ເດັກນ້ອຍ 3 ຄົນ ເສັຍຊີວິດ ຍ້ອນເບື່ອ ນົມຝຸ່ນ

ເດັກນ້ອຍ ຫລາຍຄົນ ເສັຍຊີວິດ ແລະ ຫລາຍພັນ ເຈັບປ່ວຍ ຈາກການກິນ ນົມຝຸ່ນເບື່ອ ສປຈີນ ປະກາດ ວ່າ ເດັກນ້ອຍ ຜູ້ທີສາມ ໄດ້ເສັຍຊີວິດ ຈາກການກິນ ນົມຝຸ່ນ ທີ່ມີ ສານເຄມີເບື່ອ ເຈືອປົນຢູ່ ແລະ ເດັກນ້ອຍ ຫລາຍກວ່າ 6000 ຄົນກໍາລັງ ລົ້ມປ່ວຍ.
ໂພໄຊສວັດ ຣາຍງານ
2008.09.17

ຣັຖມົນຕຣີ ກະຊວງສາທາຣະນະສຸກ ຈີນກ່າວສົດຜ່ານລາຍການ ໂທຣະທັດ ວ່າ ຈໍານວນເດັກນ້ອຍທີ່ຄົ້ນພົບວ່າ ເກີດອາການ ໝາກໄຂ່ຫລັງ ບໍ່ເຮັດວຽກ ມີຮອດ 158 ຄົນແລ້ວ.

ເປັນທີ່ສັງເກດວ່າ ເຫດການ ມີສານເຄມີເບື່ອ ໃນອາຫານ ຫລືໃນຜລິດຜົນ ອື່ນໆ ທີ່ເກີດຢູ່ຈີນ ບໍ່ແມ່ນເຣື້ອງໃໝ່ ໃນປີມໍ່ໆ ຜ່ານມານີ້. ​​ເມື່ອປີ 2004 ຢ່າງນ້ອຍ ມີເດັກນ້ອຍ ເສັຍຊີວິດ 13 ຄົນ ຫລັງຈາກທີ່ໄດ້ກິນ ນົມຝຸ່ນ ທີ່ບໍ່ມີ ທາດນົມ ເພື່ອບໍາຣຸງ ຮ່າງກາຍເລີຍ.

ຈີນ ເປັນປະເທດ ທີ່ຜລິດ ນົມຝຸ່ນ ທີ່ໃຫຍ່ທີ 2 ຂອງໂລກ ແລະ ບໍລິສັດ Sanlu ກໍເປັນບໍລິສັດ ທີ່ຂາຍນົມຝຸ່ນ ມາໄດ້ 15 ປິແລ້ວ ໂດຍມີ ລະດັບ ຂາຍທົ່ວໂລກຮອດ 18.3 ສ່ວນຮ້ອຍ ໂດຍມີ ບໍລິສັດ Fonterra ຈາກ New Zealand ມີຮຸ້ນສ່ວນ 43 ສ່ວນຮ້ອຍ.

ນາຍົກ ຣັຖມົນຕຣີ New Zealand ຍານາງ Helen Clark ກ່ເມື່ອ ວັນຈັນນີ້ວ່າ ບໍລິສັດ Sanlu ​ໄດ້ ຢຸດການ ຜລິດ ແລະ ປະກາດ ເກັບເອົາສິນຄ້າ ທີ່ໄດ້ເອົາ ອອກໄປວາງຂາຍ ຕາມຮ້ານ ຕ່າງໆຄືນ. ​ແຕ່ການ ກະທໍາດັ່ງກ່າວ ມີຂື້ນຫລັງຈາກທີ່ ເຈົ້າໜ້າທີ່ ທາງການຈີນ ໄດ້ຮັບການ ຕິດຕໍ່ ມາຈາກ ຣັຖບານ New Zealand.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.