ເຣື້ອງທີ່ເກັບບັນທຶກໄວ້
2008-09-18
ແຫລ່ງ ຊັພຍາກອນນໍ້າ ໃນແຂວງຊຽງຂວາງ ມີປະຣິມານ ໜ້ອຍລົງ ກ່ວາເດີມ ໂດຍສາເຫດຫລັກ ມາຈາກ ການທໍາລາຍ ຂອງມະນຸດ.
2008-09-18
ເຈົ້າໜ້າທີ່ ຕໍ່ຕ້ານ ຢາເສບຕິດ ໃນແຂວງຈໍາປາສັກ ວ່າ ເດັກນ້ອຍໄວລຸ້ນ ລະຫ່ວາງ 15-16 ປີ ຢູ່ໃນແຂວງຈໍາປາສັກ ນິຍົມກັນ ດົມກາວຢາງຣົຖ. ອັນນີ້ ໄດ້ສ້າງ ບັນຫາສັງຄົມ ອີກບັນຫາໃໝ່ ຢູ່ໃນແຂວງ.
2008-09-17
ປະຊາຊົນ ແຂວງຊຽງຂວາງ ສ່ວນໜື່ງ ຍັງດຳເນີນ ກາຣຖາງປ່າ ຊື່ງເປັນກາຣເຮັດໃຫ້ ມີອັຕຣາ ປ່າໄມ້ ຫລຸດໜ້ອຍລົງ.
2008-09-17
ການໃຫ້ສິນບົນ ເຈົ້າໜ້າທີ່ ເປັນເລື່ອງປົກຕິ ທີ່ນັກລົງທຶນ ສ່ວນໃຫຍ່ ປະຕິບັດກັນ ເມື່ອເຂົ້າ ໄປລົງທຶນ ໃນລາວ.
2008-09-17
ເດັກນ້ອຍ ຫລາຍຄົນ ເສັຍຊີວິດ ແລະ ຫລາຍພັນ ເຈັບປ່ວຍ ຈາກການກິນ ນົມຝຸ່ນເບື່ອ ສປຈີນ ປະກາດ ວ່າ ເດັກນ້ອຍ ຜູ້ທີສາມ ໄດ້ເສັຍຊີວິດ ຈາກການກິນ ນົມຝຸ່ນ ທີ່ມີ ສານເຄມີເບື່ອ ເຈືອປົນຢູ່ ແລະ ເດັກນ້ອຍ ຫລາຍກວ່າ 6000 ຄົນກໍາລັງ ລົ້ມປ່ວຍ.
2008-09-16
ນັກທ່ອງທ່ຽວໃນ ສ.ປ.ປ.ລາວ ຖືກກຸ່ມຄົນ ຂັບລົດ ໂກງເງິນ ຄ່າໂດຍສານ ດ້ວຍການເກັບ ແພງກວ່າຕົວຈິງ ເຖິງສອງເທົ່າ.
2008-09-16
ໂຄງກາຣ ສ້າງສະຖານທີ່ ຫລີ້ນກາຣພະນັນ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ມີຄວາມຄືບໜ້າ ເປັນຢ່າງດີ ແລະ ພ້ອມທີ່ຈະເປີດ ບໍຣິກາຣ ໃຫ້ໄດ້ ຕາມກຳໜົດ.
2008-09-15
ຍານາງ Sonam Yangchen Rana ເຈົ້າໜ້າທີ່ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ກ່າວໃນລາຍງານ ເມື່ອວັນທີ 12 ກັນຍາ ຜ່ານມານີ້ ວ່າ ການສໍ້ລາດບັງຫລວງ ຍັງມີທົ່ວໄປ ໃນເອເຊັຽ ແລະ ມີຜົນສະທ້ອນ ຕໍ່ທຸກຊົນຊັ້ນຄົນ ໂດຍສະເພາະ ຄົນທຸກຍາກ ບໍ່ວ່າແຕ່ໃນສັງຄົມ ວັດທະນະທັມ ໃດກໍດີ.
2008-09-13
ມີການກວດເຫັນ ຜູ້ຍິງສາວລາວ ຈາກທາງພາກເໜືອ ຈຳນວນຫລາຍ ທີ່ຖືກຫລອກລວງ ໄປຂາຍຕາມຮ້ານຂາຍເຫລົ້າ ໃນຝັ່ງໄທ.
2008-09-12
ເຄື່ອງໝາຍ ຍີ່ຫໍ້ ສິນຄ້າ ນົມຝຸ່ນ ໃສ່ກາເຟ ຫລື ເປັນພາສາ ອັງກິດ ວ່າ coffe creamer ທີ່ຂາຍກັນ ຢູ່ໃນລາວ ໄດ້ເຮັດໃຫ້ ມີຄວາມເຂົ້າໃຈຜິດ ວ່າ ເປັນນົມສໍາລັບ ທາຣົກ, ອີງຕາມ ລາຍງານການສໍາຣວດ ຂອງຜູ້ບໍຣິໂພກ ແລະ ກຸມມານແພດ ທີ່ເຜີຽແຜ່ໃນ ແວບຊາຍ bmj online first ໃນວັນທີ 10 ກັນຍານີ້.
2008-09-12
ກະຊວງແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ຈະສົ່ງ ເຈົ້າໜ້າທີ່ ໄປພິສູດສັນຊາຕ ແຮງງານລາວ ຢູ່ປະເທດໄທ.
2008-09-11
ໃນຂະນະທີ່ ການລັກລອບ ຄ້າຂາຍມະນຸດ ເປັນບັນຫາ ທີ່ໃຫຍ່ ແຕ່ ສປປລາວ ຍັງບໍ່ທັນມີກົດໝາຍ ໃສ່ໂທດ ຜູ້ກະທຳຜິດ ຢ່າງຈິງຈັງ.
2008-09-11
ອັຕຣາ ການຕາຍ ຂອງຜູ້ຍີງ ແລະ ເດັກນ້ອຍ ໃນເຂດຊົນນະບົດ ຂອງລາວ ຍັງສຸງຢູ່ ອີງຕາມ ຄຳໃຫ້ການ ຂອງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ.
2008-09-11
ທາງການລາວ ເລັ່ງລັດ ສໍາຣວດ ແລະ ຊອກຫາ ໄຫຫີນ ໃນທົ່ງໄຫຫີນ ແຂວງຊຽງຂວາງ ເພື່ອກະຕຽມເອົາ ທົ່ງໄຫຫີນ ເຂົ້າເປັນ ມໍຣະດົກໂລກ ໃນປີ 2010 ພາຍໃຕ້ ໂຄງການຕໍ່ສູ້ ຄວາມທຸກຍາກ.