ເຣື້ອງທີ່ເກັບບັນທຶກໄວ້
2022-05-04
ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ກວດພົບວ່າ ຍັງມີການລັກລອບປູກຝິ່ນ ຊຶ່ງສ່ວນຫຼາຍ ແມ່ນປະຊາຊົນທີ່ຢູ່ເຂດຫ່າງໄກ ຍາກຕໍ່ການທີ່ເຈົ້າໜ້າທີ່ ຈະເຂົ້າໄປເຖິງ ຈຶ່ງເຮັດໃຫ້ຍັງມີການລັກ ເຮັດສວນປູກຝິນ ທີ່ສຳຄັນຄືເຈົ້າໜ້າທີ່ ຍັງຂາດງົບປະງານ ໃນການລົງໄປກວດກາ ໃຫ້ທົ່ວເຖິງ.
2022-05-04
ອົງການຂ່າວ ບໍ່ມີພົມແດນ ຈັດໃຫ້ປະເທດລາວ ຢູ່ໃນອັນດັບທີ່ 161 ຈາກທັງໝົດ 180 ປະເທດທົ່ວໂລກ ທີ່ສື່ມວນຊົນ ມີເສຣີພາບໃນການສເນີຂ່າວ ໃນປີ 2022 ນີ້, ຊຶ່ງປະກົດວ່າ ປີນີ້ລາວໄດ້ອັນດັບ ທີ່ດີກວ່າປີ 2021 ແຕ່ຄວາມເປັນຈິງແລ້ວ ສື່ມວນຊົນລາວ ກໍ່ຍັງບໍ່ມີເສຣີພາບ ໃນການສເນີຂ່າວ ຕາມຄວາມເປັນຈິງ.
2022-05-03
ຮ້ານແລກປ່ຽນເງິນຕຣາ ຫຼາຍແຫ່ງ ຢືນຢັນວ່າ ເຂົາເຈົ້າບໍ່ໄດ້ກຳນົດອັດຕຣາແລກປ່ຽນ ທີ່ຂຶ້ນລົງຜິດປົກກະຕິ ໃນຮອບ 2 ເດືອນທີ່ຜ່ານມານັ້ນ, ແຕ່ມັນເປັນໄປຕາມກົລໄກຕລາດ, ຂະນະທີ່ນັກວິຊາການເຫັນວ່າ ປັດຈັຍຫຼັກ ທີ່ເຮັດໃຫ້ເງິນກີບອ່ອນຄ່າ ແມ່ນການຂາດເງິນຕຣາຕ່າງປະເທດ ໃນລະບົບເສຖກິຈ.
2022-05-03
ຄົນຂັບຣົຖຂົນສົ່ງສິນຄ້າ ທີ່ຈະເຂົ້າໄປຈີນ ໂດຍຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານ ຕ້ອງພົບອຸປສັກຫຼາຍຢ່າງ ໂດຍສະເພາ ໄລຍະເວລາທີ່ຕ້ອງລໍຖ້າ ຢູ່ດ່ານເພື່ອເຂົ້າໄປຈີນ ເນື່ອງຈາກ ຈີນຍັງຈຳກັດ ຈຳນວນຣົຖທີ່ຈະເຂົ້າໄປຈີນຢູ່ ຊຶ່ງຫຼາຍຄົນກໍໄດ້ປ່ຽນເສັ້ນທາງ ໄປໃຊ້ດ່ານລານຕຸຍ ແຂວງຜົ້ງສາລີ ແທນ.
2022-05-03
ໂຄງການສ້າງເຂື່ອນຊະນະຄາມ ຍັງຕ້ອງໄດ້ສຶກສາ ການອອກແບບໃໝ່ ແລະຂໍ້ມູນ ຜົລກະທົບອີກຫຼາຍຢ່າງ ຊຶ່ງມີການທ້ວງຕິງ ຈາກຜູ້ທີ່ມີສ່ວນໄດ້, ສ່ວນເສັຽ ໃນຂະນະທີ່ ຊາວບ້ານຜູ້ທີ່ຈະຖືກຜົລກະທົບ ກໍບໍ່ເຫັນດີ ໃຫ້ມີການສ້າງເຂື່ອນດັ່ງກ່າວນີ້.
2022-05-03
ສານປົກຄອງສູງສຸດຂອງໄທຍ ໄດ້ນັດພິຈາຣະນາຄະດີ ທີ່ເຄືອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມແມ່ນ້ຳຂອງ ໄດ້ຟ້ອງຮ້ອງ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ແລະໜ່ວຍງານທີ່ກ່ຽວຂ້ອງ ໃຫ້ຍົກເລີກ ສັນຍາຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ ເພາະວ່າ ການກໍ່ສ້າງເຂື່ອນດັ່ງກ່າວ ສົ່ງຜົລກະທົບຕໍ່ປະຊາຊົນ ຢູ່ລຸ່ມແມ່ນ້ຳຂອງ ຈຳນວນຫຼາຍ.
2022-05-02
ຄົນງານລາວ ຈຳນວນຫຼາຍທີ່ເຮັດວຽກ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຢາກໃຫ້ຣັຖບານລາວ ຊ່ອຍເຫຼືອ ຄຸ້ມຄອງສິດຜົລປໂຍດ ໂດຍສະເພາະຢ່າງຍິ່ງ ການທີ່ຄົນງານລາວ ໃນເຂດດັ່ງກ່າວ ຖືກເອົາປຽບ, ບັງຄັບໃຊ້ແຮງງານ, ກັກຂັງໜ່ວງໜ່ຽວ ບາງກໍຣະນີເຖິງຂັ້ນ ຕ້ອງຂາຍບໍຣິການທາງເພດ ແລກກັບຄວາມຢູ່ລອດ.
2022-05-02
ປະຊາຊົນ 600 ປາຍຄອບຄົວ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ທີ່ຢູ່ອ້ອມຂ້າງ ເຂດເສຖກິດພິເສດ ທ່າແຂກ ຊຶ່ງເປັນທີ່ຕັ້ງ ຂອງໂຮງງານຫລອມເຫລັກກ້າ ຂອງຈີນ ກັງວົນເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ໂດຍສະເພາະຊຸມຊົນ ຈຳນວນ 5 ບ້ານ.
2022-05-02
ປະຊາຊົນຜູ້ໃຊ້ເສັ້ນ ທາງແຕ່ບ້ານດອນນົກຂຸ້ມ ໄປຫາ ບ້ານສ້າງເຫວີຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ມີຄວາມເດືອດຮ້ອນ ເພາະຖນົນສ້າງບໍ່ແລ້ວ ຊຶ່ງມີການກໍ່ສ້າງມາ ຕັ້ງແຕ່ປີ 2006 ຈົນມາເຖິງປັດຈຸບັນ ເສັ້ນທາງສາຍດັ່ງກ່າວ ຍັງກໍ່ສ້າງບໍ່ທັນສຳເຣັດ ຍ້ອນບໍຣິສັດຜູ້ຮັບເໝົາໂຈະ ການດຳເນີນການໄປແລ້ວ ເປັນເວລາຫຼາຍປີ.
2022-05-02
ຜູ້ໃຊ້ຣົຖ-ໃຊ້ຖນົນ ຮຽກຮ້ອງໃຫ້ຣັຖບານ ຊ່ອຍແກ້ໄຂບັນຫານ້ຳມັນແພງ, ນ້ຳມັນທີ່ມີການປັບຂຶ້ນ ໃນແຕ່ລະເທື່ອ ກະທົບທຸກພາກສ່ວນ ໂດຍສະເພາະພາກທຸຣະກິຈ ການຂົນສົ່ງ, ຣົຖຂົນສົ່ງໂດຍສານ ລວມໄປເຖິງພາກການຜລິດ ຊຶ່ງໃຊ້ນ້ຳມັນ ທີ່ມີຕົ້ນທຶນສູງ ເປັນສາຍເຫດໃຫ້ ທຸກຢ່າງລວມທັງອາຫານ ແລະເຄື່ອງອຸປໂພກ-ບໍຣິໂພກ ມີການຂຶ້ນລາຄາໄປຕາມໆກັນ.
2022-05-02
ການລັກດັດແປງ ໝໍ້ນັບໄຟຟ້າ ຂອງພະນັກງານ ຣັຖວິສາຫະກິຈ ໄຟຟ້າລາວ ຖືໄດ້ວ່າເປັນ ການກະທຳຜິດກົດໝາຍ ສ້າງຄວາມເສັຍຫາຍ ໃຫ້ແກ່ບໍຣິສັດ ແລະ ຜົລປໂຍດໂດຍລວມ ຂອງຊາດບ້ານເມືອງ, ຊຶ່ງເມື່ອຕົ້ນນປີນີ້ ທາງຣັຖວິສາຫະກິຈ ໄຟຟ້າລາວ ກໍໄດ້ລົງໂທດ ຜູ້ທີ່ລ່ວງລະເມີດກົດໝາຍ ທີ່ສ້າງຄວາມເສັຍຫາຍ ຫຼາຍລ້ານກີບ ໃຫ້ກັບບໍຣິສັດ ຈຶ່ງມີການໄລ່ອອກ ພະນັກງານດັ່ງກ່າວ ຈາກບໍຣິສັດ ແລະໃຫ້ຊົດໃຊ້ຄວາມເສັຍຫາຍ ຄືນໃຫ້ບໍຣິສັດ ແຕ່ນີ້ກໍເປັນພຽງ ສ່ວນໜ້ອຍທີ່ສາມາດຈັບໄດ້ ສ່ວນທີ່ຍັງເຫຼືອກໍອາຈກາຍເປັນ ບັນຫາໃນຂັ້ນຕໍ່ໄປອີກ.
2022-05-02
ການປະກອບເອກສານແພງ, ຖານະທຸກຍາກ ແລະ ບໍ່ມີວຽກເຮັດ ພາຍໃນປະເທດ ເຮັດໃຫ້ຄົນງານລາວ ລັກເຂົ້າໄປ ເຮັດວຽກ ໃນປະເທດໄທຍ ແບບຜິດກົດໝາຍ, ແລະ ຫຼາຍຄົນ ຖືກຈັບ.
2022-05-01
ຮ້ອຍເອກກອງແລ ໂຄ້ນລົ້ມ ຣັຖບານ ເຈົ້າສົມສນິດ ສໍາເຣັດ ແຕ່ຢ້ານ ຈະບໍ່ສາມາດ ຄວບຄຸມສຖານະການ ໄດ້ຢ່າງທົ່ວເຖິງ ເພາະມີທະຫານ ບໍ່ຮອດພັນຄົນ ຈຶ່ງຮຽກຮ້ອງ ກໍາລັງແນວລາວ ເຂົ້າມາຊ່ອຍ.
2022-05-01
ອຸປະທູດຢູເຄຣນ ປະຈຳປະເທດໄທຍ, ສປປ ລາວ ຖແລງຂ່າວຕໍ່ສື່ມວນຊົນລາວ ຜ່ານຣະບົບວີດີໂອທາງໄກ ກ່ຽວກັບ ການທີ່ຣັສເຊັຽ ໃຊ້ທະຫານເຂົ້າຮຸກຮານ ປະເທດຢູເຄຣນ ເຮັດໃຫ້ ປະຊາຊົນຊາວຢູເຄຣນ ຈຳນວນຫຼາຍ ຕ້ອງອົພຍົບໜີຕາຍ.
2022-05-01
ເພສັຊກອນ, ທ່ານໝໍ ສິດທິສັກ ວັດທະນະທັມ ເປັນຄົນລາວຜູ້ທໍາອິດ ທີ່ປະສົບຜົລສໍາເຣັດ ຈົບການສຶກສາ ຝ່າຍການຢາ ທີ່ເມືອງ ຟອຣ໌ດ ສມິທຕ໌.