ຜູ້ໃຊ້ເສັ້ນທາງ ຈາກບ້ານດອນນົກຂຸ້ມ-ບ້ານສ້າງເຫວີຍ ເດືອດຮ້ອນ

0:00 / 0:00

ບໍ​ຣິ​ສັດ​ເອ​ກ​ຊົນ ໄດ້​ຮັບ​ງົບ​ປະ​ມານ​ຈາກ​ຣັ​ຖ​ບານ ເພື່ອກໍ່​ສ້າງ​ຖ​ນົນ​ແຕ່​ບ້ານດອນ​ນົກ​ຂຸ້ມ ໄປ​ຫາ ບ້ານສ້າງ​ເຫວີຍ ​ເມືອງ​ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ ຕັ້ງ​ແຕ່​ປີ 2006 ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ການກໍ່​ສ້າງ​ກໍ​ຍັງ​ບໍ່​ທັນ​ສຳ​ເຣັດ ຍ້ອນບໍ​ຣິ​ສັດ​ຜູ້​ຮັບ​ເໝົາ ໂຈະ​ການ​ດຳ​ເນີນ​ການ​ໄປ​ແລ້ວ​ເປັນ​ເວ​ລາ​ຫຼາຍ​ປີ.

ຊາວ​ບ້ານສ້າງ​ເຫວີຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ່ 2 ພຶ​ສ​ພາ ວ່າ:

" ແຕ່ ວ່າ າກວັດ ດອນ ນົກ ຂຸ້ມ ໄປ ຫາ ສ້າງ ເຫວີຍ ຫັ້ນ ນ່າ ເປັນ ທາງ ທີ່ບໍ່ ສຳ ເຣັດຫັ້ນ ແຫຼະ ຄື ວ່າ ບໍ່ ໄດ້ ເຮັດ ເລີຍ ຫັ້ນ ແຫຼະ ຄື ຮູ້ ຂໍ້ ມູນ ມາ ຄື ວ່າ ມັນ ຈະ ຂັດ ກັບ ເຣື່ອງ ຄອນ ກຼີດ ເຣື່ອງ ຫຍັງ ຫັ້ນ ແຫຼະ ຢູ່ ໃນ ການ ຫັ້ນ ແຫຼະ ໃນ ບໍ ຣິ ສັດ ຂອງ ເຂົາ ເຈົ້າ ຫັ້ນ ແຫຼະ ."

ຜ່ານ​ມາ ບໍ​ຣິ​ສັດ ຜູ້​ຮັບ​ເໝົາ ໄດ້​ດຳ​ເນີນ​ການກໍ່​ສ້າງ​ຖ​ນົນ​ຄ​ອນກຣີດ​ ສະ​ເພາະ​ຖ​ນົນ​ຫຼັກ​ເທົ່າ​ນັ້ນ ສ່ວນ​ຖ​ນົນ​ຕາມ​ຊອຍ​ຕ່າງໆ ພັດ​ຍັງ​ປູກ​ດິນ​ແດງ​ຄື​ເກົ່າ ແຕ່​ມາ​ຮອດ​ປັດ​ຈຸ​ບັນ ຖ​ນົນ​ຄອນກຣີດ​ທີ່​ບໍ​ຣິ​ສັດ ໄດ້​ດຳ​ເນີນ​ການ​ສ້າງ​ໄປ​ບາງ​ສ່ວນນັ້ນ ພັດ​ເປ່​ເພແລ້ວ ເຮັດ​ໃຫ້​ຊາວ​ບ້ານ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ ໃນ​ການ​ເດີນ​ທາງ ແລະ ຍັງ​ບໍ່​ມີໜ່ວຍ​ງານ​ກ່ຽວ​ຂ້ອງ ​ເຂົ້າ​ມາ​ແກ້​ໄຂແນວ​ໃດ​ເທື່ອ.

ຊາວ​ບ້ານ​ຜູ້​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ:

" ເສັ້ນ ທາງ ຄອນກຣີດ ເຂົ້າ ມາ ແລ້ວ ເນາະ ແຕ່ ວ່າ ມີ ແບບ ຕາມ ຊອຍ ຫັ້ນ ທີ່ ວ່າ ມັນ ອັນ ນ່າ ສ້ອມ ແປງ ເທື່ອ ທາງ ຫຼວງ ທາງ ໃຫຍ່ນີ້ ມັນ ຂະ ເຈົ້າ ເຮັດ ເປັນ ທາງ ມາ ແລ້ວ ມັນ ກໍ ຄື ໄດ້ ສຳ ເຣັດ 100 ເນາະ ເບື້ອງວັດ ເປັນ ທາງ ອັນ ນ່າ ທາງ ຂຸມ ທາງ ຫຍັງ ຄື ເກົ່າຫັ້ນ ແຫຼະ ເຕີບ ແລ້ວ ໂຈະ ໄປ ຍັງ ບໍ່ ທັນ ໄດ້ ອັນ ນ່າ ໄປ ເຖິງ ບຸກ ເບີກ ໜ້າ ທາງ ມີ ແຕ່ ວ່າ ຊຸດ ແຫຼະ ມັນ ຊຸດ ໄປ ຢູ່ ແຖວ ວັດ ດອນ ນົກ ຂຸ້ມ ຫັ້ນ ."

ທ່ານ ກ່າວ​ຕື່ມ​ວ່າ ເຖິງວ່າ ຈະ​ມີ​ຊາວ​ບ້ານຫຼາຍ​ຄົນພະ​ຍາ​ຍາມ ​ສົ່ງ​ເຣື່ອງ​ດັ່ງ​ກ່າວຮ້ອງ​ຮຽນ ໄປ​ຍັງ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ເພື່ອ​ໃຫ້​ດຳ​ເນີນ​ການ​ກໍ່​ສ້າງ ເສັ້ນ​ທາງ​ຕໍ່​ໃຫ້​ສຳ​ເຣັດ ແລະ ສ້ອມ​ແປງ​ທາງ​ທີ່​ເສັຽ​ຫາຍ​ເປ່​ເພ ແລະ ຍັງ​ເປັນ​ດິນ​ແດງ​ຢູ່, ແຕ່ ບໍ່​ມີ​ໜ່ວຍ​ງານ​ໃດ​ມ​າ​ຊີ້​ແຈງ ຫຼື ຣາຍ​ງານ​ຄວາມ​ຄືບ​ໜ້າ ທີ່​ກ່ຽວ​ກັບ​ໂຄງ​ການ​ດັ່ງ​ກ່າວ ໃຫ້​ຊາວ​ບ້ານ​ໄດ້​ຮັບ​ຮູ້​ເທື່ອ.

ກ່ຽວ​ກັບ​ເຣື່ອງນີ້ ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ພະ​ຍາ​ຍາມ​ຕິດ​ຕໍ່​ຫາ​ ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງຂັ້ນ​ບ້ານ ແລະ ຂັ້ນ​ເມືອງ ເພື່ອ​ສອບ​ຖາມ​ຄວາມ​ຄືບ​ໜ້າ ໃນ​ການ​ດຳ​ເນີນ​ການກໍ່​ສ້າງ ແລະ ສ້ອມ​ແປງ​ເສັ້ນ​ທາງ​ບ້ານດອນ​ນົກ​ຂຸ້ມ ໄປ​ຫາ ບ້ານ ສ້າງ​ເຫວີຍ ແຕ່ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.

ໃນ​ແຕ່​ລະ​ປີ ທາງ​ການ​ລາວ​ຈະ​ມີ​ການ​ຈັດ​ສັນ​ງົບ​ປ​ມານ ເພື່ອ​ໃຊ້​ສຳ​ລັບ​ການ​ບູ​ຣະ​ນະ ​ສ້ອມ​ແປງ​ທາງ​ຈາກ​ຫຼາຍ​ແຫຼ່ງ ເປັນ​ຕົ້ນ ກອງ​ທຶນບູ​ຣະ​ນະ​ທາງ ແລະ ເງິນ​ທີ່​ໄດ້​ຮັບ​ຈາ​ກ​ການ​ຊ່ອຍ​ເຫຼືອ​ ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ທັງ​ນີ້ ບໍ​ຣິ​ສັດຜູ້​ຮັບ​ເໝົາ ຈະ​ຕ້ອງ​ໄດ້​ດຳ​ເນີນ​ການກໍ່​ສ້າງ ແລະ ສ້ອມ​ແປງ​ຕາມ​ໄລ​ຍະ ​ເວ​ລາ​ທີ່​ກຳ​ນົດ​ໄວ້ ແລະ ຖ້າ​ຫາກບໍ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້ຕາມ​ແຜນ ບໍ​ຣິ​ສັດ ຈະ​ມີ​ຄວາມ​ຜິດ​ຕາມ​ຣະ​ບຽບ ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ໃນ​ການກໍ່​ສ້າງ​ໂຄງ​ຮ່າງ​ພື້ນ​ຖານ.

ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ເມືອງ​ສີ​ສັດ​ຕະ​ນາກ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 2 ພຶ​ສ​ພາ ວ່າ:

" ແຕ່ ລະ ປີ ເພິ່ນ ຈະ ມີ ການ ຈັດ ສັນ ໃຫ້ ເນາະ ຖ້າ ມີ ການ ສຸກ ເສີນ ເປັນ ພະ ຍຸບໍ່ ເປັນ ຫຍັງ ຂຶ້ນ ມາ ເພິ່ນ ຈະ ມີ ການ ຈັດ ເພີ່ມ ເຕີມ ໃຫ້ ແລ້ວ ມັນ ກໍ ຂຶ້ ກັບ ສັນ ຍາ ຖ້າ ຣັ ບານ ກັບ ທາງ ນັ້ນ ສັນ ກັນ ວ່າ ໃຫ້ ເຂົາ ເຮັດ ຕໍ່ ເນື່ອງ ໄປ ເວ ລາ 5 ປີ ໃຫ້ ແລ້ວ ຫັ້ນ ນ່າ ຂະ ເຈົ້າ ຕ້ອງ ເຮັດ 5 ປີ ໃຫ້ ແລ້ວ ຫັ້ນ ນ່າ ປັບ ໃໝ ໃດ ປັບ ໃໝ ມູນ ຄ່າ ທີ່ ຍັງ ເຫຼືອ 100 ລ້ານ ເຈົ້າ ບໍ່ ເຮັດ ບໍ່ ແລ້ວ ເນາະ ປະ ມານ 2.3 ກິໂລ ແມັດວ່າ ຊັ້ນ ຖ້າ ໝົດ ສັນ ຍາ ແລ້ວ ຂະ ເຈົ້າ ປັບ ໃໝ ເຈົ້າ 1 ເປີ ເຊັນ ."

ສຳ​ລັບ​ໂຄງ​ການ​ລົງ​ທຶນ​ຂອງ​ຣັ​ຖ ທີ່ກວມ​ເອົາ​ການກໍ່​ສ້າງ ແລະ ສ້ອມ​ແປງ​ຖ​ນົນ​ຫົນ​ທາງ​ນຳ​ອີກ​ນັ້ນ ຂຶ້ນ​ຢູ່​ກັບ​ມູນ​ຄ່າ ແລະ ໄລ​ຍະ​ເວ​ລາ​ດໍ​າ​ເນີນ​ການ ໂດຍໂຄງ​ການ​ລົງ​ທຶນ​ທີ່​ມີ​ມູນ​ຄ່າ ​ຫຼາຍກວ່າ 400 ຕື້ ກີບ​ຂຶ້ນ​ໄປ ຈະ​ຕ້ອງ​ດຳ​ເນີນ​ການກໍ່​ສ້າງ​ໃຫ້​ສຳ​ເຣັດ ພາຍ​ໃນ 7 ປີ, ສ່ວນ​ໂຄງ​ການ​ທີ່​ມີ​ມູນ​ຄ່າ 20 ຕື້ ກີບ​ລົງ​ມາ ຈະ​ຕ້ອງ​ດໍ​າ​ເນີນ​ການກໍ່​ສ້າງ ​ໃຫ້​ສຳ​ເຣັດ​ພາຍ​ໃນ​ປີ 3 ປີ ທັງ​ນີ້ ຖ້າ ບໍຣິ​ສັດ ຜູ້​ຮັບ​ເໝົາ​ກໍ່​ສ້າງ ບໍ່​ສາ​ມາດ​ດຳ​ເນີນ​ການ​ພາຍ​ໃນ​ໄລ​ຍະ ​ເວ​ລາ​ທີ່​ກຳ​ນົດ​ນົດ​ໄວ້ ​ກໍ​ຈະ​ຖືກ​ປະ​ຕິ​ບັດ​ມາ​ຕ​ການຕ່າງໆ ເປັນ​ຕົ້ນ ສຶກ​ສາ​ອົບ​ຮົມ, ປັບ​ໃໝ, ລົງ​ວິ​ໄນ ແລະ ລົງ​ໂທດ​ທາງ​ອາ​ຍາ ພ້ອ​ມ​ທັງ​ໃຫ້​ທົດ​ແທນ​ຄ່າ​ເສັຽ​ຫາຍ ອີ​ງ​ຕາມຂໍ້​ມູນ​ຈາກ​ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ. ເຖິງວ່າ ການກໍ່​ສ້າງຖ​ນົນ​ບ້ານດອນ​ນົກ​ຂຸ້ມ ໄປ​ຫາ ບ້ານ​ສ້າງ​ເຫວີຍ ເມືອງ​ສີ​ສັດ​ຕະ​ນາກ ຍັງ​ບໍ່​ທັນ​ແລ້ວ ແຕ່​ ເສັ້ນ​ທາງ​ດັ່ງ​ກ່າວ ພັດ​ຖືກ​ນຳ​ໃຊ້​ຈົນ​ເປ່​ເພ ໃນ​ບາງ​ຈຸດ.

ຊາວ​ບ້ານດອນ​ນົກ​ຂຸ້ມ ​ອີກທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

" ແມ່ນ ເສັ້ນ ​ທາງ​ມັນ​ກໍ​ສິ​ປະ​ມານ​ກິ​ໂລ​ນຶ່ງ ຈົນ​ສຸດ​ບ່ອນ​ທາງ​ທີ່​ມັນ​ເປ່​ເພ. ເປ່​ເພ​ມັນ​ກໍ​ເປັນ​ຢ່າງ​ຈັ່ງ​ຊັ້ນ​ມາ​ແຕ່​ດົນ​ແລ້ວ ຄົນ​ໄປ​ຢູ່​ຫຼາຍ ບ້ານ​ຄົນ​ກຳ​ລັງ​ຫຼາຍ ຣົ​ຖ​ບັນ​ທຸກ​ອີ່​ຫຍັງ​ມັນ​ກໍ​ຂີ່​ເຂົ້າ​ໄປ​ຕ​ລອດ ຣົ​ຖ​ຂົນ​ດິນ​ຫັ້ນ​ແຫຼະ ມັນ​ຈະ​ເປັນ​ຣົ​ຖ​ໃຫຍ່ ທີ່​ເຂົາ​ເອົາ​ເຄື່ອງເຂົ້າ​ໄປ​ເຮັດ​ເຮືອນ​ ເຮັດ​ຫຍັງ​ຫັ້ນ​ແຫຼະ ໂຕ​ທີ່​ມັນ​ເປ່​ເພ​ລົງ​ຮູບ​ໂຊ​ຊ້ຽວ​ຫັ້ນ​ຫາກໍ່​ເພ ແມ່ນ ມັນ​ຝົນ​ຕົກ​ໃສ່​ແນ່ ແລ້ວ​ດິນ​ນ່າ ຈະ​ຕົກ​ເບາະ ຫຼືວ່າ ຈັ່ງ​ໃດ ມັນ​ເປື້ອນ."

ຊາວ​ບ້ານ​ຫຼາຍ​ຄົນ​ ບໍ່​ຕ້ອງ​ການ​ໃຫ້​ຮົ​ຖ​ບັນ​ທຸກ​ຂົນ​ດິນ ຫຼື ຊາຍ-ຊາຍ ແລ່ນ​ຜ່ານ ຍ້ອນ​ເຮັດ​ໃຫ້​ທາງ​ຈຸດ​ ທີ່ກໍ່​ສ້າງ​ຍັງ​ບໍ່​ທັນ​ແລ້ວ ​ເປ່​ເພ​ຫຼາຍກວ່າ​ເກົ່າ ແລະຊາວ​ບ້ານ​ຢາກ​ໃຫ້​ໜ່ວຍ​ງານ ​ທີ່​ກ່ຽວ​ຂ້ອງລົງ​ມາ​ແກ້​ໄຂ.

ຊາວ​ບ້ານດອນ​ນົກ​ຂຸ້ມ ທ່ານ​ນຶ່ງ ໄດ້​ໂພ​ສ​ຂໍ້​ຄວາມຜ່ານ ສື່​ສັງ​ຄົມ​ອອນ​ລາຍນ໌ ໃນ​ວັນ​ທີ 30 ເມ​ສາ ທີ່​ຜ່ານ​ມາ​ວ່າ: " ລະ ​ແມ່ນ​ເຫດ​ຜົ​ລ​ ທີ່​ປະ​ຊາ​ຊົນ​ບ້ານດອນ​ນົກ​ຂຸ້ມ ບໍ່​ຕ້ອງ​ການ​ໃຫ້​ຣົ​ຖ​ຂົນ​ດິນ​ແລ່ນ​ຜ່ານ​ບ້ານ ແຕ່​ພັດ​ມີ​ຄົນ​ອະ​ນຸ​ຍາດ ແຕ່​ຜູ້​ໄດ້​ຮັບ​ຜົ​ລ​ກະ​ທົບ​ແມ່ນ​ປະ​ຊາ​ຊົນ ເຮັດ​ໃຫ້​ທາງ​ຫຼົ່ມ ຂໍ​ໃຫ້​ໂຍ​ທາ​ເມືອງ​ສີ​ສັດ​ຕະ​ນາກ ຊ່ວຍກວດ​ກາ​ ທາງ​ບ້ານດອນ​ນົກ​ຂຸ້ມ ຫາ​ບ້ານ​ດົງ​ສະ​ຫວາດ ຍ້ອນ​ປະ​ຊາ​ຊົນ​ເດືອດ​ຮ້ອນ."

ອີງ​ຕາມ​ດຳ​ຣັຖ​ວ່າ​ດ້ວຍ​ການ​ປັບ​ໃໝ ແລະ ມາ​ຕ​ການ​ອື່ນໆ ຕໍ່​ຜູ້​ລະ​ເມີດ​ກົດ​ໝາຍ ແລະ ຣະ​ບຽບ​ການ ກ່ຽວ​ກັບ​ການ​ຈະ​ຣາ​ຈອນ​ທາງ​ບົກ ທີ່​ໄດ້​ລະ​ບຸ​ວ່າ ສຳ​ລັບ​ຜູ້​ຂັບ​ຂີ່ີຣົ​ຖ​ບັນ​ທຸກ​ຂົນ​ຫິນ, ດິນ, ຊາຍ ແລະ ວັດ​ສະ​ດຸ​ອື່ນໆທີ່ບໍ່​ມີ​ການ​ປົກ​ຫຸ້ມ ຫຼື ເຮັດ​ໃຫ້​ວັດ​ຖຸ​ດັ່ງ​ກ່າວ​ຕົກ​ເຮັ່ຽ​ ໃສ່​ເສັ້ນ​ທາງ ຫຼື ສ້າງ​ຄວາມ​ເປີະ​ເປື້ອນ​ ໃນ​ເວ​ລາ​ທີ່​ຂົນ​ສົ່ງ​ເຂົ້າ​ອອກ ສະ​ຖານ​ທີ່ກໍ່​ສ້າງ ຈະ​ຖືກ​ປັບ​ໃໝ 150,000 ກີບ ສ່ວນ​ວ່າ ຄົວ​ເຮືອນ ຫ້າງ​ຮ້ານ​ແຄມ​ທາງ​ຫລວງ ທີ່​ປ່ອຍ​ນ້ຳ​ເປື້ອນ ຫຼື ຖອກ​ເທ​ນ້ຳ​ໃສ່​ໜ້າ​ທາງ ເຮັດ​ໃຫ້​ທາງ​ເປັນ​ບວກ​ເປັນ​ຂຸມ ແລະ ເຮັດ​ໃຫ້​ເກີດ​ອຸ​ບັດ​ຕິ​ເຫດ ຈະ​ຖື​ກ​ປັບ​ໃໝ 500,000 ກີບ.

ໃນ​ຂະ​ນະ​ດຽວ​ກັນ ຊາວ​ບ້ານ​ອີກ​ຫຼາຍ​ຄົນ ທີ່ບໍ່​ທັນ​ໄດ້​ຖືກ​ຜົ​ລ​ກະ​ທົບ​ຈາກ​ບັນ​ຫາ ​ຖ​ນົນ​ເປ່​ເພດັ່ງ​ກ່າວນີ້ ຢາກ​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ເລັ່ງ​ດຳນີນ​ການ​ແກ້​ໄຂ​ຄື​ກັນ ຍ້ອນ​ເສັ້ນ​ທາງ​ດັ່ງ​ກ່າວນີ້ ມີ​ຜູ້​ຄົນ​ໃຊ້​ຈຳ​ນວນ​ຫຼາຍ ແລະ ຢູ່​ໃນ​ເຂດ​ໂຕ​ເມືອງ ທີ່​ເຊື່ອມ​ຕໍ່ໄປ​ເສັ້ນ​ທາງ​ອື່ນ ເປັນ​ຕົ້ນ ຖ​ນົນ 450 ປີ. ຊາວ​ບ້ານ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

" ແມ່ນ ມັນ ເປ່ ເພ ມາ ແຕ່ ດົນ ແລ້ວ ວ່າ ກໍ ຫຼາຍ ປີ ຢູ່ ເດ້ ຫຼາຍ ເພາະ ວ່າ ໂຕນີ້ ມັນ ຢູ່ ໃນ ໂຕ ເມືອງ ເລີຍ ເຊື່ອມໆ ເປີດ ທຸກ ເມືອງ ເລີຍ ແມ່ນ ຢູ່ ໃນ ໂຕ ເມືອງ ເລີຍ ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໜ່ວຍ​ງານ​ກ່ຽວ​ຂ້ອງ​ກໍ​ບໍ່​ໄດ້ເປີດ​ເຜີຍມູນ​ຄ່າ ຫຼື ງົບ​ປະ​ມານ​ໃນ​ການກໍ່​ສ້າງ​ເສັ້ນ​ທາງ ​ແຕ່​ບ້ານດອນ​ນົກ​ຂຸ້ມ-ບ້ານ​ສ້າງ​ເຫວີຍ ວ່າ​ມີ​ມູນ​ຄ່າ​ເທົ່າ​ໃດ.