ເຣື້ອງທີ່ເກັບບັນທຶກໄວ້
2024-12-04
ເຖິງແມ່ນວ່າ ທາງລົດໄຟ ລາວ-ຈີນ ໄດ້ເປີດໃຊ້ຢ່າງເປັນທາງການນັບແຕ່ເດືອນທັນວາ ປີ 2021 ຂະນະທີ່ລັດຖະບານ ບໍ່ເອົາໃຈໃສ່ເລື່ອງການຊົດເຊີຍຄວາມເສຍຫາຍ ທີ່ປະຊາຊົນໄດ້ຮັບ ຈາກການໂຄງການ ສ້າງທາງລົດໄຟນີ້ ເຊິ່ງຍັງມີຊາວບ້ານ ອີກຈໍານວນ 371 ຄອບຄົວ ບໍ່ທັນໄດ້ຮັບຄ່າຊົດເຊີຍ ຕາມກຳໜົດ.
2024-12-03
ໂຮງໝໍຫຼາຍແຫ່ງໃນປະເທດລາວ ເປັນຕົ້ນໂຮງໝໍແຂວງອຸດົມໄຊ, ໂຮງໝໍແຂວງຄໍາມ່ວນ ແລະໂຮງໝໍນະຄອນຫຼວງວຽງຈັນ ຍັງປະສົບບັນຫາຂາດແຄນຢາ ເນື່ອງຈາກຕິດໜີ້ບໍລິສັດຂາຍຢາ ນັບແຕ່ປີ 2023 ມາຮອດປັດຈຸບັນ ເຮັດໃຫ້ຄົນເຈັບຕ້ອງໄປຊື້ຢາບເອງ ແລະຄລິນິກເອກກະຊົນ.
2024-12-03
ເນື່ອງໃນໂອກາດສະຫຼອງວັນຊາດ ຄົບຮອບ 49 ປີ ໃນວັນທີ່ 2 ທັນວາ, ລັດຖະບານ ປະກາດອະໄພຍະໂທດ ໃຫ້ແກ່ນັກໂທດ 2,716 ຄົນ, ແຕ່ບໍ່ມີລາຍຊື່ນັກໂທດການເມືອງຢູ່ນຳ ແລະສ່ວນໃຫຍ່ແມ່ນນັກໂທດ ຄະດີລັກຊັບ ແລະຄະດີຢາເສບຕິດເທົ່ານັ້ນ.
2024-12-03
ປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ຕິດໜີ້ເຖິງ 30% ຂອງໜີ້ສາທາລະນະ ທີ່ລັດຖະບານ ສປປ ລາວ ຕິດ ຄືລັດວິສາຫະກິດໄຟຟ້າລາວ ຕິດປະມານ 4.3 ຕື້ໂດລ້າສະຫະລັດ.
2024-12-02
ພະນັກງານເຮືອນພັກ ນານາ ແບັກແພັກເກີ ຢູ່ວັງວຽງ ຖືກຈັບຕື່ມອີກ 3 ຄົນ ເຊິ່ງຄາດວ່າ ຫຼື ສົງໄສວ່າອາດມີສ່ວນກ່ຽວຂ້ອງ ກັບເຄື່ອງດື່ມປະສົມເມທານອລ ທີ່ເປັນຕົ້ນເຫດໃຫ້ນັກທ່ອງທ່ຽວ ຕ່າງປະເທດເສຍຊີວິດ 6 ຄົນ ເມື່ອເດືອນພະຈິກທີ່ຜ່ານມາ.
2024-12-02
ຜູ້ລາຍງານພິເສດ ຂອງອົງການສະຫະປະຊາຊາດ ສິດທິດ້ານວັດທະນະທໍາ ຮຽກຮ້ອງລັດຖະບານລາວ ໃຫ້ຄວາມສໍາຄັນ ຕໍ່ສິດທິ ດ້ານວັດທະນະທໍາ ຂອງປະຊາຊົນບັນດາເຜົ່າ ເນື່ອງໃນໂອກາດ ທີ່ໄດ້ຢ້ຽມຢາມ ສປປ ລາວ ແລະໄດ້ພົບປະ ບັນດາເຈົ້າໜ້າທີ່ຂັ້ນສູນກາງ ແລະທ້ອງຖິ່ນ ພ້ອມທັງ ພາກສ່ວນທີ່ກ່ຽວຂ້ອງ.
2024-12-02
ນັກທຸລະກິດຊາວຈີນ ຈໍານວນໜຶ່ງ ຂົນປ້າຍໂຄສະນາ ແລະອຸປະກອນຕິດຕັ້ງປ້າຍ ມາຈາກປະເທດຈີນ ເພື່ອມາຕິດຕັ້ງຢູ່ລາວ ເຮັດໃຫ້ການນໍາໃຊ້ຂໍ້ຄວາມ ແລະຕິດຕັ້ງປ້າຍ ແບບບໍ່ຖືກລະບຽບກົດໝາຍ ແມ່ນຍັງຄົງເກີດຂຶ້ນເລື້ອຍໆ.
2024-11-30
ສໍາພາດ ທ້າວ ພອນປະເສີດ ແສງມະນີວົງ ແລະ ລູກສິດ ດີເດັ່ນຂອງເພິ່ນ ກ່ຽວກັບ ສະຖາບັນສິນລະປະ ອາລັງການ ເພື່ອສົ່ງເສີມ ທັກສະແຕ້ມຮູບ ຕາມຈິນຕະນາການ ໃຫ້ກັບເຍົາວະຊົນລາວ ເຊິ່ງມີຫຼາຍຢ່າງ ທີ່ໜ້າຮຽນຮູ້ ແລະ ນໍາມາ ແຜ່ຜາຍ ຂະຫຍາຍຄວາມ ໃນຜົນງານຂອງ ສະຖາບັນແຫ່ງນີ້.
2024-11-27
ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 27 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.
2024-11-27
ຄົນຈີນທີ່ເປັນໄກຜິດກົດໝາຍ ຍັງນໍາພານັກທ່ອງທ່ຽວຈີນ ທ່ຽວນະຄອນຫຼວງວຽງຈັນ ແລະແຂວງຫຼວງພະບາງຢູ່, ຊຶ່ງເປັນການເຂົ້າມາຍາດແຍ່ງອາຊີບສະຫງວນຂອງຄົນລາວ
2024-11-27
ຊາວບ້ານ ຫຼາຍບ້ານ ຢູ່ເມືອງໝື່ນ ແຂວງວຽງຈັນ ຂໍຮຽກຮ້ອງ ໃຫ້ພະແນກທີ່ກ່ຽວຂ້ອງ ລົງມາກວດກາ ການຂຸດຄົ້ນແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ນີ້ ຢ່າງຮີບດ່ວນ ຍ້ອນວ່າ ຍັງມີການຂຸດ ແຮ່ຄໍາຕົກຂ້ອນ ແລະ ແຮ່ທາດອື່ນໆນັ້ນຢູ່ ຢ່າງຕໍ່ເນື່ອງ ຈົນເຮັດໃຫ້ສາຍນໍ້າຮອນ ທີ່ເປັນສາຍນໍ້າຫຼັກ ຂອງເມືອງໝື່ນ ບໍ່ສາມາດນໍາໃຊ້ໄດ້ ຍ້ອນນໍ້າຂຸ່ນ ມາໄດ້ 2-3 ປີແລ້ວ ເຮັດໃຫ້ຊາວບ້ານ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໃນການໃຊ້ຊີວິດປະຈໍາວັນ.
2024-11-27
ແມ່ຍິງລາວຄົນນຶ່ງ ທີ່ຖືກຕົວະໄປເຮັດວຽກຢູ່ສູນສະແກມເມີຂອງຈີນ ໃນພະມ້າມາໄດ້ 2 ປີແລ້ວ ຍັງລໍຖ້າການຊ່ວຍເຫຼືອຢູ່.
2024-11-26
ຊາວບ້ານໃນ 5 ບ້ານ ເຂດເມືອງກາສີ ແຂວງວຽງຈັນ ຍັງສືບຕໍ່ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດຈີນ ທີ່ເຮັດໃຫ້ນ້ຳ ໃນສາຍນ້ຳປັງ ກາຍເປັນສີແດງຂຸ່ນ ຈົນຊາວບ້ານບໍ່ກ້າໃຊ້ນ້ຳ, ເຮັດໃຫ້ຫຼາຍຄອບຄົວ ຂາດລາຍຮັບໄປນຳດ້ວຍ ຍ້ອນບໍ່ສາມາດຫາປູປາ ແລະຜັກກາດນ້ຳ ໄດ້ຄືເກົ່າ.
2024-11-26
ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 26 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.
2024-11-26
ປະຊາຊົນ ຢູ່ເມືອງໂຂງ ແຂວງຈໍາປາສັກ ຍັງຕັດໄມ້ ຖາງປ່າ ນຳໄມ້ໄປຂາຍ ໃຫ້ໂຮງງານເຜົາຖ່ານ, ໂຮງງານຜະລິດເຟີນີເຈີ ເພື່ອຫາລ້ຽງຊີບຢູ່ ຍ້ອນພາຍຫຼັງນີ້ ພວກເຂົາເຈົ້າ ບໍ່ມີວຽກເຮັດງານທໍາ ແລະບໍ່ມີບ່ອນຫາຢູ່ຫາກິນ.