ເຣື້ອງທີ່ເກັບບັນທຶກໄວ້
2024-12-04
ເຖິງແມ່ນວ່າ ທາງລົດໄຟ ລາວ-ຈີນ ໄດ້ເປີດໃຊ້ຢ່າງເປັນທາງການນັບແຕ່ເດືອນທັນວາ ປີ 2021 ຂະນະທີ່ລັດຖະບານ ບໍ່ເອົາໃຈໃສ່ເລື່ອງການຊົດເຊີຍຄວາມເສຍຫາຍ ທີ່ປະຊາຊົນໄດ້ຮັບ ຈາກການໂຄງການ ສ້າງທາງລົດໄຟນີ້ ເຊິ່ງຍັງມີຊາວບ້ານ ອີກຈໍານວນ 371 ຄອບຄົວ ບໍ່ທັນໄດ້ຮັບຄ່າຊົດເຊີຍ ຕາມກຳໜົດ.
2024-12-03
ໂຮງໝໍຫຼາຍແຫ່ງໃນປະເທດລາວ ເປັນຕົ້ນໂຮງໝໍແຂວງອຸດົມໄຊ, ໂຮງໝໍແຂວງຄໍາມ່ວນ ແລະໂຮງໝໍນະຄອນຫຼວງວຽງຈັນ ຍັງປະສົບບັນຫາຂາດແຄນຢາ ເນື່ອງຈາກຕິດໜີ້ບໍລິສັດຂາຍຢາ ນັບແຕ່ປີ 2023 ມາຮອດປັດຈຸບັນ ເຮັດໃຫ້ຄົນເຈັບຕ້ອງໄປຊື້ຢາບເອງ ແລະຄລິນິກເອກກະຊົນ.
2024-12-03
ເນື່ອງໃນໂອກາດສະຫຼອງວັນຊາດ ຄົບຮອບ 49 ປີ ໃນວັນທີ່ 2 ທັນວາ, ລັດຖະບານ ປະກາດອະໄພຍະໂທດ ໃຫ້ແກ່ນັກໂທດ 2,716 ຄົນ, ແຕ່ບໍ່ມີລາຍຊື່ນັກໂທດການເມືອງຢູ່ນຳ ແລະສ່ວນໃຫຍ່ແມ່ນນັກໂທດ ຄະດີລັກຊັບ ແລະຄະດີຢາເສບຕິດເທົ່ານັ້ນ.
2024-12-03
ປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ຕິດໜີ້ເຖິງ 30% ຂອງໜີ້ສາທາລະນະ ທີ່ລັດຖະບານ ສປປ ລາວ ຕິດ ຄືລັດວິສາຫະກິດໄຟຟ້າລາວ ຕິດປະມານ 4.3 ຕື້ໂດລ້າສະຫະລັດ.
2024-12-02
ພະນັກງານເຮືອນພັກ ນານາ ແບັກແພັກເກີ ຢູ່ວັງວຽງ ຖືກຈັບຕື່ມອີກ 3 ຄົນ ເຊິ່ງຄາດວ່າ ຫຼື ສົງໄສວ່າອາດມີສ່ວນກ່ຽວຂ້ອງ ກັບເຄື່ອງດື່ມປະສົມເມທານອລ ທີ່ເປັນຕົ້ນເຫດໃຫ້ນັກທ່ອງທ່ຽວ ຕ່າງປະເທດເສຍຊີວິດ 6 ຄົນ ເມື່ອເດືອນພະຈິກທີ່ຜ່ານມາ.
2024-12-02
ຜູ້ລາຍງານພິເສດ ຂອງອົງການສະຫະປະຊາຊາດ ສິດທິດ້ານວັດທະນະທໍາ ຮຽກຮ້ອງລັດຖະບານລາວ ໃຫ້ຄວາມສໍາຄັນ ຕໍ່ສິດທິ ດ້ານວັດທະນະທໍາ ຂອງປະຊາຊົນບັນດາເຜົ່າ ເນື່ອງໃນໂອກາດ ທີ່ໄດ້ຢ້ຽມຢາມ ສປປ ລາວ ແລະໄດ້ພົບປະ ບັນດາເຈົ້າໜ້າທີ່ຂັ້ນສູນກາງ ແລະທ້ອງຖິ່ນ ພ້ອມທັງ ພາກສ່ວນທີ່ກ່ຽວຂ້ອງ.
2024-12-02
ນັກທຸລະກິດຊາວຈີນ ຈໍານວນໜຶ່ງ ຂົນປ້າຍໂຄສະນາ ແລະອຸປະກອນຕິດຕັ້ງປ້າຍ ມາຈາກປະເທດຈີນ ເພື່ອມາຕິດຕັ້ງຢູ່ລາວ ເຮັດໃຫ້ການນໍາໃຊ້ຂໍ້ຄວາມ ແລະຕິດຕັ້ງປ້າຍ ແບບບໍ່ຖືກລະບຽບກົດໝາຍ ແມ່ນຍັງຄົງເກີດຂຶ້ນເລື້ອຍໆ.