ປະຊາຊົນ ຢາກເຫັນ ຣັຖບານຊ່ອຍແກ້ໄຂ ບັນຫານ້ຳມັນແພງ

ຈຳປາທອງ
2022.05.02
ປະຊາຊົນ ຢາກເຫັນ ຣັຖບານຊ່ອຍແກ້ໄຂ ບັນຫານ້ຳມັນແພງ ປະຊາຊົນ ກຳລັງໃສ່ນ້ຳມັນ ທີ່ປ້ຳນ້ຳມັນ ປຕທ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 4 ເມສາ 2022.
ນັກຂ່າວ ພົລເມືອງ

ລາຄານໍ້າມັນເຊື້ອເພີງ ຢູ່ປະເທດລາວແພງຂຶ້ນຢ່າງຕໍ່ເນຶ່ອງ ຊຶ່ງໃນມື້ວັນທີ 29 ເມສາ ທີ່ຫາກໍຜ່ານມານີ້ ຣັຖບານລາວກໍປັບຂຶ້ນຕື່ມອີກ ຄື ປັບລາຄານໍ້າມັນແອັດຊັງພິເສດລິດນຶ່ງ ຈາກ 19,500 ກີບ ຂຶ້ນເປັນ 20,610 ກີບ, ນໍ້າມັນແອັດຊັງ ທໍາມະດາ ຈາກ 17,150 ກີບ ຂຶ້ນເປັນ 18,060 ກີບ ແລະນໍ້າມັນກາຊວນ ຈາກ 17,070 ກີບຂຶ້ນເປັນ 18,000 ກີບ.

ເພື່ອບໍ່ໃຫ້ລາຄານໍ້າມັນເຊື້ອເພີງ ສູງຂຶ້ນຫລາຍ, ທີ່ຜ່ານມາ ຣັຖບານ ສປປ ລາວ ໄດ້ຄົ້ນຄວ້າກັນວ່າ ຈະຫລຸດພາສີ ອາກອນນໍ້າມັນເຊື້ອເພີງລົງ ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ເຫັນວ່າ ມີການຫລຸດລົງເທື່ອ ເຮັດໃຫ້ປະຊາຊົນໄດ້ຮັບຜົລກະທົບ ແລະ ເດືອດຮ້ອນຫລາຍ ຍ້ອນລາຄານໍ້າມັນແພງ, ຄ່າຂົນສົ່ງ ແລະລາຄາສິນຄ້າແພງຂຶ້ນໄປຕາມ, ຊີວິດການເປັນຢູ່ຂອງປະຊາຊົນ ຫຍຸ້ງຍາກ, ລໍາບາກຂຶ້ນຕື່ມ.

ດັ່ງຄົນຂັບຣົຖຂົນສົ່ງສິນຄ້າ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ພຶສພານີ້ວ່າ:

ເດືອດຮ້ອນຫລາຍເຕີບຫັ້ນແຫລະ. ຄັນນໍ້າມັນຍັງຖີບຂຶ້ນຈັ່ງຊີ້ ເຮົາບໍ່ໄດ້ຂົນສົ່ງຣົຖ, ຣົຖເຮົາກະດາວ ພາຫະນະເພິ່ນກໍຈະໄດ້ຍຶດ ໄດ້ເອົາ ຊິເອົາຫຍັງມາຢູ່ມາກິນ ໂຕຢ່າງຄືຈີນນໍ ມັນມາທໍາທຸຣະກິຈ ຢູ່ລາວ ບາງຄົນມັນກໍໄລ່ລາຄາເກົ່າ ກະຖືວ່າບໍ່ໄດ້ກັນ ກະບໍ່ໄດ້ໄປ ຄົນລາວນະ ສ່ວນໜ້ອຍຈະຈ້າງນະ ຢາກໃຫ້ຣັຖບານແກ້ໄຂນໍ້າມັນຫັ້ນລົງນໍ.
ທ່ານກ່າວຕື່ມວ່າ ລາຄາສິນຄ້າຕ່າງໆ ຢູ່ປະເທດລາວ ແພງຂຶ້ນທຸກຢ່າງ, ຊີວິດການເປັນຢູ່ຂອງຊາຊົນຝືດເຄືອງ ແຕ່ກໍຈໍາເປັນຕ້ອງໄດ້ອົດທົນ ສູ້ກັບຊີວິດຖ່າມກາງເສຖກິຈມີວິກິດແບບນີ້, ຕ້ອງໄດ້ອົດທົນຢູ່ຢ່າງງຽບໆ ກັບຄວາມຫຍຸ້ງຍາກນີ້ຕໍ່ໄປ, ຣັຖບານກໍບໍ່ໄດ້ຊ່ອຍຫຍັງ, ຈະໄປປະທ້ວງຄືກັບກັບປະຊາຊົນປະເທດອື່ນໆ ກໍບໍ່ໄດ້ ຜິດເພິ່ນ.

ຂອງຢູ່ຂອງກິນຂຶ້ນໝົດທຸກຢ່າງ ຢູ່ປະເທດລາວ ແມ້ແຕ່ທາງດ່ວນກະຍັງຂຶ້ນ ເຮັດຫຍັງບໍ່ໄດ້ເລີຍ ຄືວ່າແຫລະ ຢູ່ປະເທດລາວເຮົາ ຄົນລາວມັນປະທ້ວງບໍ່ໄດ້ ກະບຶກບືນໄປຈັ່ງຊີ້ແຫລະ ຣັຖບານບໍ່ໄດ້ຊ່ວຍຫຍັງໄດ້ດອກ.

ແລະຄົນຂັບຣົຖຂົນສົ່ງສິນຄ້າ ໄປຕ່າງແຂວງຜູ້ນຶ່ງກໍເວົ້າວ່າ ຕົນເອງກໍໄດ້ຮັບຜົລກະທົບ ຈາກລາຄານໍ້າມັນແພງນັ້ນເຊັ່ນກັນ ແຕ່ບາງຄົນບໍ່ເຂົ້າໃຈ ແລ້ວເວົ້າວ່າເປັນຫຍັງຄ່າຂົນສົ່ງສິນຄ້າ ຈຶ່ງແພງຂຶ້ນແທ້, ບໍ່ຮູ້ວ່າ ຄ່າຂົນສົ່ງແພງກໍເປັນຍ້ອນລາຄານໍ້າມັນແພງຂຶ້ນ. ເຖິງຫາເງິນບໍ່ໄດ້ດີ ແຕ່ກໍຈໍາເປັນຕ້ອງໄດ້ເຮັດ ເພື່ອໃຊ້ໜີ້ເພິ່ນ ແລະຢາກໃຫ້ຣັຖບານຊ່ອຍແກ້ໄຂ ເຣື່ອງລາຄານໍ້າມັນລົງ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

ຕ້ອງຄິດລາຄາຂຶ້ນ ແຕ່ວ່າຜູ້ຈ້າງເຂົາກໍບໍ່ຢາກແຈ້ງ ເຂົາວ່າເຮົາຄິດແພງ ເຂົາພັດບໍ່ຄິດໄລ່ຄ່ານໍ້າມັນໃສ່ກັນນັ້ນນະ. ບາງຄົນເຂົາກໍເຂົ້າໃຈ, ບາງຄົນເຂົາກໍບໍ່ເຂົ້າໃຈຫັ້ນນະ ມັນກໍຈໍາເປັນແຫລະ ເພາະວ່າຫາເງິນໃຊ້ໜີ້ເພິ່ນແຕ່ລະເດືອນນໍ ຄັນເປັນໄປໄດ້ກໍຢາກໃຫ້ເພິ່ນແກ້ໄຂ ເຣື່ອງລາຄານໍ້າມັນນີ້ແຫລະ ຄັນຢ່າງໜ້ອຍຫລຸດບໍ່ໄດ້ອີ່ຫລີກັບສໍ່າສິບພັນກີບນີ້ ເຮົາກໍຍັງພໍສູ້ໄດ້ຢູ່.

ຍ້ອນລາຄານໍ້າມັນແພງ ຢູ່ນະຄອນຫລວງວຽງຈັນ ຫລາຍຄົນກໍບໍ່ຄ່ອຍຢາກໃຊ້ຣົຖໃຫຍ່ປານໃດ ເພາະມັນກິນນໍ້າມັນຫລາຍ ແລະລາຄາສິນຄ້າອື່ນໆ ໃນຕລາດກໍແພງຂຶ້ນເຊັ່ນກັນ. ພ້ອມກັນນັ້ນ ພວກຂາຍເຄື່ອງບາງຄົນກໍສວຍໂອກາດຂຶ້ນລາຄາສິນຄ້າ ຊຶ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍຄວນໄປຕິດຕາມ, ກວດກາ ແລະແກ້ໄຂບັນຫານີ້ນໍາດ້ວຍ.

ດັ່ງຊາວນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ພຶສພານີ້ວ່າ:

ກະໄດ້ຮັບຜົລກະທົບຫັ້ນແຫລະ ດຽວນີ້ເຮົາກະບໍ່ຄ່ອຍໃຊ້ນະ ຣົຖໃຫຍ່ເພາະວ່ານໍ້າມັນຫັ້ນມັນຂຶ້ນເລື້ອຍໆຫັ້ນນະ ຫາເຊົ້າກິນຄໍ່າ ມັນກະຫຍຸ້ງຍາກຫັ້ນ ເພາະວ່າອີ່ຫຍັງກໍຂຶ້ນລາຄາໝົດເດ ແມ່ຄ້າບາງຄົນຫັ້ນນະ ເຂົາກໍສວຍໂອກາດຂຶ້ນ ລາຄາຕອນນີ້ເດ ຢາກໃຫ້ເພິ່ນລົງມາ ກວດກາເບິ່ງໂຕຈິງນໍາກັນ.

ແລະຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ລາຄານໍ້າມັນແພງ ສົ່ງຜົລກະທົບຕໍ່ຫລາຍສິ່ງຫລາຍຢ່າງ ຮວມທັງຕໍ່ລາຄາສິນຄ້າອື່ນໆ ທີ່ແພງຂຶ້ນໄປຕາມໆກັນ ແລະວ່າ ຕົນບໍ່ໄດ້ໃຊ້ຣົຖໃຫຍ່ ຖ້າບໍ່ຈໍາເປັນແທ້, ໃຊ້ແຕ່ຣົຖຈັກໄປ.

ມັນກໍກະທົບຫລາຍຢ່າງຫັ້ນແລ້ວ ຄັນເວົ້າເຣື່ອງນໍ້າມັນຂຶ້ນນີ້ ຣົຖໃຫຍ່ນີ້ກໍຄືວ່າ ບໍ່ຢາກໄປທາງໄດໄດ້ແລ້ວໃດ໋ ບ່ອນເຄີຍໄປໝົດໃກ້ແສນ ມັນກໍໝົດຢູ່ສອງແສນ ກໍຖືວ່າໃຊ້ແຕ່ຣົຖຈັກຫັ້ນລະ.

ກ່ຽວກັບເຣື່ອງລາຄານໍ້າມັນເຊື້ອເພີງແພງຂຶ້ນ ຢູ່ປະເທດລາວ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງກ່າວໃນມື້ດຽວກັນນີ້ວ່າ ມັນອີງຕາມລາຄາທີ່ນໍາເຂົ້າມາຈາກຕ່າງປະເທດ ຊຶ່ງສ່ວນໃຫຍ່ ລາວນໍານໍ້າມັນເຂົ້າມາຈາກປະເທດໄທຍ, ຖ້າໄລຍະໃດ ລາຄານໍ້າມັນທີ່ນໍາເຂົ້າມາແພງ ກໍໄດ້ປັບລາຄານໍ້າມັນຂຶ້ນຕາມນັ້ນ. ສ່ວນເຣື່ອງການປະຊຸມ ພິຈາລະນາຫລຸດຜ່ອນລາຄານໍ້າມັນລົງນັ້ນ ຍັງບໍ່ທັນມີຂໍ້ສລຸບເທື່ອ.

ເພິ່ນພຽງແຕ່ມີຄົ້ນຄວ້າ ເບື້ອງຕົ້ນໃນການຍົກເວັ້ນອາກອນນໍາເຂົ້າ ເພີ່ນຈະຫລຸດລົງ ແຕ່ວ່າປັດຈຸບັນນີ້ເຫັນລົມກັນ ມັນຍັງບໍ່ທັນຕົກແຕກກັນເທື່ອ ພວກເຮົານໍາເຂົ້າຈາກໄທຍນໍ ມື້ໃດລາຄານໍາເຂົ້າມັນແພງ ກະແພງຂຶ້ນ ແລະຕ້ອງບວກໃສ່ຄ່າໃຊ້ຈ່າຍຕ່າງໆ ທີ່ຕ້ອງໄດ້ເສັຍໃຫ້ຣັຖບານລາວຫັ້ນ.

ໃນ 4 ເດືອນຕົ້ນປີ 2022 ນີ້ ຣັຖບານລາວໄດ້ປັບຂຶ້ນ ລາຄານໍ້າມັນເຊື້ອເພີງເຖິງ 9 ເທື່ອແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.