ເຣື້ອງທີ່ເກັບບັນທຶກໄວ້
2023-10-03
ສປປ ລາວ ໄດ້ຜັນໂຕເອງຄັ້ງຍິ່ງໃຫຍ່ ດ້ວຍໂຄງການທຶນ ທີ່ໃຫ້ກູ້ຢືມ ໃນນາມໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຄົບຮອບ 10 ປີ ຂອງປະທານາທິບໍດີ ສີ ຈິ້ນຜິງ ກັບງົບປະມານ 5.9 ພັນລ້ານໂດລ້າຣ໌ສະຫະຣັຖ ເພື່ອໃຫ້ເສັ້ນທາງຣົຖໄຟ ລາວ-ຈີນ ເຊື່ອມຕໍ່ກັບປະເທດເພື່ອບ້ານ ແລະສ້າງອາຊີບຈຳນວນຫຼາຍ. ແຕ່ນັກວິຈານ ຫຼາຍທ່ານເວົ້າວ່າ ເສັ້ນທາງຣົຖໄຟສາຍນີ້ ກັບໂຄງການຂົນສົ່ງ ໂຄງຮ່າງພື້ນຖານ ໃຫຍ່ໆຂອງຈີນ ແລະ ໂຄງການເຂື່ອນໄຟຟ້າ ພະລັງນ້ຳຫຼາຍໆໂຄງການ ໄດ້ສ້າງໜີ້ສິນ ໃຫ້ ສປປ ລາວ ເຮັດໃຫ້ມີຄວາມສ່ຽງສູງ ທີ່ຈະຕິດກັບດັກໜີ້ ຂະນະທີ່ ປະຊາຊົນລາວ ຕ້ອງປະເຊີນກັບບັນຫາເງິນເຟີ້ສູງ, ເກີດບັນຫາ ການດ້ອຍຄ່າ ເງິນພາຍໃນປະເທດ ແລະ ຍັງບໍ່ເຫັນໂອກາດ ໃນອະນາຄົດ ທີ່ຈະດີຂຶ້ນ.
2023-10-03
ແຂວງບໍ່ແກ້ວ ສເນີກໍ່ສ້າງໂຄງການ ຂົວຂ້າມນໍ້າຂອງ 3 ປະເທດ ເພື່ອເຊື່ອມລະຫວ່າງ ລາວ, ໄທຍ ແລະ ພະມ້າ ຮອງຮັບນັກທ່ອງທ່ຽວ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໂດຍກຸ່ມບໍຣິສັດ ດອກງີ້ວຄຳ ຈະເປັນຜູ້ລົງທຶນ.
2023-10-03
ໂຄງການດັ່ງກ່າວ ໄດ້ຂຍາຍໄປກາຍຂອບເຂດ ຂອງການຄ້າ ແລະ ພະລັງງານ, ໂດຍກວມເອົາທັງໂຄງການດ້ານເຕັກໂນໂລຈີ້ ດິຈິຕັລ, ສຸຂພາບ ແລະ ຄວາມໝັ້ນຄົງ.
2023-10-02
ການໃຊ້ໃບກະທ້ອມ ແພ່ຫລາຍຢູ່ລາວ, ກຸ່ມຄົນອາຍຸ 18-35 ປີ ມົ້ວສຸມກັນຫລາຍ ຈົນເຮັດໃຫ້ມີຜູ້ເສບຕິດຈວນຫຼາຍ ເຂົ້າໄປປິ່ນປົວ ຢູ່ໂຮງໝໍມິຕພາບ 150 ຕຽງ ທີ່ນະຄອນຫລວງວຽງຈັນ ເຊິ່ງໃນແຕ່ລະມື້ນຶ່ງສເລັ່ຍ 5 ຄົນ.
2023-10-02
ເກີດເຫດເສົ້າສະລົດໃຈ ມີເດັກນ້ອຍແມ່ຍິງລາວ ອາຍຸຕໍ່າກວ່າ 13 ປີ ຖືກນາຍຈ້າງ ເຊິ່ງເປັນຕຳຣວດ ຄົນນຶ່ງ ຢູ່ແຂວງສະມຸດປາການ ໃນປະເທດໄທຍ ບັງຄັບຈິດໃຈ ນາບຂູ່ ແລະ ຂົ່ມຂືນ ຂະນະນີ້ ໄດ້ຮັບການຊ່ອຍເຫຼືອຈາກ ມູນນິທິ ປະວີນາຫົງສະກຸນ ເພື່ອເດັກນ້ອຍ ແລະ ແມ່ຍິງ.
2023-10-02
ຄົບຮອບ 10 ປີ ຂອງ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຫຼື BRI, ເຊິ່ງປະເທດລາວ ເປັນນຶ່ງໃນປະເທດ ທີ່ເຂົ້າຮ່ວມ. ວິທຍຸເອເຊັຽເສຣີ ຈະນຳສເນີ ປວັດຄວາມເປັນມາບາງສ່ວນ ແລະ ຄວາມເຫັນ ຂອງບັນດານັກວິຊາການ ແລະ ຜູ້ນຳລາວ ຕໍ່ຂໍ້ຣິເຣີ່ມນັ້ນ.
2023-10-02
ຊາວບ້ານ 35 ຄອບຄົວຢູ່ເມືອງໂຂງ ແຂວງຈໍາປາສັກ ໄດ້ຮັບຄ່າຊົດເຊີຍ ຈາກບໍຣິສັດຈີນ-ເຈົ້າຂອງເຂດເສຖກິຈພິເສດແລ້ວ 13 ຕື້ກີບ ຍ້ອນເສັຍດິນນາ, ສວນແລະຜົລປູກໃຫ້ ໂຄງການສນາມກັອຟ ແລະຍັງມີອີກປະມານ 200 ຄອບຄົວ ທີ່ຍັງບໍ່ທັນໄດ້ຮັບ.
2023-10-01
ມູລນິທິ ມໍຣະດົກລາວ ໃນຂົງເຂດ ນະຄອນຫລວງ ວໍຊິງຕັນ ດີຊີ ຈັດໂຄງການສອນນາຕສິລ ແລະ ວັທນະທັມ ຣະດູຮ້ອນຂຶ້ນ ແຕ່ວັນທີ່ 29 ກໍຣະກະດາ ຫາ 5 ສິງຫາ.
2023-10-01
ກຸ່ມທະຫານພະມ້າ ໄດ້ຈັບແລະກັກຂັງສະມາຊິກ ພັກສັກນິບາດແຫ່ງຊາຕ ເພື່ອປະຊາຊົນທິປະໄຕ ຂອງພະມ້າ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານພະມ້າ ເຂົ້າມາຍຶດອໍານາດ ຈາກຣັຖບານພົລເຮືອນ.
2023-10-01
ເຈົ້າຂອງທຸຣະກິຈ ສວນພູຄຳ ຮຽກຮ້ອງໄປຍັງ ທາງການລາວ ຊອກຫາວິທີແກ້ໄຂ ເພື່ອໃຫ້ສັງຄົມ ເຂົ້າໃຈ ຕໍ່ບັນຫານີ້ ພາຍຫລັງ ທີ່ຄະດີ ດັ່ງກ່າວ ຍັງບໍ່ມີຄວາມຄືບໜ້າ.
2023-10-01
ຫລັງຈາກມະນຸດ ເຈົ້າຂອງຮ່າງກາຍ ຕາຍໄປແລ້ວ ແມ່ນຫຍັງ ເກີດຂຶ້ນ ກັບຂວັນຕ່າງໆ ທີ່ເຄີຍຢູ່ໃນອະວັຍວະ ຂອງຜູ້ຕາຍ.