ສລອງບຸນປີໃໝ່ລາວ ພ.ສ 2557
2014.04.10
ໃນອີກບໍ່ ພໍເທົ່າໃດ ມື້ ກໍຈະ ເຂົ້າສູ່ ວາຣະ ເທສການ ບຸນ ປີໃໝ່ ລາວ ກໍ ແນ່ນອນ ວ່າ ຄົນລາວ ກໍກຳລັງ ຫ້າງຫາ ການ ຫລິ້ນ ບຸນ ປີໃໝ່ ລາວ ຢ່າງຄຶກຄື້ນ. ແນ່ນອນ ວ່າ ໃນການ ສລອງ ນັ້ນ ຄົນລາວ ກໍຕ້ອງ ມີການຫລິ້ນ ກິນ ມ່ວນຊື່ນ ແຕ່ ສິ່ງທີ່ ມາກັບ ຄວາມ ມ່ວນຊື່ນ ກໍຄື ເຣື້ອງ ອຸປຕິເຫດ ນັ້ນເອງ.
ເປັນຫຍັງ ຈຶ່ງ ເກີດ ອຸບັດຕິເຫດ ໃນງານ ເທສການ ປີໃໝ່ ຫລາຍ? ຄຳຕອບ ກໍຄື ເປັນຍ້ອນ ການດື່ມ ສິ່ງ ມຶນເມົາ. ແລ້ວ ເປັນຫຍັງ ຄົນລາວ ຈຶ່ງມັກດື່ມ ສິ່ງມຶນເມົາ ຫລາຍແທ້? ຄຳຕອບ ກໍຄືວ່າ ສປປລາວ ມີການ ໂຄສະນາ ເຄື່ອງດື່ມ ມຶນເມົາ ຫລາຍ ທີ່ສຸດ ໃນໂລກ ປະເທດ ນຶ່ງ ໂດຍສະເພາະ ການ ໂຄສະນາ ເບັຍ ແລະ ບໍ່ມີ ກົດໝາຍ ຄວບຄຸມ ການ ໂຄສະນາ ເຄື່ອງດື່ມ ປະເພດ ເຫລົ້າ ແລະ ເບັຍ.
ປ້າຍ ໂຄສະນາ ເບັຍລາວ ຢູ່ໃນ ປະເທດ ລາວ ເຫັນກັນຢູ່ ທຸກ ຂອກແຄ ແຈຮົ້ວ ຈົນ ບໍ່ສາມາດ ຄວບຄຸມ ໄດ້ ທິມງານ ວິທຍຸ ເອເຊັຍ ເສຣີ ໄດ້ ມີໂອກາດ ສຳພາດ ເຈົ້າໜ້າທີ່ ຂອງ ທາງການ ລາວ ທ່ານນຶ່ງ ວ່າ ເພີ່ນຄິດ ແນວໃດ ກ່ຽວກັບ ການ ໂຄສະນາ ເຄື່ອງດື່ມ ສິ່ງ ມຶນເມົາ ເພື່ອ ຈູງໃຈ ໃຫ້ ຄົນລາວ ດື່ມເບັຍ ຫລາຍ ຈົນເປັນ ສາເຫດ ຫລັກ ໃນການ ເກີດ ອຸບັດຕິເຫດ ສ້າງຄວາມ ເສັຍຫາຍ ໃນຊີວິດ ແລະ ຊັພສິນ.
ຜົນ ຂອງການ ດື່ມສິ່ງ ມຶນເມົາ ກໍຄື ອຸບັດຕິເຫດ ສູນເສັຍ ຊີວິດ. ອີງຕາມ ຂໍ້ມູນ ຈາກ ກົມ ຕຳຫຣວດ ຈະລາຈອນ, ກະຊວງ ປ້ອງກັນ ຄວາມສງົບ ພົບວ່າ ຈຳນວນ ຜູ້ເສັຍ ຊີວິດ ໃຊ້ຊ່ວງ ເທສການ ປີໃໝ່ ລາວ ໃນປີ 2012 ແລະ 2013 ເທົ່າກັນ ຄືມີຜູ້ ເສັຍ ຊີວິດ 23 ຄົນ ຈຳນວນ ການເກີດ ອຸບັດຕິເຫດ ໃກ້ຄຽງກັນ ຄື ມີຢູ່ 180 ຄັ້ງ. ທັງໝົດ ກໍຄື ການເກີດ ອຸບັດຕິເຫດ ສ່ວນຫລາຍ ແມ່ນ ມາຈາກ ການດື່ມ ສິ່ງ ມຶນເມົາ ການທີ່ ຄົນລາວ ດື່ມ ສິ່ງ ມຶນເມົາ ກັນ ຢ່າງແຜ່ຫລາຍ ຊຶ່ງ ເປັນຜົນ ມາຈາກ ການ ໂຄສະນາ ເຄື່ອງດື່ມ ມຶນເມົາ ເບຍ ແລະ ເຫລົ້າ ນັ້ນເອງ.