ກອງປະຊຸມຫຼວງອົງການ ຄນະສົງ ລາວ-ອາເມຣິກັນ ຄັ້ງທີ 36
2018.06.12

ກອງປະຊຸມຫຼວງສມັຍສາມັນປະຈຳປີ ຄັ້ງທີ 36 ຂອງອົງການຄນະສົງ ລາວ-ອາເມຣິກັນ ໃນ ສະຫະຣັຖອາເມຣິກາ ພາຍໃຕ້ການເປັນ ປະທານ ຂອງ ຍາທ່ານໃຫຍ່ ບຸນມີ ກິດຕິທັມມະວັນໂນ ພຣະປະມຸກ ອົງການຄນະສົງ ລາວ-ອາເມຣິກັນ ຖືກຈັດຂຶ້ນທີ່ ວັດລາວພຸທວົງສ໌ ເມືອງແຄັດແລັດ ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ສອງວັນ ຄືມື້ວັນທີ 7 ແລະ ວັນທີ 8 ມິຖຸນາ 2018 ນີ້.
ໃນກອງປະຊຸມໄດ້ເວົ້າເຖິງຫຼາຍບັນຫາ ທັ້ງເພື່ອປັບປຸງ ແລະຂຍາຍອົງການຄນະສົງລາວ ທີ່ສະຫະຣັຖອາເມຣິກາ ໂດຍການວາງທິດທາງ ເຕົ້າໂຮມຄວາມສາມັກ ແລະການເຜີຍແຜ່ພຸທສາສນາ ໃຫ້ກວ້າງຂວາງ ແລະຍືນຍົງຄົງຢູ່ຕລອດໄປ, ດັ່ງ ພຣະອາຈານ ທອງວັນ ອຸດຕະມະປັນໂຍ ເຈົ້າອະທິການວັດລາວເວີຈີເນັຍ ເລຂາອົງການຄນະສົງ ລາວ-ອາເມຣິກັນ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:
"ເພື່ອການເຕົ້າໂຮມຄວາມສມານສາມັກຄີ ແລະກະເປັນການວາງທິດທາງ ໃນການເຜີຍແຜ່ພຸທສາສນາ ເພື່ອໃຫ້ການບໍຣິຫານ ແຕ່ລະວັດ ເປັນໄປ ໃນຮູບແບບດຽວກັນ ເຮົາຈຶ່ງໄດ້ມີການຈັດກອງປະຊຸມ ຂຶ້ນມາໂດຍ ທີ່ທາງສູນກາງ ຫລືວ່າ ຄນະບໍຣິຫານ ນີ້ໄດ້ພ້ອມພຽງກັນ ມາປຶກສາຫາລືວ່າ ເຮົາຄວນຈະວາງນະໂຍບາຍ ແບບໃດ ທີ່ໃຫ້ເໝາະສົມ ແກ່່ວັດຕ່າງໆ ໃນສະຫະຣັຖອາເມຣິກາ ໃນການເຜີຍແຜ່ ພຸທສາສນາໃຫ້ເປັນຮູບແບບດຽວກັນ."
ໃນກອງປະຊຸມ ຍາທ່ານ ບົວແກ້ວ ແສງສຸຣິຍາ ປະທານບໍຣິຫານ ອົງການຄນະສົງ ລາວ-ອາເມຮິກັນ ກ່າວສະຫລຸບຜົລງານ ທີ່ຜ່ານມາ, ໃຫ້ທິດທາງ ແລະຊີ້ນຳໃນການປະຕິບັດກິຈກັມ ທາງສາສນາ ແລະ ການປະຕິບັດຕໍ່ອົງການສົງ ແລະ ພຣະອາຈານ ອິນປອນ ໄຊຍະສິນ ຫົວໜ້າເຂດ 1, ພຣະອາຈານ ບົວວັນ ລາດຊະດາວັນ ຫົວໜ້າເຂດ 2 ແລະພຣະຄຣູ ສົມສັກ ສັມປັນໂນ ຫົວໜ້າເຂດ 3 ກໍຣາຍງານ ຜົລງານ, ບັນຫາຄົງຄ້າງ, ອຸປສັກ ແລະ ສເນີບັນຫາຕ່າງໆ ເພື່ອຄົ້ນຄວ້າ ພິຈາຣະນາ ແກ້ໄຂ. ໃນນັ້ນ ຮວມທັງການຮວບສະຖິຕິວັດ ແລະພຣະສົງລາວ ທີ່ສະຫະຣັຖອາເມຣິກາ.
ເວົ້າເຖິງບັນຫາທີ່ຍັງມີຢູ່ໃນປັດຈຸບັນ ທີ່ຍັງແກ້ບໍ່ຕົກ ພຣະຄຣູ ສົມສັກ ກ່າວຕອນນຶ່ງວ່າ:
"ເຣຶ່ອງບັນຫາມັນກະມີຢູ່ ສ່ວນຫລາຍແລ້ວບັນຫາ ເຣຶ່ອງການສ້າງວັດວາອາຣາມ ສ່ວນຫລາຍມັນຈະມີບັນຫາ ເຣຶ່ອງການບໍຣິຫານວັດ ແຕ່ລະ ວັດທີ່ອາຕະມາ ເຄີຍຮູ້ເຄີຍເຫັນ ເຄີຍແກ້ໄຂບັນຫານີ້ ມັນເກີດມາຈາກຄວາມເຂົ້າໃຈ ຣະຫວ່າງຍາດໂຍມ ແລະພຣະສົງ ມັນຕ້ອງໄດ້ ແກ້ໄຂ ໂຕນີ້ສໍາຄັນ ບາງບ່ອນ ກະພຣະນີ້ໄປຢູ່ຊື່ໆ ບໍຣິຫານແທ້ໆແມ່ນຄນະຍາດໂຍມ ຄນະກັມການພຸ້ນເປັນຜູ້ບົ່ງຊີ້ຂາດຕ່າງໆ ມັນກະເລີຍເກີດ ບັນຫາ ດຽວນີ້ມັນກໍມີຢູ່ບັນຫາ ຄູ່ມື້ນີ້ນະ ແກ້ໄຂຍັງບໍ່ຕົກເຣຶ່ອງນີ້ນະ ເປັນມາຢູ່ ຕລອດ."
ກອງປະຊຸມຫຼວງຂອງອົງການຄນະສົງລາວ-ອາເມຣິກັນຄັ້ງນີ້ ຕາມຄໍາເວົ້າຂອງ ພຣະອາຈານຫຼາຍທ່ານແລ້ວແມ່ນວ່າ ວ່າມີຄວາມສໍາຄັນຫຼາຍ ທັງສໍາລັບພຣະສົງເອງ ແລະທັງອອກຕົນຍາດໂຍມ ຊາວພຸດທັງຫລາຍ. ພຣະອາຈານ ທອງວັນ ກ່າວວ່າ ກອງປະຊຸມຫລວງຄັ້ງນີ້ ມີຄວາມ ສຳຄັນຫຼາຍ ຍ້ອນວ່າ ໄດ້ທົບທວນຄືນເຖິງທີ່ຕັ້ງ ຂອງອົງການສົງຄັ້ງທຳອິດ ເມື່ອ 36 ປີກ່ອນ ທີ່ວ່າໄດ້ເລີ້ມຈາກ ວັດລາວພຸທວົງສ໌ແຫ່ງນີ້:
"ມີຄວາມໝາຍສໍາຄັນ ເພາະວ່າເຮົາໄດ້ຫວນຄືນມາເຖິງທີ່ຕັ້ງ ຂອງອົງການສົງໃນຄັ້ງທໍາອິດ ເພາະວ່າອົງການນີ້ເມື່ອ 36 ປີກ່ອນນີ້ໄດ້ເລີ້ມ ຈາກ ວັດລາວພຸທວົງສ໌ ໃນນະຄອນຫຼວງ ວໍຊິງຕັນ ດີຊີ ນີ້ ຫວນເຖິງການດໍາເນີນການ ມາໃນຣະຍະ 36 ປີນັ້ນ ມີອັນໃດແດ່ດີ ມີອັນໃດ ແດ່ບໍ່ດີ ທີ່ເຮົາຈະໄດ້ມີການປັບປຸງ ພັທນາຂຶ້ນໄປ ແລ້ວນອກຈາກນັ້ນ ເຣຶ່ອງການດໍາເນີນການ ເອກກະສານຂອງອົງການສົງນີ້ ໄດ້ສໍາເຣັດ ລົງພາຍໃນປີທີ່ຜ່ານມານີ້ ຖືກຕ້ອງຕາມກົດໝາຍ ຂອງສະຫະຣັຖລຽບລ້ອຍ."
ແລະ ພຣະອາຈານ ຄໍາຫວັນ ພິມມະວົງ ກໍກ່າວວ່າ:
"ຖືວ່າໃນຊ່ວງຣະຍະ 36 ປີຜ່ານມາ ແຕ່ເຮົາກະຖືວ່າການລິເລີ້ມ ຂອງພໍ່ແມ່ຄຣູບາອາຈານ ກະຖືວ່າເປັນຜູ້ດົກດໍ ໃຫ້ເກີດອົງການສົງຂຶ້ນ ເຮົາກໍຍົກໄວ້ທີ່ສູງ ແຕ່ເວົ້າເຣຶ່ອງການດໍາເນີນ ວຽກງານທຸກຢ່າງມັນກະເປັນໄປແບບລັກສນະກ່າທັມມະດາ ແບບວ່າ ເຮົາຄ່ອຍເຮັດ ຄ່ອຍໄປ ຄ່ອຍມາ. ແຕ່ປັດຈຸບັນນີ້ ໃນຂນະນີ່ຖືວ່າທຸກຢ່າງ ໃນອົງການສົງເຮົາຄັນເວົ້າຖືວ່າ ໂຕສໍາຄັນຄືເຮົາ ຖືກຕ້ອງຕາມຣະບຽບກົດໝາຍບ້ານເມືອງ ຂອງສະຫະຣັຖ ອາເມຣິກາ ຖືວ່າເຮົາຢູ່ຖືກຕ້ອງ ແບບຖືກຕ້ອງ 100% ເລີຍ ໜັງສື ທຸກຢ່າງ ເຮົາມີຄົບສົມບູນແບບເບິດ ຖືວ່າປີ 2017 ຫາ 2018 ເຮົາສົມບູນແບບ."
ໃນກອງປະຊຸມຫລວງຄັ້ງນີ້ ອອກຕົນຍາດໂຍມຊາວພຸດຈາກຣັຖຕ່າງໆ ໃນສະຫະຣັຖ ກໍໄດ້ເຂົ້າຮ່ວມ. ໃນນັ້ນກໍມີມາຈາກ ຣັຖແຄລິຟໍເນັຍ ຊຶ່ງທ່ານກ່າວວ່າ ມີຄວາມພໍໃຈແລະດີໃຈ ທີ່ໄດ້ມາເຂົ້າຮ່ວມຟັງ ໃນກອງປະຊຸມຫລວງຄັ້ງນີ້ ຊຶ່ງທ່ານກ່າວວ່າ:
"ຂ້າພະເຈົ້າ ອິນຕາ ພະຄອນຄໍາ ນໍ ມີຄວາມພູມໃຈ ທີ່ໄດ້ມາຮ່ວມກອງປະຊຸມນໍາເພິ່ນ ແລະກະມາເບິ່ງການເຄື່ອນໄຫວ ຂອງເພິ່ນນີ້ ຂ້າພະເຈົ້າກໍເປັນຊາວພຸດ ຜູ້ນຶ່ງນໍທີ່ວ່າເຫັນການຈັດຕັ້ງ ຂອງເພິ່ນກໍມີການຈັດຈັ້ງ ອັນແໜ້ນໜາ ກະພູມໃຈທີ່ວ່າ ເພິ່ນເຮັດໄດ້ ມາປະຊຸມ ເທື່ອນີ້ກະເພື່ອ ຢາກເອົາບົດຮຽນໂຕນີ້ໄປສູ່ ທາງວັດວາຂອງພວກຂ້າພະເຈົ້າ ຢູ່ເມືອງແຟັສໂນ ວັດລາວທັມສັດຈະ ກະມີການຈັດຕັ້ງ ຄືກັນກັບເພິ່ນນີ້ ຖືວ່າມີຄວາມສໍາຄັນທີ່ສຸດ ສໍາລັບຊາວພຸດຂອງພວກເຮົາ."
ແລະອີກທ່ານນຶ່ງ ທີ່ມາຈາກຣັຖໄອໂອວາ ກໍກ່າວວ່າ ໄດ້ໄປຮັບໃຊ້ກອງປະຊຸມສົງ ເກືອບວ່າທຸກບ່ອນ:
"ຂ້າພະເຈົ້າ ວັນນະວົງ ສໍພາບມີໄຊ ຣາຍການປະຊຸມສົງນີ້ ຂ້າພະເຈົ້າມີໂອກາດ ໄດ້ໄປຮ່ວມເກືອບທຸກບ່ອນ ໄປຮ່ວມເພື່ອຮັບໃຊ້ ກອງປະຊຸມເພິ່ນ ປີນີ້ເປັນການສລອງ 36 ປີ ທີ່ເພິ່ນຕັ້ງອົງການສົງ ຢູ່ໃນສະຫະຣັຖອາເມຣິກາ ພ້ອມດຽວກັນນີ້ ເພິ່ນຊິ ສະຖາປະນາ ຍາທ່ານ ບຸນມີ ຂຶ້ນເປັນປະມຸກ ຂອງສົງລາວ ໃນສະຫະຣັຖອາເມຣິກາ ຂ້າພະເຈົ້າກໍຮູ້ສຶກພາກພຸມໃຈ."
ແລະຍານາງ ພັນມະຫາ ສິລິວົງ ຈາກຣັຖເວີຈິເນັຍ ກໍສະແດງຄວາມຮູ້ສຶກຂອງຕົນ ທີ່ໄດ້ມາຮ່ວມກອງປະຊຸມສົງຄັ້ງນີ້ວ່າ:
"ກໍດີໃຈທີ່ໄດ້ມາອຸປະກາລະ ອຸປຖັມ ເພິ່ນມີມິດຕິງໃຫຍ່ຈັ່ງຊີ້ນະ ມີຄວາມຮູ້ສຶກພາກພູມໃຈໃນໂຕເອງ ທີ່ວ່າເຮົາມີຈິດໃຈແບບຢາກເຮັດ ຫັ້ນນະ."
ໃນຣະຫວ່າງກອງປະຊຸມ ກໍມີຫຼາຍກິຈກັມທາງສາສນາ ເປັນຕົ້ນຕັກບາດ ຖວາຍ ສັງຄະທານ; ສລອງ 40 ປີ ວັດລາວພຸທວົງ ແລະ 36 ປີ ຂອງອົງການຄນະສົງ ລາວ-ອາເມຣິກັນ ທີ່ສະຫະຣັຖອາເມຣິກາ.
ເວົ້າເຖິງກອງປະຊຸມຫລວງ ຂອງອົງການຄນະສົງລາວ ຄັ້ງທີ 36 ນີ້ ທ່ານ ສຸດທະຣະວົງ ບຸຕະ ເລຂາວັດລາວພຸທວົງສ໌ ຄນະກັມການ ຕ້ອນຮັບ ກອງປະຊຸມຄນະສົງ ກ່າວວ່າເປັນເທື່ອທີ 3 ທີ່ວັດລາວພຸທວົງສ໌ ໄດ້ຕ້ອນຮັບກອງປະຊຸມສົງ ທົ່ວສະຫະຣັຖ:
"ປີນີ້ຖືວ່າເປັນປີພິເສດ ເພາະວ່າຈະມີການ ສົມໂພດອາຈານໃຫຍ່ນີ້ ຍາທ່ານ ບຸນມີ ເພີ່ນກະເປັນພຣະອາວຸໂສ ແລະກະເປັນປະທານສົງ ມາຕລອດ ປີນີ້ເປັນປີທີ 36 ແລ້ວຈຶ່ງວ່າທາງຄນະສົງ ເຫັນພ້ອມເຫັນດີກັນຈະຍົກຍ້ອງຂຶ້ນ ໃຫ້ເປັນປະມຸກໃຫຍ່ຂອງ ສົງ ໃນສະຫະຣັຖ ອາເມຣິກາ ແລະກະມີພິທີສົມໂພດພຣະ, ສົມໂພດຮອຍພຣະບາດ, ມີການສລອງອາຍຸວັທນະຂອງ ດຣ. ພຣະອາຈານ ຈັນດາ ຄົບຮອບ 65 ປີ."
ຫລັງຈາກກອງປະຊຸມແລ້ວ ກໍມີພິທີສະຖາປານາ ເຖຣາພິເສກ ຍາທ່ານໃຫຍ່ ບຸນມີ ກິດຕິທັມມະວັນໂນ ຂຶ້ນເປັນອົງພຣະປະມຸກສົງລາວ ທີ່ສະຫະຣັຖອາເມຣິກາ; ຖວາຍມຸທິຕາ ສລອງອາຍຸວັທນະ 65 ປີ ດຣ. ພຣະມະຫາ ຈັນດາພອນ ຈັກກະວາໂຣ; ຖວາຍອັຕຖະ ແດ່ຄນະ ພຣະສົງ; ມີຣາຍການພິເສດຄື:
ຄນະສົງໄປທ່ຽວຊົມສະຖານທີ່ສຳຄັນຕ່າງໆ ຢູ່ນະຄອນຫຼວງວໍຊິງຕັນ ດີຊີ ເປັນຕົ້ນຫໍຣັຖສະພາ ແລະທຳນຽບຂາວ ທຳນຽບປະທານາທິບໍດີ. ຫຼາຍຄົນພາກັນເວົ້າວ່າກອງປະຊຸມຫຼວງ ສມັຍສາມັນປະຈຳປີຄັ້ງທີ 36 ຂອງອົງການຄນະສົງ ລາວ-ອາເມຣິກັນ ໃນສະຫະຣັຖອາເມຣິກາ ທີ່ໄດ້ຖືກຈັດຂຶ້ນຢູ່ວັດລາວພຸທວົງສ໌ ເມືອງເຄັດແລັດ ໃນໂຂງເຂດ ນະຄອນຫລວງ ວໍຊິງຕັນ ດີຊີ ໃນມື້ວັນທີ 7 ແລະ 8 ມິຖຸນາ 2018 ນີ້ ໄດ້ດຳເນີນໄປ ໃນບັນຍາກາດ ອັນອົບອຸ່ນ ແລະໄດ້ຮັບຜົລສໍາເຣັດ ເປັນຢ່າງດີ.