ເຣື້ອງທີ່ເກັບບັນທຶກໄວ້
2024-10-28
ໃນເດືອນກຸມພາ ທີ່ຜ່ານມາ ແຂວງອັດຕະປື ໄດ້ລົງວິໄນ ຕໍ່ພະນັກງານ-ລັດຖະກອນ, ສະມາຊິກພັກ ແລະຄະນະບ້ານ ລວມ 26 ຄົນ ເຊິ່ງມີສ່ວນກ່ຽວຂ້ອງ ກັບການສໍ້ລາດບັງຫຼັງ ການບຸກລຸກທີ່ດິນ.
2024-10-25
ກະສິກອນລາວ ຈຳນວນຫຼາຍຍັງບໍ່ສາມາດສົ່ງສິນຄ້າ ກະເສດໄປຂາຍຈີນ ຜ່ານເສັ້ນທາງລົດໄຟລາວ-ຈີນໄດ້ ຍ້ອນຂາດຄຸນນະພາບແລະ ຕົ້ນທຶນການຜລິດສູງ.
2024-10-25
ໃນຮອບສອງປີມານີ້, ມີແຮງງານລາວໃນຫຼາຍແຂວງສົນໃຈ ເດີນທາງໄປເຮັດວຽກຢູ່ປະເທດຢີ່ປຸ່ນ ເພີ່ມຂຶ້ນ ຍອ້ນຄ່າຈ້າງແຮງງານ ພາຍໃນປະເທດຕົກຕໍ່າເຮັດໃຫ້ຄົນງານ ເຫຼືອເງິນບໍ່ພໍກຸ້ມກິນ.
2024-10-25
ຊາວບ້ານ ບ້ານຫ້ວຍສານ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຮັບກິ່ນຂິວທີ່ຖືກປ່ອຍມາຈາກໂຮງງານຈີນ ໃນເຂດບ້ານນັ້ນ ຊຶ່ງຊາວບ້ານ ຍັງບໍ່ຮູ້ແທ້ວ່າ ກິ່ນຂິວທີ່ວ່ານັ້ນ ມາຈາກໂຮງງານໃດແທ້ ຍ້ອນຢູ່ເຂດບ້ານນີ້ ມີໂຮງງານຕັ້ງຢູ່ 4-5 ໂຮງງານ. ກິ່ນຂິວດັ່ງກ່າວ ເປັນກິ່ນເໝັນເໜົ່າ ບາງເທື່ອກໍເປັນກິ່ນຄ້າຍຄືກັນກັບກິ່ນຫ້ອງນໍ້າ.
2024-10-25
ໃນລະຫວ່າງ 3 ສົກຮຽນ ແຕ່ປີ 2021 ຫາ ປີ 2024 , ມີນັກຮຽນຊັ້ນປະຖົມຈົນເຖີງມັດທະຍົມປາຍທົ່ວປະເທດປະລະການຮຽນເພີ່ມຂື້ນທຸກສົກຮຽນ. ໂດຍສະເພາະໃນສົກຮຽນຫຼ້າສຸດປີ 2023-2024 ນັກຮຽນຊັ້ນ ປ.1 ຫາ ມ.7 ມີການປະລະການຮຽນທັງໝົດ 106,738 ຄົນ.
2024-10-25
ເຫດການແຂວນຄໍໂຕເອງຕາຍ ຂອງທ່ານ ສຸກໄໝ ສຸດບຸນລົ້ນ ອາດີດຫົວໜ້າຂະແໜງການຄັງແຂວງອັດຕະປື ຢູ່ໃນຄຸກເມືອງຊານໄຊ ແຂວງອັດຕະປື ເກີດຂຶ້ນໃນມື້ວັນທີ 24 ຕຸລາ 2024 ນີ້ ເຈົ້າໜ້າທີ່ທາງການແຂວງອັດຕະປື ກໍໄດ້ຢືນຢັນ.
2024-10-24
ໝາກຖົ່ວລຽນ ເປັນນຶ່ງໃນສິນຄ້າກະເສດ ທີ່ຕະຫລາດຈີນຕ້ອງການຫຼາຍ ເຮັດໃຫ້ນັກລົງທຶນຈີນ ເຂົ້າມາສໍາປະທານທີ່ດິນຊາວບ້ານ ປູກຖົ່ວລຽນຫຼາຍ ເພື່ອສົ່ງອອກໄປຂາຍຢູ່ຈີນ ໃນຂະນະທີ່ປະຊາຊົນລາວ ກໍເລີ້ມຫັນມາປູກຖົ່ວລຽນນໍາ.
2024-10-24
ປັດຈຸບັນ ບໍລິສັດຂອງນັກລົງທຶນຈີນ ໄດ້ເຂົ້າມາສຳປະທານທີ່ດິນ ໃນປະເທດລາວ ເພື່ອປູກກ້ວຍ ເພື່ອສົ່ງໄປຈີນຫຼາຍ ແຕ່ກໍ່ມີກ້ວຍຈຳນວນໜຶ່ງ ທີ່ບໍ່ໄດ້ມາດຕະຖານຂອງຈີນ ທີ່ຫຼຸດອອກມາຂາຍ ຕາມຕະຫຼາດ ພາຍໃນປະເທດ.
2024-10-24
ນັບຕັ້ງແຕ່ປີ 2020 ມານີ້ ລັດຖະບານລາວ ໄດ້ແຕ່ງຕັ້ງຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ແລະສັບປ່ຽນຕໍາແໜ່ງ ຢູ່ໃນການຈັດຕັ້ງລັດວິສາຫະກິດນີ້ຫຼາຍຄົນແລ້ວ ແລະຄັ້ງນີ້ກໍໄດ້ປະກາດແຕ່ງຕັ້ງ ທ່ານ ອາຄົມເດດ ວົງໄຊ ເປັນຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວຄົນໃໝ່.
2024-10-24
ຊາວບ້ານ ບ້ານນາໄຫ ນະຄອນຫລວງວຽງຈັນ ຫລາຍຮ້ອຍຄອບຄົວ ໄດ້ຮັບຜົນກະທົບ ຈາກ ບັນຫາຂີ້ຝຸ່ນຕາມເສັ້ນທາງ ແລະ ຮຽກຮ້ອງໃຫ້ມີການແກ້ໄຂ ຮີບດ່ວນ.
2024-10-23
ຍັງມີເດັກນ້ອຍແມ່ຍິງລາວ ຈຳນວນຫຼາຍ ຕົກເປັນເຫຍື່ອ ຈາກການໃຊ້ຄວາມຮຸ່ນແຮງໃນຄອບຄົວ ຍ້ອນ ບໍ່ມີການເອົາໃຈໃສ່ ໃນການແກ້ໄຂບັນຫາ ຂະນະທີ່ບັນຫາການໃຊ້ຄວາມຮຸນແຮງ ໃນຄອບຄົບ ຕໍ່ເດັກນ້ອຍແມ່ຍິງ ເປັນສາເຫດໜຶ່ງ ທີ່ເຮັດໃຫ້ເດັກນ້ອຍແມ່ຍິງ ຕົກເປັນເຫຍື່ອການຄ້າມະນຸດ ແລະການແຕ່ງດອງກ່ອນໄວອັນຄວນ.
2024-10-23
ເຖິງແມ່ນວ່າ ຜູ້ປະກອບການໃນແຂວງບໍ່ແກ້ວປະຕິເສດຮັບຄົນງານພະມ້າເຮັດວຽກ ແຕ່ກໍຍັງມີຄົນງານຊາວພະມ້າ ລັກລອບເຂົ້າມາເຮັດວຽກ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ຈະຖືກສົ່ງໂຕ ກັບປະເທດທັງໝົດ ໃນອີກບໍ່ດົນນີ້.
2024-10-23
ເຈົ້າໜ້າທີ່ຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງຫີນເຫີບ ແຂວງວຽງຈັນ ຈັບຊາຍຄົນຈີນ ອາຍຸປະມານ 50 ປີ ທີ່ເລາະຂາຍໂທລະສັບປອມໃຫ້ຄົນລາວ ຢູ່ຫຼາຍແຫ່ງໃນລາວນັ້ນໄດ້ແລ້ວ ຢູ່ຮ້ານສັກລາຍ ທີ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ໃນມື້ວັນທີ 20 ຕຸລາ 2024 ນີ້.
2024-10-23
ສໍານັກງານສິດທິມະນຸດສະຍະຊົນແຫ່ງຊາດໄທ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີໄທ ທົບທວນການຊື້ໄຟຟ້າຈາກເຂື່ອນແມ່ນ້ໍາຂອງ 4 ແຫ່ງ ຍ້ອນ ກັງວົນເລື່ອງຜົນກະທົບຂ້າມພົມແດນ.
2024-10-23
ແຂວງອັດຕະປື ປະສົບກັບບັນຫາແພດ ແລະໝໍ ບໍ່ພຽງພໍ ຊຶ່ງປັດຈຸບັນມີພຽງ 516 ຄົນ ຂະນະທີ່ໂຄຕ້າລັດຖະກອນ ຕ້ອງການເພີ່ມອີກ 339 ຄົນ ເພື່ອສົ່ງໄປສະຖານທີ່ບໍລິການ ດ້ານສາທາລະນະສຸກແຫ່ງຕ່າງໆທົ່ງແຂວງ.