ແມ່ຍິງ-ເດັກນ້ອຍຍັງຖືກ ຂົ່ມເຫັງ
2014.03.20
ອົງການ ຣັຖ ໄດ້ ທຳການ ສຶກສາ ກ່ຽວກັບ ເຫດການ ການກົດຂີ່ ຂົ່ມເຫັງ ແມ່ຍິງ ແລະ ເດັກນ້ອຍ ໃນລາວ ຂື້ນ ວ່າງຫລັງໆ ມານີ້ ເພື່ອ ແກ້ໄຂ ບັນຫາ ໃນການ ຂາດ ຂໍູ້ມນ ດັ່ງກ່າວ ໃນລາວ.
ຍານາງ ຈັນໂສດາ ພອນທີບ ເອກ ອະທິບໍດີ ຫ້ອງການ ຄະນະ ກັມມາທິການ ປົກປ້ອງ ແມ່ຍີງ ແລະ ເດັກນ້ອຍ ແຫ່ງຊາດ ລາວ ຊື່ງເປັນ ນຶ່ງ ໃນອົງການ ທີ່ ທຳການ ສືກສາ ດັ່ງກ່າວ ເວົ້າວ່າ ການກົດຂີ່ ຂົ່ມເຫັງ ແມ່ຍີງ ແລະ ເດັກນ້ອຍ ໃນລາວ ສ່ວນໃຫຍ່ ແມ່ນເກີດຂື້ນ ໃນ ຄອບຄົວ ຈະເປັນ ທາງດ້ານ ຈິດໃຈ ຮ່າງກາຍ ແລະ ທາງເພດ ຫລື ການປະຖີ້ມ ປະເພດ ອື່ນໆ ກໍຕາມ.
ນາງໄດ້ກ່າວຕໍ່ ຫນັງສືພີມ ວຽງຈັນ ທາມສ໌ ໃນອາທີດ ນີ້ວ່າ ການກົດຂີ່ ຂົ່ມເຫັງ ແມ່ຍີງ ແລະ ເດັກນ້ອຍ ໃນລາວ ເກີດຂື້ນ ໃນຫລາຍ ຮູບແບບ ດັ່ງການ ຄ້າມະນຸດ ການຄ້າ ປະເວນີ ແມ່ຍີງ ແລະ ເດັກນ້ອຍ ແລະ ການຄ້າ ເດັກນ້ອຍ ໃນເຄືອຂ່າຍ ອີນເຕີແນັດ.
ອິງຕາມ ການສືກສາ ພົບວ່າ ປະຊາຊົນ ລາວ ສ່ວນໃຫຍ່ ຍອມຮັບ ໃນການ ກົດຂີ່ ຂົ່ມເຫັງ ເຣື້ອງເພດ ໃນລາວ ໃນຈຳນວນ ຜູ້ຊາຍ ແລະ ແມ່ຍີງ 10 ຄົນ ທີ່ຖືກຖາມ ບອກວ່າ ເປັນຂອງ ທັມມະດາ ທີ່ ແມ່ຍິງ ຖືກຕົບຕີ ໂດຍສາມີ ຫລື ຄູ່ຮັກ.
ນາງວ່າ ຈາກການ ຄົ້ນຄວ້າ ພົບວ່າ ປັດຈຸບັນ ມີເດັກນ້ອຍ ຜູ້ຊາຍ ຖືກກົດຂີ່ ຂົ່ມເຫັງ ຫລາຍກວ່າ ເດັກນ້ອຍ ແມ່ຍິງ ໃນລາວ ຄວາມ ວຸ້ນວາຍ ໃນ ຄອບຄົວ ມັກ ຈະເກີດຂຶ້ນ ກັບຫົວຫນ້າ ຄອບຄົວ ຜູ້ທີ່ມີ ການສຶກສາ ຕ່ຳ ແລະ ທຸກຍາກ ຫລາຍກວ່າ.