ພະນັກງານ ຂອງເຮືອນພັກນານາ ແບັກແພັກເກີ ຖືກຈັບອີກ 3 ຄົນ
2024.12.02

ເຈົ້າໜ້າທີ່ຕໍາຫຼວດລາວ ໄດ້ຈັບພະນັກງານເຮືອນພັກ ນານາ ແບັກແພັກເກີ ຢູ່ເມືອງວັງວຽງ ແຂວງວຽງຈັນ ຕື່ມອີກ 3 ຄົນ ຊຶ່ງໃນນັ້ນ ເປັນຜູ້ຊາຍຄົນອິນເດຍ 2 ຄົນ ຜູ້ໜຶ່ງອາຍຸ 24 ປີ ແລະອີກຜູ້ໜຶ່ງ ອາຍຸ 30 ປີ ແລະແມ່ຍິງຄົນຟີລິບປິນຜູ້ໜຶ່ງ ອາຍຸ 35 ປີ. ກ່ອນໜ້ານີ້ ກໍໄດ້ຈັບພະນັກງານເຮືອນພັກດັ່ງກ່າວ ທີ່ເປັນຄົນຫຫວຽດນາມແລ້ວ 8 ຄົນ. ໝາຍຄວາມວ່າ ມາເຖິງປັດຈຸບັນ ຕໍາຫຼວດໄດ້ຈັບຜູ້ຕ້ອງສົງໄສ ທັງໝົດ 11 ຄົນ ທີ່ວ່າມີສ່ວນກ່ຽວຂ້ອງ ກັບການເສຍຊີວິດ ແລະການເຈັບປ່ວຍ ຂອງພວກນັກທ່ອງທ່ຽວຕ່າງປະເທດ ຊຶ່ງໄດ້ດື່ມເຫຼົ້າ ປົນທາດເບື່ອນັ້ນ, ອີງຕາມການລາຍງານ ຂອງສໍານັກຂ່າວ ABC News ໃນມື້ວັນທີ 1 ທັນວາ 2024 ນີ້.
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປລາວ ໃນມື້ວັນທີ 2 ທັນວາ ຊຶ່ງເປັນວັນຊາດ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ມີທ່ານໃດຮັບໂທລະສັບ.
ກະຊວງສາທາລະນະສຸກ ໄດ້ອອກແຈ້ງການ ໃນມື້ວັນທີ 28 ພະຈິກທີ່ຜ່ານມາ ສັ່ງປິດໂຮງງານຜະລິດເຫຼົ້າ ຍີ່ຫໍ້ ວັອດກາ ໄທເກີ ແລະ ໄທເກີ ວິສກີ ໄປຈົນກວ່າວ່າ ຈະມີການປັບປຸງການຜະລິດ ໃຫ້ໄດ້ມາດຕະຖານ ແລະມີຄຸນນະພາບ.
ໃນມື້ດຽວກັນນັ້ນ ເຈົ້າໜ້າທີ່ສາທາລະນະສຸກ ກໍໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການ ສັ່ງປິດໂຮງ ງານຜະລິດເຫຼົ້າແຫ່ງໜຶ່ງ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຍ້ອນໄດ້ກວດພົບວ່າ ໃນຂັ້ນຕອນການຜະລິດເຫຼົ້ານັ້ນ ມີສານເມທານອນ ເຈືອປົນ ແລະວ່າ ເຈົ້າໜ້າທີ່ໄດ້ຈັບເຈົ້າຂອງໂຮງງານດັ່ງກ່າວໄປສອບສວນ ໃນມື້ວັນທີ 30 ພະຈິກທີ່ຜ່ານມາ.
“ເປັນຂອງຄົນລາວນີ້ແຫຼະ ຢູ່ເມືອງນາຊາຍທອງກໍາລັງກວດສອບກັນຢູ່. ເອີ ມັນມີສານເມທານອນ ເກີດຈາກການຜະລິດ ເພາະວ່າເຂົາເຈົ້າເອົາເຫຼົ້າມາເຮັດຫັ້ນນະ ເປັນເຫຼົ້າທີ່ມີໂອຊາຕໍ່າ ຈະກາຍເປັນເມທານອນ ບໍ່ແມ່ນປະສົມຈາກຈາກເມທານອນ.”
ທ່ານກ່າວຕື່ມອີກວ່າ ໄດ້ມີການສັ່ງໃຫ້ກວດຍຶດເຫຼົ້າ 2 ຍີ່ຫໍ້ ຄືຍີ່ຫໍ້ ວັອດກາ ໄທເກີ ແລະຍີ່ຫໍ້ ໄທເກີ ວິສກີ ທີ່ຖືກນໍາມາວາງຂາຍ ຢູ່ຕາມຮ້ານຕ່າງໆ ເພື່ອນໍາມາກວດສອບ ແລະທໍາລາຍຖິ້ມ ເພື່ອຄວາມປອດໄພຂອງຜູ້ດື່ມ.
ກ່ຽວກັບການຜະລິດເຫຼົ້າ 2 ຍີ່ຫໍ້ທີ່ວ່ານັ້ນ ເຈົ້າຂອງຮ້ານບາ ຢູ່ເມືອງວັງວຽງຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນເອງກໍບໍ່ຮູ້ຈັກ ແລະຍັງບໍ່ທັນໄດ້ຊື້ມາຂາຍຢູ່ຮ້ານຂອງຕົນເທື່ອ ແລະວ່າ ຖ້າເປັນເຫຼົ້າທີ່ປົນສານເມທານອນແທ້ ກໍເຮັດໃຫ້ເກີດອັນຕະລາຍຕໍ່ຜູ້ທີ່ບໍລິໂພກແທ້ ດັ່ງທີ່ທ່ານກ່າວວ່າ:
“ຮ້ານຂ້ອຍມັນຂາຍລະບົບສາກົນນະ ມັນບໍ່ແມ່ນຮ້ານແບບອັນນັ້ນນະ ມັນບໍ່ແມ່ນເຫຼົ້າເຂົ້າ ເຫຼົ້າຂາວ ກິນ ຜູ້ເຖົ້າຜູ້ແກ່ເຂົາກິນ ເຂົາຍັງບໍ່ຕາຍນ່າ ນອກຈາກເຮົາກິນ ເອົາແນວອື່ນມາໃຊ້. ເອີ ຕາຍແທ້ ເປັນຍ້ອນຄົນເຮັດດອກ ຄົນປຸງດອກ.”
ເວົ້າເຖິງພະນັກງານຂອງເຮືອນພັກ ນານາ ແບັກແພັກເກີ ຈໍານວນ 11 ຄົນທີ່ຖືກຈັບໄປນັ້ນ ຍັງຢູ່ໃນລະຫວ່າງການຄວບຄຸມຂອງເຈົ້າໜ້າທີ່ ເພື່ອສືບສວນ ສອບສວນ ແລະໄດ້ຍິນຂ່າວວ່າ ໄດ້ມີການສັ່ງຍຶດເຫຼົ້າ 2 ຍີ່ຫໍ້ດັ່ງກ່າວ ເພື່ອບໍ່ໃຫ້ເກີດເຫດຮ້າຍຂື້ນຕື່ມອີກ ດັ່ງທີ່ທ່ານເຈົ້າຂອງໂຮງແຮມແຫ່ງໜຶ່ງ ຢູ່ເມືອງວັງວຽງ ກ່າວວ່າ:
“ແມ່ນ ເພີ່ນເອົາໄປກັກໂຕໄວ້ສືບສວນ ເຈົ້າ ແຕ່ກະບໍ່ຮູ້ຄືກັນໃດ໋ ແມ່ນແຫຼະ ເພີ່ນກໍຕ້ອງຍຶດໄວ້ໝົດກ່ອນແຫຼະ ປ້ອງກັນໄວ້ກ່ອນ ເພີ່ນກໍແຈ້ງການວ່າ ເຫຼົ້າຊະນິດນີ້ ຕ້ອງບໍ່ໃຫ້ຟ້າວຂາຍເທື່ອ.”
ກ່ຽວກັບກໍລະນີດັ່ງກ່າວ ເຈົ້າໜ້າທີ່ອົງການອະນາໄມໂລກ ຫຼື WHO ປະຈໍາລາວ ນາງໜຶ່ງເວົ້າວ່າ ທາງອົງການອະນາໄມໂລກ ກໍໄດ້ຈັດທິມເຈົ້າໜ້າທີ່ ໄປເຮັດວຽກ ຮ່ວມກັບເຈົ້າໜ້າທີ່ກະຊວງສາທາລະນະສຸກລາວ, ໄປຕິດຕາມ ກວດສອບ, ແຕ່ຍັງບໍ່ສາມາດໃຫ້ລາຍລະອຽດໄດ້ເທື່ອ ແລະວ່າ ຖ້າມີຄວາມຄືບໜ້າ ກໍຈະມີການອອກແຈ້ງການໃຫ້ຮູ້ ດັ່ງທີ່ນາງເວົ້າວ່າ:
“ທາງໜ່ວຍງານແມ່ນເພີ່ນໄດ້ຕິດຕາມ ຈະມີທາງທິມທີ່ວ່າ ເພີ່ນຕິດຕາມ ໄປເຮັດວຽກຮ່ວມກັບກະຊວງສາທານໍ ມີແຕ່ວ່າມັນຈະມີອີກທິມໜຶ່ງຕິດຕາມນໍາ ເພິ່ນກໍໄດ້ໄປກວດສອບນໍາ.”
ສໍາລັບທາງຄອບຄົວ ຂອງນັກທ່ອງທ່ຽວຕ່າງປະເທດບາງຄົນ ທີ່ໄດ້ເສຍຊີວິດໄປນັ້ນ ກໍໄດ້ອອກຂ່າວ ທາງສື່ສັງຄົມອອນລາຍ ເປັນຕົ້ນ ຄອບຄົວຂອງນາງ Holly Bowles ແລະນາງ Bianca Jones ຊາວອອສເຕຣເລຍ ທີ່ໄດ້ເສຍຊີວິດໄປໃນກໍລະນີດັ່ງກ່າວນັ້ນ ຂໍລະດົມທຶນ ເພື່ອສ້າງຄວາມຮັບຮູ້ ເຖິງຜົນຮ້າຍຈາກທາດ ເມທານອນ ແລະທາງວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ໄປຫາຄອບຄົວດັ່ງກ່າວ ເພື່ອຂໍຮູ້ລາຍລະອຽດ ແຕ່ກໍຍັງບໍ່ທັນໄດ້ຮັບ ການຕອບຮັບເທື່ອ.