ຫຼາຍວັດຢູ່ສະຫະຣັດ ຍົກເລີກ ງານປີໃໝ່ລາວ

ສຸພັດຕາ
2020.03.19
F-wat ວັດລາວທີ່ ຣັດ ລຸຍຊິອານາ ສະຫະຣັດ ອະເມຣິກາ, ຊຶ່ງມີທ່ານ ບົວສອນ ອຸ່ນຈິດ ເປັນປະທານບໍຣິຫານ ຖ່າຍຮູບຮ່ວມກັບ ເຈົ້າອາວາດ ປະຈໍາວັດ
ຮູບຈາກ : ນັກຂ່າວພົລເມືອງ

ເນື່ອງຈາກການຣະບາດຂອງພຍາດໂຄວິດ-19 ທີ່ຣະບາດໜັກຢູ່ ຫຼາຍປະເທດທົ່ວໂລກໃນຂນະນີ້, ຄະນະບໍຣິຫານວັດລາວ ໃນ ສະຫະຣັຖ ອາເມຣິກາ ໄດ້ມີການຍົກເລີກ ຈັດງານບຸນປີໃໝ່ລາວ ພ.ສ 2563 ເພື່ອປ້ອງກັນການແຜ່ຣະບາດ ຂອງ ເຊື້ອໄວຣັສ COVID-19, ດັ່ງ ປະທານຄະນະກັມມະການ ບໍຣິຫານວັດ ທັມມະຣັດຕະນະຣາມ ຣັຖລຸຍເຊັຍນາ ກ່່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 17 ມີນາ ນີ້ວ່າ:

“ການທີ່ຄະນະກັມມະການ ຄະນະບໍຣິຫານວັດທັມມະຣັດຕະນະຣາມ ເຮົາໄດ້ຕັດສິນໃຈຍົກເລີກງານປີໃໝ່ພສ 2563, 2020 ນີ້ກໍແມ່ນເພື່ອ ເປັນຫ່ວງຊີວິດ ຂອງມວນຊົນຂອງເຮົາ, ເຮົາຮັກສາກ່ຽວກັບການເດີນທາງ ຂອງຍາດຕິພີ່ນ້ອງ ທີ່ມາຈາກຕ່າງຣັຖ ຕ່າງເມືອງບໍ່ຜ່ານທາງ ສາຍການບິນ ທີ່ມາຮ່ວມຈາກທົ່ວທຸກແຫ່ງເນາະ ໃນສະຫະຣັຖອາເມຣິກາ ແລະຈະສ່ຽງຕໍ່ການຕິດເຊື້ອໂຄວິດ-19.”

ສໍາລັບວັດລາວ ພຸດທະອາຣິຍະເມດຕາຣາມ ທີ່ເມືອງມໍຣິສ, ຣັຖຄອນເນັກຕິຄັຕ ເຈົ້າອາວາດວັດ ກ່າວວ່າ ງານບຸນປີໃໝ່ປີນີ້ ອາຈໄດ້ຍ້າຍ ໄປໃສ່ມື້ໃໝ່ ອີງຕາມສະພາບການຕົວຈີງ ຂອງບ້ານເມືອງ:

“ວ່າໄວ້ກະວ່າຊິເຮັດຕາມຄືສຸປີ ຫາກຊ້ວງນີ້ທາງການບ້ານເມືອງຂະເຈົ້າ ຄືວ່າສີຮ້ອນໆເຄັ່ງໆບາງທີຊິໄດ້ເລື່ອນ ຊິໄດ້ເລື່ອນໄດ້ຍ້າຍກະບໍ່ຈັກ ກະຣະວັງນໍາພຍາດນິ່ລະ ອັນໃດກະດາຍຊິເຮັດຫຍັງກະດາຍ ຣະວັງນໍາກັນຢ້ານ.”

ນອກຈາກນີ້ແລ້ວ ວັດລາວ ທີ່ປະເທດການາດາ ກໍຈະບໍ່ມີການຈັດງານບຸນປີໃໝ່ລາວ ພ.ສ 2563 ແລະງານບຸນຕ່າງໆກໍຍົກເລີກເຊັ່ນດຽວກັນ, ດັ່ງຮອງເຈົ້າອາວາດ ວັດປ່າ ເວຣຸວະນາຣາມ ແຂວງອອງໂຕລີໂອ້ ກ່າວວ່າ:

“ປິນິ້ເພິ່ນບໍ່ໄດ້ຈັດປີນີ້ ເພາະວ່າມັນຍ້ອນວ່າສາເຫດ ພຍາດມັນແຜ່ຫຼາຍ ເພິ່ນກະເລີຍຢຸດ ຍົກເລີກເລີຍ ບຸນຫຍັງກະບໍ່ວ່່າແຕ່ບຸນປີໃໝ່ ທຸກ ບຸນເລີຍ ງານບຸນງານພົບປະສາງສັນ ຕ່າງໆປິດເບິດ ແຄນໂຊເບິດໜ່າ.”

ພ້ອມກັນນີ້ ວັດລາວພຸທປະທີບ ຢູ່ເມືອງ Nashville ຣັຖ ເທນນາຊີ ກໍມີໃບແຈ້ງຂ່າວປະຊາສັມພັນ ຍົກເລີກການສລອງບຸນປີໃໝ່ລາວ ພ.ສ 2563 ແລະຈະເຄື່ອນຍ້າຍ ພິທີຈົກສລາກຕ່າງໆ ໄປໃສ່ບຸນຫາຣາຍໄດ້ປະຈໍາປີ ໃນເດືອນ ກໍຣະກະດາ ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.