ເຣື້ອງທີ່ເກັບບັນທຶກໄວ້
2022-08-02
ມີການກວດພົບ ການລັກລອບຕັດໄມ້ ຢູ່ແຂວງອັດຕະປື 39 ກໍຣະນີ, ຍຶດໄມ້ຜິດກົດໝາຍ ໄດ້ເຖິງ 1,350 ແມັດກ້ອນ, ຍຶດຣົຖ 12 ຄັນ ແລະເລື່ອຍ 16 ອັນ ໃນ 6 ເດືອນຕົ້ນປີ 2022 ນີ້, ອີງຕາມຂໍ້ມູນ ກອງກວດກາ ປ່າໄມ້ ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື.
2022-08-01
ກອງທຶນ ສັດປ່າໂລກ ເວົ້າວ່າ ເສືອໃນປ່າສງວນ ແຫ່ງຊາຕນໍ້າປຸຍ ແຂວງໄຊຍະບູຣີ ໄດ້ໜີໄປຢູ່ປ່າ ຝັ່ງປະເທດໄທຍ ຍ້ອນປ່າຢູ່ລາວ ຖືກທໍາລາຍຫລາຍ, ແຕ່ທາງກອງທຶນ ຈະຮ່ວມມືກັບ ທາງການລາວ ໃນການຟື້ນຟູປ່າ ເພື່ອໃຫ້ພວກເສືອ ທີ່ວ່ານັ້ນກັບຄືນມາຢູ່ລາວ.
2022-08-01
ການຄ້າມະນຸສ ຍັງເປັນພັຍຂົ່ມຂູ່ ຕໍ່ກັບແມ່ຍິງລາວ ທີ່ຢູ່ເຂດຫ່າງໄກ ສອກຫຼີກ ແມ່ນມີຄວາມສ່ຽງຫຼາຍ ຕໍ່ການຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸສ ນັບມື້ນັບເພີ່ມຂຶ້ນ ອີງຕາມຂໍ້ມູນ ຂອງທາງການລາວ ເຮັດໃຫ້ຮູ້ວ່າ ໃນຈຳນວນຜູ້ຕົກເປັນເຫຍື່ອ ຂອງການຄ້າມະນຸສ ຜູ້ຍິງມີອັດຕຣາສ່ວນ ກວມເອົາຫຼາຍກ່ວາຜູ້ຊາຍ.
2022-08-01
ຜູ້ຕ້ອງຫາ ນາງ ພອນທິບ ໄຊປັນຍາ ແລະ ທ້າວ ອະນຸສິດ ພຸດທະວົງ ຜົວຂອງນາງ ໃນຄະດີ ສໍ້ໂກງເງິນພົລເມືອງ ຫລາຍກວ່າ 5,000 ຄົນ ຖືກຕໍາຣວດໄທຍ ສົ່ງມອບໃຫ້ ທາງການລາວ ໃນມື້ວັນທີ 31 ກໍຣະກະດາ 2022, ຂະນະທີ່ ປະຊາຊົນ ຢາກໃຫ້ເຈົ້າໜ້າທີ່ ເປີດເຜີຍຄວາມຄືບໜ້າ ການດຳເນີນຄະດີ ສູ່ສັງຄົມ.
2022-08-01
ໂຄງກາພັທນາ ແຫຼ່ງທ່ອງທ່ຽວ ແລະສນາມກ໋ອຟ ເມືອງວັງວຽງ ທີ່ກວມເອົາດິນ ຂອງຊາວບ້ານ ຍັງບໍ່ມີພາກສ່ວນໃດ ເຈຣະນາເຣື່ອງຄ່າຊົດເຊີຍ ຂະນະທີ່ຊາວບ້ານ ເຂົ້າໃຈເຖິງຄວາມຈຳເປັນ ໃນການພັທນາ ຂອງໂຄງການ ແຕ່ຢາກໄດ້ຄ່າຊົດເຊີຍ ທີ່ສົມເຫດ ສົມຜົນ ນຳດ້ວຍ.
2022-08-01
ຄວາມພຍາຍາມ ຂອງນາຍພົລພູມີ ໜໍ່ສວັນ ແລະ ສີໂຫ ລານພຸທະກູນ ທີ່ຈະທໍາການຣັຖປະຫານ ເພື່ອໂຄ້ນລົ້ມ ຣັຖບານຜະສົມສາມຝ່າຍ ຂອງສເດັດສຸວັນນະພູມາ.