ຜູ້ລາຍງານພິເສດ ສປຊ ຮຽກຮ້ອງ ສປປ ລາວ ໃຫ້ຄວາມສໍາຄັນສິດທິດ້ານວັດທະນະທໍາ
2024.12.02
ຍານາງ Alexandra Xanthaki ຜູ້ລາຍງານພິເສດ ຂອງອົງການສະຫະປະຊາຊາດ ໃນດ້ານສິດທິ ດ້ານວັດທະນະທໍາ (Cultural rights) ຮຽກຮ້ອງໃຫ້ລັດຖະບານລາວ ໃຫ້ຄວາມສໍາຄັນ ຕໍ່ສິດທິ ດ້ານວັດທະນະທໍາ ຂອງປະຊາຊົນບັນດາເຜົ່າ ເນື່ອງໃນໂອກາດ ທີ່ໄດ້ຢ້ຽມຢາມ ສປປ ລາວ ແລະໄດ້ພົບປະ ບັນດາເຈົ້າໜ້າທີ່ຂັ້ນສູນກາງ ແລະທ້ອງຖິ່ນ ພ້ອມທັງ ພາກສ່ວນທີ່ກ່ຽວຂ້ອງ ລວມເຖິງ ເດີນທາງໄປນະຄອນຫຼວງພຣະບາງ, ເມືອງທ່າແຂກ ແລະເມືອງບົວລະພາ ແຂວງຄໍາມ່ວນ ແລະບັນດາບ້ານອ້ອມຂ້າງ ໃນລະຫວ່າງ ວັນທີ 19-29 ພະຈິກ 2024 ນີ້.
ຜ່ານການຕິດຕາມແລ້ວ ຍານາງ Alexandra ເຫັນວ່າ ປັດຈຸບັນ ສັງຄົມລາວ ຍັງມອງວ່າ ວັດທະນະທໍາບັນດາເຜົ່າ ຍັງບໍ່ທັນສະໄໝ ເຮັດໃຫ້ຍັງເກີດການເລືອກປະຕິບັດ ຕໍ່ປະຊາຊົນບັນດາເຜົ່າ ສັງຄົມ ຈຶ່ງຍັງບໍ່ເຂົ້າໃຈ ເລື່ອງຄວາມຫຼາກຫຼາຍ ດ້ານວັດທະນະທໍາປານໃດ, ອີງຕາມຄໍາເວົ້າ ຂອງຍານາງ Alexandra Xanthaki ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພະຈິກ 2024 ນີ້ວ່າ:
“ໜຶ່ງ ລັດຖະບານ ແລະປະຊາຊົນທົ່ວໄປ ມີຄວາມເຂົ້າໃຈ ດ້ານການຖືກປະຕິບັດ ເປັນບາງສ່ວນ, ສອງ ການພັດທະນາທາງເສດຖະກິດ ມີຄວາມສໍາຄັນຫຼາຍ ໃນໂຕຈິງ ສິດທິດ້ານວັດທະນະທໍາ ແທບຈະບໍ່ມີ ແລະສາມ ສັງຄົມລາວ ແລະປະຊາຊົນລາວ ຍັງບໍ່ໃຫ້ຄຸນຄ່າ ຕໍ່ຄວາມຫຼາກຫຼາຍ ດ້ານວັດທະນະທໍາ.”
ການພັດທະນາດ້ານເສດຖະກິດນັ້ນ ມີຄວາມຈໍາເປັນ ຕໍ່ ສປປ ລາວ ແຕ່ກໍ່ຕ້ອງເຮັດຄວບຄູ່ໄປກັບ ການຍອມຮັບ ແລະການປົກປ້ອງສິດທິ ດ້ານວັດທະນະທໍາ ຂອງກຸ່ມທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາເຫຼົ່ານັ້ນ ຫຼາຍເທື່ອ ໂຄງການພັດທະນາຕ່າງໆ ຍັງບໍ່ມີຂໍ້ກໍານົດ ທີ່ຄໍານຶງເຖິງ ສິດທິມະນຸດ ຫຼື ສິດທິ ທາງວັດທະນະທໍາເທື່ອ, ດັ່ງຍານາງ ກ່າວຕື່ມວ່າ:
“ສິ່ງທີ່ຂ້າພະເຈົ້າ ໄດ້ຍິນ ຄືການໂຍກຍ້າຍຖິ່ນຖານ ເພື່ອເອື້ອຕໍ່ໂຄງການພັດທະນາ ເມື່ອເວົ້າເຖິງ ການໄດ້ຮັບການຍິນຍອມ ໂດຍເສລີລ່ວງໜ້າ ຫຼາຍເທື່ອ ເຈົ້າໜ້າທີ່ ອະທິບາຍພຽງແຕ່ດ້ານດີ ຂອງໂຄງການ ໃຫ້ປະຊາຊົນຟັງ ໂດຍບໍ່ໄດ້ບອກເຖິງ ຂໍ້ທ້າທາຍ ທີ່ຈະເກີດຂຶ້ນ.”
ໂຕຢ່າງຂອງ ບັນດາເຜົ່າ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ໂດຍພວກເຂົາເຈົ້າ ບໍ່ມີສິດ ໃນການຄັດຄ້ານໂຄງການດັ່ງກ່າວ ຈຶ່ງຕ້ອງເສຍທີ່ດິນ ແລະໂຍກຍ້າຍ ໄປບ່ອນອື່ນ ແມ່ນຊາວບ້ານຊົນເຜົ່າບຣູ ໃນເຂດບ້ານປະຈະຕຽນ ແລະ ບ້ານລະເບົານ້ຳ ເມືອງນອງ ແຂວງສະຫວັນນະເຂດ ທີ່ຕ້ອງໂຍກຍ້າຍ ບ່ອນຢູ່ອາໄສ ຍ້ອນເຂດບ້ານເດີມ ຖືກນໍ້າຖ້ວມ ຈາກໂຄງການເຂື່ອນເຊລະນອງ 1 ເຮັດໃຫ້ວິຖີຊີວິດ ດ້ານວັດທະນະທໍາ ປ່ຽນໄປ, ດັ່ງຊາວບ້ານ ຢູ່ບ້ານແກ້ງລີ້ນ ເມືອງນອງ ນາງໜຶ່ງ ກ່າວວ່າ:
“ຊົນເຜົ່າດຽວກັນເບິດ ເຜົ່າບຣູ ແມ່ນ ວິຖີຊີວິດ ໄດ້ໃຊ້ແບບປ່ຽນໄປ ບ້ານເກົ່າຂອງເຮົາ ແມ່ນຕ້ອງໄດ້ໃຊ້ເຮືອ ຄັນໄປທາງເຮືອແລ້ວໄດ້ ດຽວນີ້ ເຂົາຂຶ້ນໂຍກຍ້າຍຂຶ້ນມາຢູ່ເທິງ ແລ້ວ ແລ້ວເຂົາໄດ້ຂີ່ລົດຂີ່ລາແລ້ວເດ້ ເພາະວ່າມັນເປັນທາງ ທີ່ສະດວກສະບາຍແລ້ວ ມີໂຄງການເຂົ້າມາຫຼາຍໂຄງການແລ້ວ.”
ຍານາງ Alexandra ຍັງໄດ້ກ່າວມ້ວນທ້າຍ ວ່າ ການພັັດທະນາເສດຖະກິດ ພຽງຢ່າງດຽວ ບໍ່ແມ່ນການພັດທະນາທີ່ຢືນຍົງ ເພື່ອເຮັດໃຫ້ສິດທິທາງເສດຖະກິດ ມີຍືນຍົງໄດ້ ແມ່ນຈໍາເປັນ ຕ້ອງໃຫ້ມີສິດ ທາງດ້ານວັດທະນະທໍາ ແລະເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດສິດທິ ທາງວັດທະນະທໍາໄດ້ ກໍ່ຈໍາເປັນຕ້ອງມີ ສິດເສລີພາບທາງການປາກເວົ້າ, ການພົບປະສະມາຄົມ ແລະການມີສ່ວນຮ່ວມ ແບບມີເສລີພາບ.