ເຣື້ອງທີ່ເກັບບັນທຶກໄວ້
2024-10-02
ທາງການລາວ ອອກແຈ້ງການ ໃຫ້ນາຍຈ້າງ ຈ່າຍເງິນອຸດໜຸນຄ່າຄອງຊີບ ໃຫ້ແກ່ຄົນງານ ເພື່ອໃຫ້ພວກຂະເຈົ້າ ມີລາຍໄດ້ຕໍ່ເດືອນບໍ່ຕ່ໍາກ່ວາ 2,500,000 ກີບ/ຄົນ ແຕ່ຄົນງານລາວ ເຫັນວ່າ ຍັງໜ້ອຍຫລາຍ ແລະ ຕ້ອງການໄປເຮັດວຽກຢູ່ຕ່າງປະເທດ.
2024-10-02
ເປັນເວລາ 1 ປີ ທີ່ໂຮງຮຽນ ມ.ຕົ້ນ ນາເຊັງ ປະສົບກັບບັນຫາການຂາດຄູ ແລະ ນັກຮຽນເຂົ້າຮຽນໜ້ອຍລົງ, ພາກສ່ວນຂອງຄູ-ອາຈານ ຈຶ່ງພາກັນລາຍງານ ບັນຫາໄປເຖິງ ຂະແໜງການສຶກສາເມືອງ ແລະ ແຂວງ ສະນັ້ນ ສົກຮຽນ 2024-2025 ຈຶ່ງມີການຍຸບໂຮງຮຽນດັ່ງກ່າວ ເຂົ້ານໍາກັນ.
2024-10-02
ແຂວງເຊກອງ ມີແຜນຈະໂຍກຍ້າຍຊາວບ້ານ 5 ບ້ານ ຢູ່ເມືອງກະລຶມ ເພື່ອຫລີກທາງໃຫ້ ການພັດທະນາໂຄງການ ເຂື່ອນໄຟຟ້າ ເຊກອງ ຈໍານວນ 2 ແຫ່ງ ເຊິ່ງມີກໍານົດການ ຈະກໍ່ສ້າງ ພາຍໃນປີ 2025 ນີ້.
2024-10-01
ການບຸກຊິງໂຕນັກໂທ 5 ຄົນ ຢູ່ຄຸກນາໄຫນາໂນ ເກີດຂຶ້ນເປັນຄັ້ງທໍາອິດ ແລະ ມັນເກີດຂຶ້ນໄດ້ແນວໃດ ຢູ່ໃນຄຸກ ທີ່ມີການຮັກສາຄວາມປອດໄພ ເປັນຍ້ອນສາເຫດ.
2024-10-01
ຫລາຍບ້ານ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ຍັງບໍ່ສາມາດໃຊ້ນໍ້າປະປາ ໄດ້ຕາມປົກກະຕິ ພາຍຫລັງໄດ້ຮັບຜົນກະທົບ ໄພພິບັດນ້ໍາຖ້ວມ ຢ່າງໜັກ ນັບແຕ່ມື້ວັນທີ 9 ກັນຍາ 2024 ຈົນມາຮອດປັດຈຸບັນ ຍ້ອນມີຕະກອນ ແລະ ມີໃບໄມ້ ໃນນໍ້າປະປາ.
2024-10-01
ເມືອງໄຊທານີ ນະຄອນຫຼວງວຍງຈັນເກີດຄະດີຂຶ້ນທັງໝົດ 425 ເລື່ອງເຊິ່ງໃນນີ້ບໍ່ລວມຄະດີຢາເສບຕິດ, ສະເພາະລັກຊັບພົນລະເມືອງ ມີຈຳນວນ 300 ຄະດີ ເພີ່ມຂຶ້ນຫຼາຍກ່ວາເກົ່າ ເມື່ອທຽບໃສ່ປີ 2023 ໄລຍະ 9 ເດືອນ ເຊິ່ງເພີ່ມຂຶ້ນ 113 ເລື່ອງ.
2024-10-01
ທາງການລາວແຈ້ງເຕືອນແມ່ຍິງລາວ ມີສະຕິໃນການແຕ່ງດອງກັບຕ່າງປະເທດ ໂດຍສະເພາະ ຄົນຈີນ ຂະນະທີ່ມີ ພໍ່ແມ່ຜູ້ປົກຄອງ ສົ່ງຄໍາຮ້ອງໃຫ້ຊ່ວຍເຫລືອ ລູກຫລານ 56 ຄົນ ພາຍຫລັງ ຖືກຕົວະແຕ່ງດອງ.
2024-10-01
ເປົ້າໝາຍທີ່ຈະຫຼຸດພົ້ນ ອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2026 ນີ້ຍັງມີຄວາມທ້າທາຍແລະຫຍຸ້ງຍາກຫຼາຍສົມຄວນ ອາດເຮັດໃຫ້ປະເທດລາວ ບໍ່ສາມາດບັນລຸຕາມເປົ້າໝາຍໄດ້ ເປັນຍ້ອນການສະໜອງທຶນບໍ່ພຽງພໍ ເຊິ່ງມີຄວາມຈຳເປັນຕ້ອງປະຕິຮູບ ໂຄງສ້າງດ້ານການເງິນສາກົນ ຢ່າງຮີບດ່ວນ.