ງານບຸນອຸທິດສ່ວນກຸສົນແດ່ ເຈົ້າຟ້າງຸ່ມ
2014.01.06

ທາງການນະຄອນຫລວງວຽງຈັນ ໄດ້ຈັດພິທີທໍາບຸນສັກກະຣະແລະອຸທິດສ່ວນກຸສົນ ແດ່ ເຈົ້າຟ້າງຸ່ມ ຜູ້ຮວບຮວມຣາຊອານາຈັກລ້ານຊ້າງ ໃຫ້ ເປັນປຶກແຜ່ນ ອັນເປັນເຫດການສໍາຄັນທີ່ສຸດ ໃນປວັດສາດອັນນຶ່ງຂອງ ປະຊາຊົນລາວ. ຕາມຣາຍງານຂອງຜູ້ຈັດການອອນໄລນ໌.
ງານສົມໂພດດໍາເນີນໄປເປັນເວລາ 3 ວັນ ໃນວັນທີ 5 ມົກກະຣາ ນີ້ນອກຈາກຊາວນະຄອນຫຼວງແລ້ວ ທ່ານສຸກັນ ມະຫາລາດ ເຈົ້າຄອງນະ ຄອນຫລວງວຽງຈັນ ເເລະເຈົ້າໜ້າທີ່ຣະດັບສູງຂອງລາວຫລາຍທ່ານ ກໍໄດ້ຮ່ວມທໍາບຸນຕັກບາດນັ້ນດ້ວຍ.
ພຣະເຈົ້າຟ້າງຸ່ມ ຫລື ພຣະເຈົ້າຟ້າ ຫລ້າທໍຣະນີ ສີສັຕນາກຄນະຫຸດ ມີພຣະບໍຣົມ ຣາຊານຸສາວະຣີ ທີ່ສວນອຸທຍານ ບໍຣິເວນສາມແຍກຖນົນ ສຸພານຸວົງ ເມືອງສີໂຄດຕະບອງ. ພຣະອົງ ມີພຣະມະຫາກະຣຸນາພິຄຸນ ໃນການກໍ່ສ້າງປະເທສ ແລະປົກປັກ ຮັກສາດິນແດນເອົາໄວ້ ໃຫ້ແກ່ ຊົນຊາວລາວ ລຸ້ນຕໍ່ໆມາ.
ໜັງສືພິມ ຂອງທາງການລາວ ຣາຍງານວ່າ ການທີ່ພັກແລະຣັຖບາລໄດ້ ສ້າງພຣະຮູບຫລໍ່ທອງ ສໍາຣອງ ພຣະເຈົ້າຟ້າງຸ່ມ ສະຖິດໄວ້ທີ່ສວນ ອຸທຍານແຫ່ງນີ້ ກໍເພື່ອເປັນໃຈກາງຄວາມສາມັກຄີ, ເປັນແຫລ່ງສຶກສາອົບຮົມ ນໍ້າໃຈຮັກ ແລະຫວງແຫນຊາດ, ເປັນການລໍາລຶກເຖິງບຸນຄຸນ ບັນພະບູຣຸດນັກວິຣະຊົນ ຜູ້ເສັຍສຣະຊີວິດເພື່ອຊາດ ໃນສົງຄາມປົດປ່ອຍຊາດ ແລະ ປົກປັກຮັກສາຣະບອບໃໝ່. ງານສົມໂພດ ແລະສເລີມ ສລອງ ພຣະບໍຣົມມະຣາຊານຸສາວະຣີ ແຫ່ງນີ້ ມີຂຶ້ນທຸກໆປີ.