ເດັກນ້ອຍ ລົ້ມປ່ວຍ ຍ້ອນນົມຝຸ່ນ 5 ໝື່ນ ກ່ວາຄົນ
2008.09.22
ທາງການ ຢັ້ງຢືນວ່າ ຈະສືບສວນ ແລະ ລົງໂທດ ຜູ້ຮັບຜິດຊອບ ຢ່າງເຂັ້ມງວດ ຊຶ່ງໃນປັດຈຸບັນນີ້ ເຮັດໃຫ້ ມີຄວາມວິຕົກ ກ່ຽວກັບ ຄວາມປອດພັຍ ທາງດ້ານອາຫານ ໃນຈີນ ຫລາຍຂື້ນ.
ຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ກ່າວວ່າ ຫລາຍກວ່າ 80 ສ່ວຍຣ້ອຍ ຂອງເດັກນ້ອຍ ປະມານ 13,000 ຄົນ ທີ່ເຂົ້າໄປ ຮັກສາໂຕ ຢູ່ໂຮງໝໍ ຈະມີອາຍຸ 2 ປີ ຫລື ນ້ອຍກວ່າ. ລາຍງານ ຍັງກ່າວ ອີກວ່າ ເດັກນ້ອຍພວກນີ້ ສ່ວນຫລາຍ ຈະກິນ ນົມຝຸ່ນ ຈາກບໍລິສັດ Sanlu ບໍລິສັດ ຜລິດນົມຝຸ່ນ ຢູ່ທ່າມກາງ ກໍຣະນີ ເຣື້ອງອື້ສາວ ດ້ານຄວາມປອດພັຍ ຂອງອາຫານ ທີ່ຮ້າຍແຮງ ທີ່ສຸດ ໃນຈີນ.
ນອກຈາກນີ້ ທາງການ ຍັງກ່າວອີກ ວ່າ ເດັກນ້ອຍ ປະມານ 40,000 ຄົນ ໄດ້ໄປ ຮັກສາໂຕ ຕາມໂຮງໝໍ ຕ່າງໆ ແຕ່ເຫັນວ່າ ອາການ ດີຂື້ນ.
ເຈົ້າໜ້າທີ່ ທາງການ ໃຕ້ຫວັນ ປະກາດ ຫ້າມການ ນໍາເຂົ້າ ອາຫານ ປະເທດນົມ ຈາກຈີນ ຫລັງຈາກ ມີເກີດມີ ເດັກນ້ອຍ ລົ້ມປ່ວຍ ຢ່າງຫລວງຫລາຍ ຈາກການກິນນົມຝຸ່ນເບື່ອ ໃນຈີນ.
ກະຊວງ ສາທາຣະນະສຸຂ ໃຕ້ຫວັນ ອອກຄໍາສັ່ງ ວ່າ ຫ້າມນໍາເຂົ້າ ໃນທັນທີທັນໃດ໋ ຜລິດຕະພັນ ດ້ານອາຫານນົມ ທຸກຊນິດ ຈາກຈີນ ບໍ່ວ່າ ຈາກບໍລິສັດ ໃດກໍຕາມ ແລະ ກໍບໍ່ມີ ກໍາໜົດເວລາ ໃນການຫ້າມ.
ເຖິງຢ່າງໃນກໍຕາມ ຜລິດຕະພັນ ດ້ານອາຫານນົມ ຈາກຈີນ ທີ່ໄດ້ຜ່ານ ການກວດສອບຜ່ານ ຈາກທາງການ ໃຕ້ຫວັນ ແລ້ວ ຈະບໍ່ໄດ້ ຖືກນໍາເອົາໄປຖິ້ມ.