ເຣື້ອງທີ່ເກັບບັນທຶກໄວ້
2023-08-02
ມີການປັບຂຶ້ນລາຄານໍ້າມັນອີກ ໃນວັນທີ 27 ກໍຣະກະດາ ເປັນຕົ້ນມາ ຍ້ອນເງິນກີບອ່ອນຄ່າ, ບໍ່ມີເງິນອຸດໜູນຈາກພາກຣັຖ ແລະລາຄານໍ້າມັນໃນຕລາດໂລກສູງຂຶ້ນ ສິ່ງເຫຼົ່ານີ້ກະທົບປະຊາຊົນ ໃນຂະນະທີ່ຜູ້ປະກອບການ ກໍໄດ້ຮັບຄວາມເດືອດຮ້ອນ ສ່ວນພາກຣັຖແກ້ໄຂໄດ້ ພຽງຫລຸດຜ່ອນພາສີ ເຊິ່ງກໍຊ່ອຍບໍ່ໄດ້ຫຼາຍ.
2023-08-01
ຄະນະທ່ອງທ່ຽວຈາກປະເທດໄທຍ ປະສົບອຸບັດຕິເຫດຢູ່ບ້ານນໍ້າແພ ເມືອງວຽງພູຄາ ແຂວງຫລວງນໍ້າທາ ເຮັດໃຫ້ ມີຄົນເສັຽຊີວິດ 5 ລວມຄົນຂັບຣົຖຊາວລາວ ນອກຈາກນີ້ຍັງພົບ ມີນັກທ່ອງທ່ຽວໄທຍ ໄດ້ຮັບບາດເຈັບອີກ 3 ຄົນ.
2023-08-01
ມີຂໍ້ມູນເບື້ອງຕົ້ນວ່າ ສິນຄ້າເກົາຫລີເໜືອ ຮວມທັງຊາສມຸນໄພ ແລະໂສມ ວາງຂາຍຢູ່ ສປປ ລາວ ເຊິ່ງຂັດກັບມະຕິການຄວ້ຳບາດຕໍ່ປະເທດນີ້ ຂອງສະຫະປະຊາຊາຕ, ນອກຈາກສິນຄ້າແລ້ວ ເກົາຫລີເໜືອ ຍັງດຳເນີນກິຈການ ຮ້ານອາຫານ ຢູ່ນະຄອນຫລວງວຽງຈັນ.
2023-08-01
ທາງການ ແຂວງເຊກອງ ຢັ້ງຢືນວ່າ ບໍ່ໄດ້ອະນຸຍາດໃຫ້ບຸກຄົນ ຫຼື ນິຕິບຸກຄົນ ໃດ ຕັດໄມ້ຊະຊາຍ ແຕ່ໄມ້ທັງໝົດ ແມ່ນໄດ້ມາຈາກໂຄງການ ພັທນາຕ່າງໆ ທີ່ທາງການຂາຍໃຫ້ບໍຣິສັດ ສ່ວນນາຍົກ ຣັຖມົນຕຣີ ໄດ້ອອກຄຳສັ່ງ ໃຫ້ເຂັ້ມງວດ ໃນການຄຸ້ມຄອງປ່າໄມ້.
2023-08-01
ແມ່ຍິງລາວຫລາຍຄົນ ຖືກຫລອກລວງ ແລະ ບັງຄັບໃຊ້ແຮງງານ ລວມທັງຂາຍບໍຣິການ ທາງເພດ ໃນຫລາຍຮູບແບບ ຊຶ່ງເປັນບັນຫາທ້າທາຍ ທີ່ທາງການລາວ ຈະຕ້ອງໄດ້ແກ້ໄຂ ຂະນະທີ່ ຍັງບໍ່ມີມາຕການ ຫຼືແນວທາງ ທີ່ເປັນຮູບປະທັມ ອອກມາຈາກຣັຖບານ ເພື່ອແກ້ໄຂບັນຫາ ການຄ້າມະນຸສ ຢ່າງຈິງຈັງ.