ່າ ພວກ ຂະເຈົ້າ ບໍ່ຢາກຍ້າຍ ແຕ່ຖືກບີບ ບັງຄັບ ຫົວຫນ້າ ບ້ານ ຍັງບອກ ອີກວ່າ ຊາວ ຄຣິສຕຽນ ຕ້ອງຮັບ ຜິດຊອບ ຖ້າມີຄົນເຈັບ ຄົນຕາຍ ຫລື ຄວາມ ໂຊກຮ້າຍ ຕ່າງໆ ເກີດຂື້ນ ໃນບ້ານ ນາຕາຮໍ. ກ່ຽວກັບ ບັນຫາ ດັ່ງກ່າວ ເຈົ້າຫນ້າທີ່ ລາວ ເວົ້າວ່າ: --ສຽງ--
ອົງການ ສີ້ງຊອມ ທາງ ສາສນາ ຮຽກຮ້ອງ ໃຫ້ ຣັຖບານ ລາວ ເຄົາຣົບ ນັບຖື ສິດທິ ການນັບຖື ສາສນາ ໃນລາວ ຕາມທີ່ ກົດຫມາຍ ຣັຖທັມມະນູນ ລາວ ແລະ ສົນທິ ສັນຍາ ວ່າດ້ວຍການ ນັບຖື ສາສນາ ຂອງ ອົງການ ສະຫະ ປະຊາຊາດ ທີ່ລາວ ໃຫ້ ສັຕຍາບັນ ໃນປີ 2009.
ອິງຕາມ ບົດຣາຍງານ ຈາກ ອົງການ ສິ້ງຊອມ ດ້ານສິດທິ ການ ນັບຖື ສາສນາ ຄຣິສຕຽນ ໃນລາວ ກ່ອນຫນ້ານີ້ ໃນມື້ວັນ ທີ 20 ສິງຫາ ຜ່ານມາ ຫົວຫນ້າ ບ້ານ ທີ່ ບ້ານ ຫນອງແດງ ເມືອງພິນ ແຂວງ ສວັນນະເຂດ ໄດ້ສັ່ງໃຫ້ ຄອບຄົວ ຊາວ ຄຣິສຕຽນ 11 ຄອບຄົວ ໄປ ຫ້ອງການ ບ້ານ ເພື່ອ ໄປຮ່ວມ ປະຊຸມ ກ່ຽວກັບ ກິຈການ ທາງ ສາສນາ ຈາກ ເຈົ້າຫນ້າທີ່ ກິຈການ ສາສນາ ປະຈຳ ແຂວງ.
ໃນ ກອງປະຊຸມ ດັ່ງກ່າວ ເຈົ້າຫນ້າທີ່ ທາງ ສາສນາ ປະຈຳແຂວງ ໄດ້ອອກ ຄຳສັ່ງໃຫ້ ຊາວ ຄຣິສຕຽນ 11 ຄອບຄົວ ດັ່ງກ່າວ ທີ່ມີ ສະມາຊິກ ປະມານ 50 ຄົນ ຢຸດເຊື່ອຖື ສາສນາ ຄຣິສຕຽນ ໃຫ້ ຫັນມານັບຖື ຜີສາງ ແບບ ດັ້່ງເດີມ ທີ່ເຄີຍ ປະຕິບັດ ມາ ບໍ່ດັ່ງນັ້ນ ຈະຖືກໄລ່ ອອກຈາກ ບ້ານ ຊາວບ້ານ ກຸ່ມນີ້ ເປັນ ເຜົ່າ ລາວເທີງ.
ເຈົ້າຫນ້າທີ່ ລາວ ຕູ່ຫາ ຊາວ ຄຣິສຕຽນ ວ່າການ ນັບຖື ສາສນາ ຕ່າງຊາດ ຈາກ ປະເທດ ຕາເວັນຕົກ ຖືວ່າເປັນ ການ ທຳລາຍ ປະເທດຊາດ ແລະ ບອກວ່າ ສາສນາ ຄຣິສຕຽນ ຈະບໍ່ ອະນຸຍາດ ໃຫ້ ເຊື່ອຖື ໃນບ້ານ ຫນອງແດງ ອີກຕໍ່ໄປ.
ຄຳສັ່ງ ດັ່ງກ່າວ ຕ້ອງໄດ້ ປະຕິບັດ ແລະ ໃຫ້ເວລາ ຊາວບ້ານ ປະມານ 3 ມື້ ໃນການ ປະລະ ຄວາມ ເຊື່ອຖື ແຕ່ໃນວັນທີ 1 ກັນຍາ ໃນ ມື້ວັນ ອາທິດ ຊາວບ້ານ ກຸ່ມນີ້ ບໍ່ປະຕິບັດ ຕາມຄຳສັ່ງ ຂອງ ເຈົ້າຫນ້າທີ່ ລາວ ກຸ່ມ ດ່ັງກ່າວ ພາກັນ ໃຫວ້ ພຣະສວດມົນ ຕາມເຄີຍ ທີ່ ບ່ອນສອນ ສາສນາ ປະຈຳບ້ານ. ຊາວ ຄຣິສຕຽນ ບອກວ່າ ພວກຂະເຈົ້າ ມີສິດ ໃນການ ນັບຖື ສາສນາ ອຶ່ນ ແລະ ຖືກປົກປ້ອງ ຈາກ ກົດຫມາຍ ຣັຖທັມມະນູນ ຂອງລາວ. ແຕ່ ເຈົ້າຫນ້າ ທີ່ລາວ ອອກຄຳສັ່ງ ໃຫ້ ຂະເຈົ້າ ຍົກເລີກ ບໍ່ດ່ັງນັ້ນ ຈະຖືກໄລ່ ອອກຈາກ ບ້ານ.
ວ່າງເດືອນ ກຸມພາ ປີ 2012 ຊາວຄຣິສຕຽນ ທີ່ ບ້ານແກ້ງແວງ ແຂວງ ສວັນນະເຂດ ບໍ່ມີ ບ່ອນໄຫວ້ ພຣະສວດມົນ ຍ້ອນ ເຈົ້າຫນ້າທີ່ ທ້ອງຖີ່ນ ຢຶດໂບດ ຂອງ ພວກຂະເຈົ້າ ຊື່ງ ບ່ອນທີ່ ຂະເຈົ້້າ ເຄີຍໃຊ້ ເປັນບ່ອນ ສອນ ສາສນາ ແລະ ສວດມົນ ໃນມື້ ວັນອາທິີດ.
ເຈົ້າຫນ້າທີ່ ນຳພາ ຄະນະເມືອງ ໄປຢຶດ ໂບດມີ ຊື່ວ່າ ນາຍ ສາຍສມອນ ສະມາຊິກ ພັກ ທີ່ເມືອງ ໄຊບູຣີ ນາຍ ບຸນທາ ເຈົ້າຫນ້າທີ່ ສາສນາ ແລະ ຮ້ອຍ ເອກ ໄຊຍະນະ ຫົວຫນ້າຕຳຣວດທີ່ ເມືອງດັ່ງກ່າວ ທັງສາມ ພາກັນ ໄປຢຶດ ໂບດ ທີ່ ບ້ານ ແກ້ງແວງ.
ຫລັງຈາກ ຢຶດໄປແລ້ວ ເຈົ້າຫນ້າທີ່ ທ້ອງຖິ່ນ ໄດ້ປະກາດວ່າ ຖ້າ ຊາວບ້ານຢາກ ໄດ້ໂບດຄືນ ຕ້ອງຍື່ນ ຫນັງສື ໄປຍັງອຳນາດ ການປົກຄອງ ທ້ອງຖີ່ນ ຂັ້ນ ບ້ານ ຂັ້ນເມືອງ ແລະ ຂັ້ນແຂວງ ສາມຂັ້ນ ແຕ່ຄົງຈະບໍ່ໄດ້ຄືນ.
ໂບດທີ່ ບ້ານ ແກ້ງແວງ ສ້າງຂຶ້ນ ໃນປີ 1972 ຈາກ ສອງຄອບຄົວ ຊາວ ຕຣິສຕຽນ ຊຶ່ງ ປັດຈຸບັນ ມີຜູ້ຄວາມ ເຫລື້ອມໄສ ເຖິງ 25 ຄອບຄົວ ປະມານ 178 ຄົນ ໂບດບ້ານ ແກ້ງແວງ ເປັນໂບດ ຄຣິສຕຽນ ຫລັງທີສາມ ທີ່ ເຈົ້າຫນ້າທີ່ ຍຶດ ຫລັງຈາກ ໂບດ ທີ່ບ້ານ ແກ້ງແວງ ແລ້ວ ກໍຍັງມີ ໂບດ ທີ່ ບ້ານ ດົງໄພວັນ ນຳອີກ ທີ່ ຖືກຍຶດ.
ນອກຈາກ ໂບດ ແລ້ວ ທີ່ ຖືກຢຶດ ບ່ອນສອນ ສາສນາ ປະຈຳ ຫມູ່ ບ້ານອີກ 22 ແຫ່ງ ໃນເຂດ ບ້ານອຶ່ນໆ ກໍຢູ່ໃນ ຂັ້ນ ອັນຕຣາຍ ແລະ ກໍຖືກຫ້າມ ຄືກັນ. ການຍຶດໂບດ ດັ່ງກ່າວ ເປັນພາກ ສ່ວນຂອງ ການ ທັບມ້າງ ແລະ ປາບປາມ ກຸ່ມ ສາສນາ ຄຣິສຕຽນ ໃນລາວ ຂອງ ເຈົ້າຫນ້າທີ່ ລາວ ທີ່ ນັບມື້ ຮຸນແຮງ ຂຶ້ນເລື້ອຍໆ.
ຊາວ ຄຣິສຕຽນ ຄົນນຶ່ງ ເວົ້າວ່າ ນອກຈາກ ຍຶດໂບດ ແລ້ວ ເຈົ້າຫນ້າທີ່ ທ້ອງຖີ່ນ ຍັງໄດ້ ຈຳກັດ ການ ນັບຖື ສາສນາ ຄຣິສຕຽນ ໃນແຂວງ ສວັນນະເຂດ ນຳອີກ ເຊັ່ນການ ຊຸມນຸມ ສວດມົນ ໃນບ້ານຫລື ໃນ ສະຖານທີ່ ສາທາຣະນະ ອື່ນໆ ໂດຍສະເພາະ ໃນວັນ ອາທິດ ຕ້ອງໄດ້ຂໍ ອະນຸຍາດ ກ່ອນ.
ໃນວັນທີ 22 ມີຖຸນາ 2012 ເຈົ້າຫນ້າທີ່ ທ້ອງຖິ່ນ ໄດ້ໄລ່ ເຈົ້າຫນ້າທີ່ ຮັກສາ ຄວມສງົບ ປະຈຳ ຫມູ່ບ້ານ ອອກຈາກ ຫນ້າທີ່ ຍ້ອນ ຄອບຄົວ ຂອງລາວ ຖື ສາສນາ ຄຣິສຕຽນ ທ້າວ ຄຳສອນ ແລະ ທ້າວຕົງໄລ ຖືກ ອຳນາດ ການປົກຄອງ ທ້ອງຖີ່ນ ໄລ່ອອກ ຈາກ ຫນ້າທີ່ ເປັນຫົວຫນ້າ ຮັກສາ ຄວາມສງົບ ປະຈຳ ບ້ານ ອາລຸນໄຫມ່ ເຂດ ເມືອງພິນ ແຂວງ ສວັນນະເຂດ ໃນວັນທີ 14 ມີຖຸນາປີ 2012.
ທີ່ແຂວງ ພາກເຫນືອ ອຳນາດ ການປົກຄອງ ທ້ອງຖິ່ນ ໄດ້ຈັບຄຸນພໍ່ ສາສນາ ຄຣິສຕຽນ ທີ່ ເປັນຄົນລາວ ນຶ່ງຄົນ ຖານຍຸຍົງ ໃຫ້ຄົນຖື ສາສນາ ຄຣິສຕຽນ ຄຸນພໍ່ ຄົນ ດັ່ງກ່າວ ມີຊື່ວ່າ ຄຸນພໍ່ ອາຊາ ອາຍຸ 53 ປີ ຖືກຈັບ ໃນວັນ ທີ 6 ເດືອນ ມີຖຸນາປີ 2012 ທີ່ບ້ານ ປີເຢີ ເມືອງສິງ ແຂວງ ຫລວງນ້ຳທາ.
ກັບມາທີ່ ແຂວງ ສວັນນະເຂດ ໃນວັນທີ 20 ກັນຍາ ປີ 2012 ຫົວຫນ້າ ຊາວຄຣິສຕຽນ 5 ຄົນ ຖືກຈັບ ຖານເລາະ ສອນ ສາສນາ ຕາມ ຫມູ່ບ້ານ ກຸ່ມດ່ັງ ກ່າວ ຖືກກັກ ຂັງ ທີ່ ເມືອງ ພິນ ແຂວງ ສວັນນະເຂດ. ໃນຈຳນວນ 5 ຄົນ ທີ່ຖືກຈັບ ນັ້ນ ຕໍ່ມາ ສອງຄົນ ຖືກປ່ອຍໂຕ ແຕ່ສາມຄົນ ຍັງຖືກ ກັກຂັງຢູ່ ໃນນັ້ນ ມີຄຸນພໍ່ ບຸນເລີດ ຈາກບ້ານ ອາລຸນ ໃຫມ່ ຄຸນພໍ່ ອາດ່າງ ຈາກ ບ້ານແກ້ງ ໄຊນ້ອຍ ແລະ ຄຸນ ພໍ່ອ່ອນແກ້ວ ຈາກບ້ານ ກາປັງ ທັງຫມົດ ແມ່ນບ້ານ ຊົນເຜົ່າ ລາວເ ທິງ ຂຶ້ນກັບ ເມືອງພິນ. ພິທີ ການຈັບກຸມ ໃສ່ກັບມື ຍັງບໍ່ແລ້ວ ຄຸນພໍ່ ອ່ອນແກ້ວ ຍັງໃສ່ໂສ້ ຂາ ນົກຍາງ ນຳອີກ
ຊາວຄຣິຕຽນ ໃນ ຫມູ່ບ້ານ ແຫ່ງນີ້ ໄດ້ໃຫ້ການ ຕໍ່ອົງການ ສາສນາ ສາກົນ ວ່າ ເຈົ້າຫນ້າທີ່ ທ້ອງຖີ່ນ ໄດ້ ສອບຖາມ ຂະເຈົ້າວ່າ ຜູ້ໃດເປັນ ຜູ້ຊັກຊວນ ຊາວບ້ານ ໃຫ້ຖື ສາສນາ ຄຣິສຕຽນ ເປັນຫຍັງ ພວກຂະເຈົ້າ ຈຶ່ງນັບຖື ສາສນາ ຄຣິສຕຽນ ແລະ ໃຜນັບຖື ສາສນາ ຄຣິສຕຽນ ກ່ອນຫມູ່ ນອກຈາກ ນັ້ນ ພວກຂະເຈົ້່າ ຍັງຖືກ ຖາມວ່າ ໄດ້ຮັບເງິນ ຊ່ອຍເຫລືອ ມາຈາກໄສ ຫລາຍ ປານໃດ ແລະ ກິຈວັດ ປະຈຳວັນ ມີຫຍັງແດ່.
ຄຸນພໍ່ ສອງຄົນ ໃນສາມ ທີ່ຍັງບໍ່ ຖືກປ່ອຍໂຕ ນັ້ນ ມີສຸຂພາບ ຊຸດໂຊມ ດັ່ງ ຄຸນພໍ່ ອ່ອນແກ້ວ ແລະ ຄຸນພໍ່ ອາດ່າງ ຄອບຄົວ ຂອງພວກ ຂະເຈົ້າໄດ້ ຮອ້ງຂໍ ຕໍ່ທາງການ ຢາກເອົາໄປ ປິ່ນປົວ ຢູ່ໂຮງ ພຍາບານ ທີ່ ແຂວງ ສວັນນະເຂດ ແຕ່ບໍ່ໄດ້ ຮັບ ອະນຸຍາດ.
ໃນວັນທີ 7 ກຸມພາ 2013 ຄຸນພໍ່ ອີກສາມຄົນ ຖືກຈັບ ທີ່ ແຂວງສວັນ ນະເຂດ ຖານເລາະ ສອນ ສາສນາ ຄຣີສຕຽນ ຕາມ ຫມູ່ບ້ານ ເຫມືອນກັນ ເທື່ອນີ້ ແມ່ນ ຄຸນພໍ່ ບຸນມາ ທີ່ ບ້ານອາລຸນ ໄຫມ່ ຄຸນພໍ່ ສົມແກ້ວ ບ້ານແກ້ງໄຊ ນ້ອຍ ທັງສອງ ຢູ່ເຂດ ເມືອງພິນ ຄຸນພໍ່ ຄົນ ທີສາມ ທີ່ຖືກຈັບ ແມ່ນ ຄຸນພໍ່ ບຸນມີ ຈາກບ້ານ ສາເວດ ເມືອງ ເຊໂປນ ແຂວງ ສວັນນະເຂດ.
ນອກຈາກ ແຂວງ ສວັນະເຂດ ແລ້ວ ທີ່ກຸ່ມ ສາສນາ ຄຣິສຕຽນ ຖືກ ຈັບກຸມ ແລະ ກົດຂີ່ ຂົ່ມເຫັງ ກໍຍັງມີ ແຂວງ ອຶ່ນໆ ອີກດັ່ງທີ່ ແຂວງ ຫລວງນ້ຳທາ ອຸດົມໄຊ ບໍ່ແກ້ວ ສາຣະວັນ ອັດຕະປື ແລະ ແຂວງ ຄຳມ່ວນ.
ພຶດຕິກັມ ດັ່ງກ່າວ ຂອງ ທາງການ ລາວ ເປັນການ ຝ່າຝືນ ສິດທິ ການນັບຖື ສາສນາ ອຶ່ນໃນລາວ ຍ້ອນ ສປປລາວ ຢ້ານວ່າ ກຸ່ມ ສາສນາ ເຢຊູ ຈະສ້າງ ຄວາມ ແຕກແຍກ ທາງສັງຄົມ ໃນລາວ ທີ່ຈະເປັນ ອັນຕຣາຍ ຕໍ່ຣະບອບ ການປົກຄອງ ຂອງ ລັດທິ ຄອມມຸນິດ. ຍັງມີຫລາຍ ເຫດການ ທີ່ ເກີດຂຶ້ນ ກັບ ກຸ່ມ ຄຣີສຕຽນ ໃນລາວ ແຕ່ບໍ່ມີ ການລາຍງານ ຍ້ອນຂາດ ການຕິດຕໍ່ ແລະ ຊາວບ້ານ ກໍຢ້ານທີ່ ຈະຣາຍງານ ຖ້າມີ ບັນຫາ ເກີດຂື້ນ ກັບ ຂະເຈົ້າ.
ສິ່ງທີ່ຮູ້ ກັນນີ້ ມີຫນ້ອຍ ຍັງມີຫລາຍ ກວ່ານີ້ ທີ່ ເຈົ້າຫນ້າທີ່ ລາວ ກົດຂີ່ຂົ່ມເຫັງ ຊາວ ຄຣິສຕຽນ ໃນລາວ ເຈົ້າຫນ້າທີ່ ສາສນາ ສາກົນທ່ານນື່ງ ເວົ້າວ່າ ບັນຫາ ທີ່ເກີດຂຶ້ນ ກັບກຸ່ມ ສາສນາ ຄຣິສຕຽນ ໃນລາວນັ້ນ ສ່ວນໃຫຍ່ ແມ່ນຄຳສັ່ງ ມາຈາກ ຂັ້ນເທິງ ເຈົ້າຫນ້າທີ່ ທ້ອງຖີ່ນ ພຽງແຕ່ ປະຕິບັດ ຕາມ ຄຳສັ່ງ ເທົ່ານັ້ນ. ທາງການລາວ ຖືວ່າ ສາສນາ ຄຣິສຕຽນ ເປັນ ສັດຕຣູ ຂອງ ຊາດ.
ທ່ານວ່າ ເຖິິງແມ່ນວ່າ ຈະມີການ ຈັບກຸມ ຢ່າງຕໍ່ເນື່ອງ ແຕ່ຈຳນວນ ໂບດ ຫລື ບ່ອນສອນ ສາສນາ ຕາມ ຫມູ່ບ້ານ ໃນລາວ ກໍເພີ້ມຂື້ນ ເລື້ອຍໆ ຊື່ງໃນ ປັດຈຸບັນ ມີຢູ່ເກືອບ ຮອດ 200 ແຫ່ງ ໃນ ທົ່ວ ປະເທດ ມີຜູ້ ເຫລື້ອມໄສ ລັບໆເຖິງ 60 ພັນຄົນ ແລະ ຫລາຍຄົນ ກໍບໍ່ ອອກມາ ປາກົດໂຕ ເພາະຢ້ານ ອຳນາດ ພັກຣັຖ.