ເຄມີໃຊ້ຢູ່ສວນກ້ວຍ ມ.ນໍ້າບາກ
ສວນປູກກ້ວຍ ແລະ ສວນຫມາກໂມ ຂອງຈີນ ຢູ່ ເມືອງນ້ຳບາກ ແຂວງ ຫຼວງພຣະບາງ ຍັງໃຊ້ ສານເຄມີ ອັນຕະຣາຍ
-
ສິດນີ້
2016-08-11 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ທ້ອງຖິ່ນ ທີ່ ເມືອງນ້ຳບາກ ແຂວງ ຫລວງພຣະບາງ ທ່ານນຶ່ງເວົ້າວ່າ ສວນຫມາກໂມ ແລະ ສວນກ້ວຍ ຂອງຈີນ ທີ່ ເມືອງນ້ຳບາກ ຍັງນຳເຂົ້າ ສານເຄມີ ມາໃຊ້ ໂດຍ ບໍ່ໄດ້ຮັບ ອະນຸຍາດ ແລະ ຜ່ານການ ກວດກາ ຂອງຫ້ອງການ ກະສິກັມ, ສານເຄມີ ດັ່ງກ່າວ ສ່ວນໃຫຍ່ ຈະໃຊ້ ໃນສວນກ້ວຍ ແລະ ສວນຫມາກໂມ ສົ່ງຜົລກະທົບ ຕໍ່ ສຸຂພາບ ຂອງ ປະຊາຊົນ ທີ່ເຮັດວຽກ ໃນສວນ. ດັ່ງທ່ານກ່າວ ໃນວັນທີ 10 ສິງຫາ ນີ້ວ່າ:
"ຄວາມຈິງນັ້ນ ທາງ ກະສີກັມ ກໍເວົ້າວ່າ ຂະເຈົ້າ ຈະເອົາຢາ ເຂົ້າມາເນາະ ກະສິກັມ ເພີ່ນຈະເປັນ ຜູ້ກວດເຊັກວ່າ ຖືກຕ້ອງ ຕາມສັນຍາ ທີ່ເຮົາໄດ້ ຕົກລົງບໍ ຕົວຢ່າງ ແບບນີ້ ແຕ່ວ່າດຽວນີ້ ເຂົ້າມາ ກໍບໍ່ໄດ້ຜ່ານ ເຂົາລັກເອົາ ເຂົ້າມາ ກໍມີບາງອັນ ເອົາເຂົ້າມາຫາ ທ້ອງຖິ່ນ ເລີຍ".
ທ່ານກ່າວຕື່ມວ່າ ສານເຄມີ ດັ່ງກ່າວ ນອກຈາກ ຈະສົ່ງ ຜົລກະທົບ ຕໍ່ສຸຂພາບ ຂອງ ປະຊາຊົນ ທ້ອງຖິ່ນ ແລະ ຄົນງານ ທີ່ເຮັດວຽກ ໃນສວນກ້ວຍ ແລ້ວຍັງສົ່ງ ຜົລກະທົບ ຕໍ່ຣະບົບ ນິເວດ ສັດສາວາສິ່ງ ຮ່ວມທັງ ປາ ໃນແມ່ນ້ຳ ກໍຫຼຸດລົງ ຢ່າງຫຼວງຫຼາຍ ຫລັງຈາກ ຈີນ ເຂົ້າມາ ປູກຫມາກໂມ ໃນເຂດນີ້. ທ່ານກ່າວ ເພີ້ມວ່າ:
"ຕາມເຮົາມາ ສັງເກດແລ້ວ ຄັນຜູ້ໃດ ເຂົ້າໄປເຮັດວຽກ ນຳຈີນ ນີ້ນະ ຂັ້ນນຶ່ງປີ ຫລື ນຶ່ງ ປີປາຍ ມານີ້ ເກືອບຈະວ່າ ສຸຂພາບ ຂອງຂະເຈົ້າ ມີອັນກະທົບ ຫຼາຍອັນ ບາງຄົນ ເປັນຕຸ່ມ ເປັນຕາ ຕາມມື ຕາມຕີນ ຫັ້ນແຫລະ".
ທ່ານວ່າ ໃນປັດຈຸບັນ ຫ້ອງການ ເມືອງ ກໍໄດ້ ອອກຄຳສັ່ງ ໃຫ້ ປະຊາຊົນ ບໍ່ໃຫ້ ຈີນ ເຊົ່າດິນ ປູກກວ້ຍ ແລະ ຫມາກໂມ ອີກຕໍ່ໄປ ຮ່ວມດ້ວຍ ອອກກົດຣະບຽບ ໃຫ້ມີການ ວັດ ໄລຍະທາງ ບ່ອນປູກກວ້ຍ ແລະ ຫມາກໂມ ໃຫ້ຫ່າງໄກ ຈາກ ບ່ອນຢູ່ອາສັຍ ແລະ ໄຮ່ນາ ຂອງ ປະຊາຊົນ.