ຄຣິສຈຽນຢູ່ເມືອງພິນຂາດສິດທິ
2014.03.18

ຊາວຄຣິສຈຽນ ໃນບ້ານ ນາຕາຫອນ ເຂດ ເມືອງພິນ ແຂວງ ສວັນນະເຂດ ຖືກສັ່ງໃຫ້ ປະລະ ຄວາມ ເຊື່ອຖື ສາສນາ ເຢຊູ, ແລະ ດຽວນີ້ ຊາວບ່້ານ ໄດ້ພາກັນ ຕໍ່ສູ້ ເອົາສິດທິ ທີ່ ຮັບປະກັບ ດ້ວຍ ກົດໝາຍ ຣັຖທັມນູນ ຂອງລາວ ວ່າດ້ວຍ ການເຊື່ອຖື ສາສນາ ແລະ ສິດທິ ໃນ ການເປັນ ເຈົ້າຂອງ ຊັພສິນ. ຕາມ ຣາຍງານ ໜັງສຶພິມ ອອນລາຍ Fides. ຣາຍງານ ວ່າ ຄອບຄົວ ຄຣິສຈຽນ 8 ຄອບຄົວ ຢູ່ໃນບ້ານ ນາຕະຫອນ ໄດ້ສົ່ງ ເຣື້ອງ ໄປຫ້ອງການ ຮັບຜິດຊອບ ທາງ ສາສນາ ເຂດ ເມືອງພິນ ແຕ່ ບໍ່ໄດ້ ຮັບ ຄໍາຕອບ ຫຍັງໝົດ. ໃນເວລາ ປະມານ 3 ເດືອນ ຜ່ານມາ ຄອບຄົວ ຊາວຄຣິສຈຽນ ຖືກຂູ່ເຂັນ ໃຫ້ປະລະ ຄວາມ ເຊື່ອຖື.
ເມື່ອວັນທີ່ 11 ມິນາ ນີ້ ທ້າວ ອໍາຄາ ຫົວໜ້າ ບ້ານ ພ້ອມກັບ ເຈົ້າໜ້າທີ່ ຕໍາຣວດ ເມືອງ ໄດ້ເອີ້ນ ຊາວຄຣິສຈຽນ 8 ຄອບຄົວ ມາປະຊຸມ. ເຈົ້າໜ້າທີ່ ຕໍາຣວດ ດູຫມິ່ນ ເຂົາເຈົ້າ ແລະ ບອກໃຫ້ ປະລະ ຄວາມ ເຊື່ອຖື ສາສນາ ເຢຊູຄຣິສ ໂດຍກ່າວວ່າ ອັນນີ້ ແມ່ນ ສາສນາ ຕ່າງຊາຕ, ສາສນາ ຂອງຄົນ ອະເມຣິກັນ. ໃນຂະນະ ດຽວກັນ ຫົວໜ້າບ້ານ ໄດ້ຕຣຽມ ເອກະສານ ເພື່ອສົ່ງ 8 ຄອບຄົວ ນີ້ໄປບ່ອນ ໃໝ່ ແລະວ່າ ຢູ່ບ້ານ ນາຕາຫອນ ນີ້ ບໍ່ມີ ບ່ອນຢູ່ ສໍາລັບ ພວກເຂົາເຈົ້າ.
ຊາວ ຄຣິສຈຽນ ວ່າ ພວກເຂົາ ເຈົ້າຈະ ບໍ່ຍ້າຍໜີ ຈາກບ້ານນີ້ ຍັງບໍ່ ເທົ່ານັ້ນ ຫົວໜ້າບ້ານ ເວົ້າຕໍ່ ເຂົາເຈົ້າວ່າ ຖ້າເກີດ ຫຍັງຂຶ້ນ ຫລືວ່າ ເກີດມີ ຄົນຕາຍ ໃນບ້ານນີ້ ຜູ້ນັບຖື ສາສນາ ຄຣິສຈຽນ ຕ້ອງເປັນຜູ້ ຮັບຜິດຊອບ. ຕາມທີ່ ຜູ້ເຖົ້າ ຜູ້ແກ່ ໃນບ້ານ ເວົ້ານັ້ນ ການໃຫ້ວ ວອນ ສາສນາ ແຕກຕ່ງ ກັນ ເປັນການ ຣະເມີດ ຮີດຄອງ ແລະ ຄວາມ ເຊື່ອຖື ດັ້ງເດີມ ແລະ ອາດເກີດ ລາງຮ້າຍ ຕໍ່ຄົນ ໃນບ້ານ.
ຣາຍງານວ່າ ການໄລ່ ຊາວຄຣິສຈຽນ ອອກຈາກ ບ້ານນີ້ ມີຂຶ້ນ ຕັ້ງແຕ່ ວັນທີ່ 2 ເດືອນ ທັນວາ ປີ 2013 ເປັນຕົ້ນມາ.