ໂຮງໝໍ 150 ຕຽງ ຮັບຄົນເຈັບ ຈາກການດື່ມນ້ຳໃບກະທ້ອມ ຈຳນວນຫຼາຍ
2023.10.02
ນາງ ອຸໄລວັນ ພອນສະຫວັນ, ຮອງຫົວໜ້າຜແນກສຸກເສີນ ໂຮງໝໍມິຕພາບ 150 ຕຽງ ນະຄອນຫລວງວຽງຈັນ ກ່າວຕໍ່ສື່ມວນຊົນລາວ ເມື່ອບໍ່ດົນມານີ້ວ່າ ປັດຈຸບັນ ມີຜູ້ເຂົ້າໂຮງໝໍ ຍ້ອນດື່ມນໍ້າກະທ້ອມ ເພື່ອປິ່ນປົວ ສເລັ່ຍ 5 ຄົນຕໍ່ມື້. ໃນນັ້ນ ອາການຮຸນແຮງ ປະມານ 2 ຄົນ. ເປັນກຸ່ມຄົນ ທີ່ມີອາຍຸປະມານ 18-35 ປີ, ແຕ່ສ່ວນຫລາຍ ອາຍຸແຕ່ 20-25 ປີ. ສ່ວນຜູ້ອາຍຸ 35 ປີ ດື່ມຍ້ອນຄິດວ່າອາດຈະດີເຈັບຫລັງ, ເຈັບແອວ ແລະອື່ນໆ ລວມທັງຊາວໜຸ່ມ ອາຍຸປະມານ 16 ປີຫາ 18 ປີ.
ໃບກະທ້ອມ ຫລືນໍ້າກະທ້ອມ ມີສານເສບຕິດຫລາຍຊະນິດ ເຊັ່ນສານ ໄມທຣາໃຈມິນ ສານຈໍາພວກ ອັກຄາລອຍ ທີ່ມີຜົລກະທົບຕໍ່ລະບົບປະສາດ ສ່ວນກາງໂດຍກົງ ເຊັ່ນດຽວກັນກັບຢາບ້າ, ມີຜົລເສັຍໄລຍະຍາວ, ຜູ້ດື່ມໄປດົນນານ ຈະເກີດການເສບຕິດ ເບື່ອອາຫານ, ບໍ່ຢາກດື່ມນໍ້າ, ຫວາດລະແວງ ແລະອື່ນໆ. ຖ້າເຊົາດື່ມກະທັນຫັນ ຈະເຮັດໃຫ້ໃຈຮ້າຍ, ຫງຸດຫງິດງ່າຍ, ນອນບໍ່ຫລັບ, ສະມາ ທິສັ້ນ ແລະອາການອື່ນໆ.
ກ່ຽວກັບເຣື່ອງນີ້ ທ່ານໝໍ ທີ່ກ່ຽວຂ້ອງຢູ່ໂຮງໝໍມິຕພາບ 150 ຕຽງ ກ່າວເພີ່ມຕື່ມ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກັນຍາທີ່ຜ່ານມາວ່າ ນໍ້າກະທ້ອມ ມີສານເສບຕິດ ໄມທຣາໃຈມິນ, ມີສານ ໄມທຣາໃຈມິນ ຊຶ່ງເປັນສານຈໍາພວກ ອັກຄາລອຍ ທີ່ກົດປະສາດ ສ່ວນກາງໂດຍກົງ ເຊັ່ນດຽວກັນກັບຢາບ້າ, ຜູ້ເມົາເປັນຄືແບບເມົາເຫລົ້າ.
“ເຂົາເຈົ້າແບບເມົາເຫລົ້ານີ້ແຫລະ ເຮົາໃຫ້ຢຸກໃຫ້ຢາ ເຂົາເຈົ້າກໍດີໄປ ຄັນກິນຫລາຍເກີນກໍານົດນໍ. ມັນກໍບີບຫົວໃຈ ມາບໍ່ທັນມັນກໍໄປເດ ສ່ວນຫລາຍແມ່ນພວກໄວລຸ້ນແຫລະ ອັນ 17-18 ປີຂື້ນໄປແຫລະ ຕໍ່າສຸດບໍ່ຫລຸດແລ້ວ 3 ຄົນນ່າ ສເລັ່ຍມື້ນຶ່ງນ່າ ບາງມື້ຮອດ 5 ຄົນ 6 ຄົນກໍມີເດ ມັນມີຕລອດ ເຂົາເຈົ້າກໍວ່າ ມັນແຂງແຮງ ມັນມີເຮື່ອແຮງ ມັນມີເຮື່ອແຮງຫັ້ນແຫລະ ຄັນກິນີ້ອຍນະ ອັນນີ້ກິນຫລາຍມັນກໍເມົາແຫລະ ມັນເບື່ອແຫລະ ກໍຄືເຮົາກິນເຫລົ້າແຫລະ ເຮັດໃຫ້ຫົວໃຈບີບໄວ ກໍເຮັດໃຫ້ຫົວໃຈຢຸດເຕັ້ນ ບຶດດຽວແຫລະ ຄັນກິນຫລາຍ.”
ທ່ານກ່າວຕື່ມວ່າ ຊາວໜຸ່ມ ທີ່ດື່ມກະທ້ອມກັນຫລາຍ, ມັນບໍ່ພຽງແຕ່ເຮັດໃຫ້ເປັນອັນຕະຣາຍຕໍ່ສຸຂພາບ ເທົ່ານັ້ນ ແຕ່ຍັງສົ່ງຜົລກະທົບ ຕໍ່ການຮຽນ, ການເຮັດວຽກ ນໍາດ້ວຍ ເນື່ອງຈາກໃບກະທ້ອມ ມີສານທີ່ເຮັດໃຫ້ລະບົບປະສາດ ຖືກທໍາລາຍ ເຊັ່ນມີອາການບໍ່ຮູ້ສຶກໂຕ, ສື່ສານບໍ່ຮູ້ເຣື່ອງ, ລະບົບຫາຍໃຈຫອບຫືດ, ຫາຍໃຈເມື່ອຍ ຮູ້ສຶກຈະຂາດໃຈ ແລະຫົວໃຈເຕັ້ນແຮງ.
ນອກຈາກໂຮງໝໍ 150 ຕຽງ ທີ່ວ່າມີຄົນປ່ວຍ ຍ້ອນດື່ມນໍ້າກະທ້ອມຫລາຍ ມາປິ່ນປົວແລ້ວ ໂຮງໝໍມະໂຫສັດ ກໍມີຄົນເຂົ້າມາປິ່ນປົວ ທີ່ບໍ່ພຽງແຕ່ຍ້ອນກະທ້ອມ, ຜູ້ຕິດຢາເສບຕິດທຸກຢ່າງ ກໍມາປິ່ນປົວຫລາຍປີແລ້ວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂຮງໝໍນີ້ກ່າວ ໃນມື້ດຽວກັນນີ້.
“ຫລາຍປິແລ້ວກໍ໋ ມັນກໍບໍ່ແມ່ນມີແຕ່ກະທ້ອມ ມັນກໍມີພວກຢາທຸກຢ່າງແຫລະ ເຈົ້າ ຄໍລາຈອກຄໍລາເຈນ ອິຫຍັງທຸກຢ່າງ ທີ່ເຂົາເຈົ້າເປັນສານເສບຕິດ ກາຟອກກາເຟ ແມ່ນເດັກນ້ອຍໄວລຸ້ນ ຫລັງໆນີ້ມີຮອດປະມານ 17-18 ກໍມີ.”
ສໍາລັບຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງນີ້ ກ່າວໃນມື້ວັນທີ 29 ກັນຍາວ່າ ຢູ່ຕາມບ້ານ ຊາວໜຸ່ມພາກັນຕັ້ງກຸ່ມນໍ້າກະທ້ອມ ແລະຜູ້ເປັນພໍ່ແມ່ຜູ້ປົກຄອງ ກໍເຂົ້າໃຈຜິດວ່າ ນໍ້າກະທ້ອມ ເປັນຢາແກ້ໄອ, ແກ້ຢາກນອນ ດັ່ງນັ້ນ ຢູ່ເມືອງນີ້ ຈຶ່ງຍັງມີການດື່ມນໍ້າ ກະທ້ອມນີ້ຫລາຍ.
“ກໍຢູ່ໃນຂັ້ນບ້ານຂັ້ນຫຍັງ ເຂົາເຈົ້າຫັ້ນແຫລະ ແຕ່ວ່າຢູ່ໂຮງຮຽນເຮົາ ບໍ່ມີແຕ່ວ່າບ້ານເຂົາເຈົ້າ ໃຊ້ເວລາ ລູກເປັນໄຂ້ອິຫຍັງເຂົາເຈົ້າຫັ້ນນ່າ ເຂົາເຈົ້າເຂົ້າໃຈຜິດ ມັນເຊົາແກ້ໄຂ້ແກ້ຫຍັງຫັ້ນນ່າ. ດຽວນີ້ເຂົາເຈົ້າກະລົງໂຄສນາ ກ່ຽວກັບການຕ້ານຢາເສບຕິດ ຕາມບ້ານຕາມຫຍັງຫັ້ນ.”
ເພື່ອແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໂຮງໝໍມິຕພາບ ຜູ້ດຽວກັນນີ້ກ່າວວ່າ ແນວທາງທີ່ຈະຊ່ອຍໃຫ້ຊາວໜຸ່ມລາວ ບໍ່ຫຍຸ້ງກ່ຽວກັບນໍ້າກະທ້ອມ ແມ່ນເຈົ້າໜ້າທີ່ຕໍາຣວດ ຕ້ອງປາບປາມ ແລະໃສ່ລະບຽບທັງຜູ້ຊື້ ແລະຜູ້ຂາຍ ແລະຜູ້ດື່ມນໍ້າກະທ້ອມ ຢ່າງຈິງຈັງ ໂດຍສະເພາະຕາມສະຖານທີ່ ບັນເທີງຕ່າງໆ.
“ຕໍາຣວດຕ້ອງລົງກຸ່ມບ້ານ ສໍາຄັນນ່າ ໃຫ້ບ້ານແຫລະເປັນຜູ້ມີລະບຽບໜ້ອຍນຶ່ງ ຄັນບໍ່ວາງລະບຽບເຂົາກໍກິນຄືເກົ່າແຫລະ ເດັກນ້ອນນະ ແບບວ່າໝູ່ໄປຫາກັນ ອ້າວສ່ຽວ ມຶງລອງແມະ ຊີ້ແຫລະເດັກນ້ອຍ. ເຢີ້ຍກັນກິນສ່ວນຫລາຍ ແມ່ນຕ້ອງບັງຄັບກັນ ຮ້ານອາຫານ 4 ໂມງເຊົ້າ ຍັງບໍ່ປິດ ໂຮງໝໍ ແມ່ນຕອນເດິກເດ ຈັ່ງມາແຈ້ງຈັ່ງມາ ເຂົາເຈົ້າໄປຫລິ້ນບາ ຫລືເທັກແລ້ວມັນແຈ້ງ ແບບວ່າ 4 ໂມງເຄິ່ງແລ້ວຢູ່ຕໍ່ເລີຍ.”
ເຈົ້າໜ້າທີ່ອໍານາດ ການປົກຄອງທ້ອງຖິ່ນ ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ ກໍເວົ້າວ່າ ໃນເມືອງນີ້ ຍັງມີຊາວໜຸ່ມຢູ່ບາງບ້ານ ລັກດື່ມນໍ້າກະທ້ອມກັນຫລາຍກວ່າເສບຢາບ້າ ຍ້ອນພໍ່ແມ່ຜູ້ປົກຄອງ ບໍ່ບອກໃຫ້ຕໍາຣວດ ຫລືກອງຫລອນບ້ານຮູ້ ແລະທາງບ້ານ ບໍ່ມີງົບປະມານສໍາລັບການກວດກາ ຢ່າງທົ່ວເຖິງ. ພວກທີ່ເສບນັ້ນ ຈໍານວນນຶ່ງກໍຖືກເຈົ້າໜ້າທີ່ຈັບມາສຶກສາອົບຮົມ.
ດັ່ງທີ່ທ່ານກ່າວວ່າ:
“ລີ້ເຮັດເນາະ ເຮົາບໍ່ສາມາດຈັບໄດ້ ເຮືອນຊານຜູ້ໃດ ມີຫລາຍຢູ່ຫັ້ນແຫລະ ພວກຢາເສບຕິດ ພວກກະທ້ອມນີ້ນ່າ ມັນມີຫລາຍຢູ່ ເຣື່ອງກິນນໍ້າກະທ້ອມ ຫລາຍກວ່າຢາພຸ້ນລະ ພໍ່ແມ່ບໍ່ແຈ້ງ ເຂົາໄປເຮັດຢູ່ເຮືອນ ຢູ່ຊານເຂົາກໍບໍ່ແຈ້ງເຮົາ ເຮົາບໍ່ຮູ້ເຮົາກໍບໍ່ໄດ້ໄປເລາະ ກາງຄໍ່າ... ກາງບໍ່ທັນໄດ້ເລາະບາດໝົດນີ້ ມັນຍາກ.”
ປັດຈຸບັນ ຢູ່ ສປປ ລາວ ມີການກິນໃບກະທ້ອມສົດ ແລະເອົາໃບກະທ້ອມມາຕົ້ມດື່ມກັນຫລາຍຂຶ້ນ ອັນເປັນການກະທໍາຜິດກົດໝາຍ ວ່າດ້ວຍຢາ ແລະຜລິດຕະພັນທາງການແພດ ຂອງລາວ.
ເມື່ອກ່ອນໜ້ານີ້ ຄືໃນເດືອນກໍຣະກະດາ 2022 ກົມອາຫານ ແລະຢາ ກະຊວງສາທາຣະນະສຸຂ ຫ້າມບໍ່ໃຫ້ຈໍາໜ່າຍ, ຜລິດ, ຊື້-ຂາຍ, ມີໄວ້ໃນຄອບຄອງ ຫລືເກັບຮັກສາ, ຫ້າມນໍາເຂົ້າ ຫລືສົ່ງອອກ, ຂົນສົ່ງ ແລະສົ່ງຜ່ານລາວຢ່າງເດັດຂາດ, ແຕ່ໃນສະພາບຕົວຈິງ ແມ່ນຍັງມີກຸ່ມຄົນ ພາກັນຊື້-ຂາຍ ໃບກະທ້ອມແລະ ນໍ້າກະທ້ອມກັນທາງອອນລາຍນ໌ ຫລາຍຢູ່. ໃນນັ້ນ ສ່ວນໃຫຍ່ ລັກນໍາເຂົ້າມາຈາກປະເທດໄທຍ ເພາະຢູ່ໄທຍ ໃບກະທ້ອມ ອະນຸຍາດໃຫ້ຖືກກົດໝາຍ.