ກອງປະຊຸມຄັ້ງທີ 36 ຄນະສົງ ລາວ-ອາເມຣິກັນ
2018.06.08

ກອງປະຊຸມຫຼວງສມັຍສາມັນ ປະຈຳປີຄັ້ງທີ 36 ຂອງອົງການຄນະສົງ ລາວ-ອາເມຣິກັນ ໃນສະຫະຣັຖອາເມຣິກາ ຖືກຈັດຂຶ້ນທີ່ວັດລາວ ພຸທວົງສ໌ ເມືອງແຄັດແລັດ ຣັຖເວີຈິເນັຍ ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ວັນທີ 7 ແລະວັນທີ 8 ມິຖຸນາ 2018 ນີ້.
ພຣະອາຈານ ທອງວັນ ອຸດຕະມະປັນໂຍ ເຈົ້າອະທິການວັດລາວ ເວີຈີເນັຍ ເລຂາອົງການຄນະສົງລາວ-ອາເມຣິກັນ ກ່າວເຖິງເປົ້າໝາຍ ຂອງກອງປະຊຸມຫຼວງ ຄັ້ງນີ້ວ່າ ເພື່ອເຕົ້າໂຮມ ຄວາມສມານສາມັກຄີ ແລະເປັນການວາງທິດທາງ ໃນການເຜີຍແຜ່ ພຸທສາສນາ:
"ເພື່ອໃຫ້ການບໍຣິຫານແຕ່ລະວັດ ເປັນໄປໃນຮູບແບບດຽວກັນ ເຮົາຈຶ່ງໄດ້ມີການຈັດກອງປະຊຸມຂຶ້ນມາ ໂດຍທີ່ທາງສູນກາງ ຫລືວ່າຄນະ ບໍຣິຫານ ນີ້ໄດ້ພ້ອມພຽງກັນມາປຶກສາຫາລືວ່າ ເຮົາຄວນຈະວາງນະໂຍບາຍແບບໃດ ທີ່ໃຫ້ເໝາະສົມແກ່່ວັດຕ່າງໆ ໃນສະຫະຣັຖອາເມຣິກາ ໃນການເຜີຍແພ່ພຸທສາສນາ ໃຫ້ເປັນຮູບແບບດຽວກັນ."
ພ້ອມກັນນັ້ນ ພຣະອາຈານກໍກ່າວວ່າ ກອງປະຊຸມຫລວງຄັ້ງນີ້ ມີຄວາມສຳຄັນຫລາຍ ຍ້ອນວ່າໄດ້ທວນຄືນມາເຖິງ ທີ່ຕັ້ງຂອງອົງການສົງ ຄັ້ງທຳອິດ ເມື່ອ 36 ປີກ່ອນ ທີ່ວ່າໄດ້ເລີ້ມຈາກວັດລາວພຸທວົງສຸ ແຫ່ງນີ້:
"ແລ້ວຫວນເຖິງການດໍາເນີນການມາ ໃນຣະຍະ 36 ປີນັ້ນ ມີອັນໃດແດ່ດີ ມີອັນໃດແດ່ບໍ່ດີ ທີ່ເຮົາຈະໄດ້ມີການປັບປຸງພັທນາຂຶ້ນໄປ ແລ້ວ ນອກຈາກນັ້ນ ເຣຶ່ອງການດໍາເນີນການ ເອກກະສານຂອງອົງການສົງ ນີ້ໄດ້ສໍາເຣັດລົງພາຍ ໃນປີທີ່ຜ່ານມານີ້ ຖືກຕ້ອງຕາມກົດໝາຍ ຂອງສະຫະຣັຖລຽບລ້ອຍ."
ໃນຣະຫວ່າງກອງປະຊຸມ ກໍມີກິຈກັມຕ່າງໆ ເປັນຕົ້ນຕັກບາດຖວາຍສັງຄະທານ ສລອງ 40 ປີ ວັດລາວພຸທວົງສຸ ແລະ 36 ປີ ອົງການ ຄນະສົງລາວ-ອາເມຣິກັນ. ມື້ວັນທີ 9 ມິຖຸນາ ມີພິທີສະຖາປານາ ເຖຣາພິເສກ ຍາທ່ານໃຫຍ່ ບຸນມີ ກິດຕິທັມມະວັນໂນ ຂຶ້ນເປັນອົງ ພຣະປະມຸກສົງລາວ ທີ່ສະຫະຣັຖອາເມຣິກາ; ຖວາຍມຸທິຕາ ສລອງອາຍຸວັທນະ 65 ປີ ດຣ. ພຣະມະຫາ ຈັນດາພອນ ຈັກກະວາໂຣ; ຖວາຍອັຕຖະແດ່ ຄນະພຣະສົງ. ຕາມຣາຍການ.
ແລະມື້ວັນທີ 10 ມິຖຸນາ ມີຣາຍການພິເສດຄື: ຄນະສົງໄປທ່ຽວຊົມ ຫໍພິພິທພັນຍານອາວະກາດ ແຫ່ງຊາດ ສະຫະຣັຖອາເມຣິກາ ທີ່ ສນາມບິນ ດະລັສ (Dullas) ບ່ອນທີ່ມີບັ້ງໄຟ ຊຶ່ງວັດລາວພຸທວົງສ໌ ແລະຊາວລາວມອບໃຫ້; ທ່ຽວຊົມສະຖານທີ່ ສຳຄັນຕ່າງໆ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ເປັນຕົ້ນ ຫໍຣັຖສະພາ ແລະທຳນຽບຂາວ.
ທຳນຽບປະທານາທິບໍດີສະຫະຣັຖ.ເວົ້າເຖິງກອງປະຊຸມຫລວງ ຂອງອົງການຄະນະສົງລາວ ຄັ້ງທີ 36 ນີ້ ທ່ານ ສຸດທະຣະວົງ ບຸຕະ ເລຂາ ວັດລາວພຸທວົງ ຄນະກັມການຕ້ອນຮັບ ກອງປະຊຸມຄະນະສົງ ກ່າວວ່າ ເປັນເທື່ອທີ 3 ທີ່ວັດລາວພຸທວົງສ໌ ໄດ້ຕ້ອນຮັບກອງປະຊຸມສົງ ທົ່ວ ສະຫະຣັຖ:
"ປີນີ້ຖືວ່າເປັນປີພິເສດ ເພາະວ່າຈະມີການສົມໂພດອາຈານໃຫຍ່ ນີ້ ຍາທ່ານ ບຸນມີ ເພີ່ນກະເປັນພຣະອາວຸໂສ ແລະກະເປັນປະທານສົງ ມາຕລອດ ປີນີ້ເປັນ ປີທີ 36 ແລ້ວຈຶ່ງວ່າທາງຄນະສົງ ເຫັນພ້ອມເຫັນດີກັນ ຈະຍົກຍ້ອງຂຶ້ນໃຫ້ເປັນ ປະມຸກໃຫຍ່ ຂອງສົງໃນສະຫະຣັຖ ອາເມຣິກາ ແລະກະມີພິທີສົມໂພດພຣະ, ສົມໂພດຮອຍພຣະບາດ, ມີການສລອງອາຍຸວັທນະຂອງ ດຣ. ພຣະອາຈານ ຈັນດາ ຄົບຮອບ 65 ປີ."
ໃນຂນະທີ່ວິທຍຸເອເຊັຍເສຣີ ຣາຍງານຂ່າວຢູ່ນີ້ ກອງປະຊຸມຫຼວງ ສມັຍສາມັນປະຈຳປີ ຄັ້ງທີ 36 ຂອງອົງການຄນະສົງ ລາວ-ອາເມຣິກັນ ໃນສະຫະຣັຖອາເມຣິກາ ກຳລັງດຳເນີນຢູ່.