ເດັກນ້ອຍຍິງລາວ ອາຍຸ 13 ປີ ຖືກນາຍຈ້າງໄທຍ ບັງຄັບຂືນໃຈ
2023.10.02

ໃນວັນທີ 29 ກັນຍາ 2023 ທີ່ຜ່ານມາເກີດເຫດສະລົດໃຈ ເດັກນ້ອຍແມ່ຍິງລາວ ຊື່ ນາງເອ ນາມສົມມຸດ ອາຍຸຕໍ່າກວ່າ 13 ປີ ແລະ ຂໍສງວນພູມລຳເນົາ ຖືກນາຍຈ້າງເຊິ່ງເປັນຕຳຣວດ ຄົນນຶ່ງ ທີ່ເຮັດວຽກຢູ່ແຂວງສະມຸດປາການ ໃນປະເທດໄທຍບັງຄັບຈິດໃຈ ນາບຂູ່ ແລະ ຂົ່ມຂືນ ໃນບ້ານທີ່ນາງເອ ເຂົ້າໄປເຮັດວຽກເປັນແມ່ບ້ານ ໃນເຂດທົ່ງຄຣຸ ນະຄອນຫຼວງບາງກອກ ພາຍຫຼັງເຮັດວຽກໄດ້ພຽງ 3 ວັນເທົ່ານັ້ນ.
ຕໍ່ມາໃນວັນທີ 1 ຕຸລາ 2023 ນາງເອກໍໄດ້ຮັບການຊ່ອຍເຫຼືອຈາກ ມູນນິທິ ປະວີນາຫົງສະກຸນ ເພື່ອເດັກນ້ອຍ ແລະ ແມ່ຍິງ ພ້ອມເຈົ້າໜ້າທີ່ບ້ານພັກເດັກ ແລະ ແມ່ຍິງກະຊວງ ພັທນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸສ ຮຽບຮ້ອຍແລ້ວ ພາຍຫຼັງທີ່ ນາງເອພ້ອມນາຍໜ້າ ພາມາເຮັດວຽກເດີນທາງໄປຮ້ອງທຸກ ແລະເຂົ້າແຈ້ງຄວາມເອົາຜິດ ນາຍຈ້າງທີ່ເປັນຕຳຣວດ ຄົນດັ່ງກ່າວ.
ຈາກນັ້ນສານອາຍາທົນບູຣີ ກໍໄດ້ອອກໝາຍຈັບນາຍຈ້າງ ຕໍາຣວດດັ່ງກ່າວໃນຂໍ້ຫາຂົ່ມຂືນ ແລະ ລ່ວງລະເມີດທາງເພດເດັກນ້ອຍ ອາຍຸຕໍ່າກ່ວາ 13 ປີ ແລະ ໃນຂໍ້ຫາເປັນນາຍຈ້າງ ທີ່ຮັບຄົນຕ່າງດ້າວທີ່ບໍ່ມີໃບອະນຸຍາດເຮັດວຽກ ເຂົ້າມາເຮັດວຽກພາຍໃນປະເທດ ທັງຍັງໃຫ້ທີ່ພັກອາໄສຄົນຕ່າງດ້າວ ແລະ ຈ້າງແຮງງານຜິດກົດໝາຍ. ຈົນກະທັ້ງວັນທີ 2 ຕຸລາ 2023 ນີ້ເຈົ້າໜ້າທີ່ຕຳຣວດ ກໍ່ເຫດຂົ່ມຂືນນາງເອໄດ້ມາມອບໂຕ ກັບເຈົ້າໜ້າທີ່ຕຳຣວດແລ້ວ ແລະ ຖືກຄວບຄຸມໂຕເພື່ອໄປດຳເນີນຄະດີ ຕາມກົດໝາຍ.
ດັ່ງພັນຕຳຣວດເອກ ທົງໄຊ ບົວຣັງສີ ເປັນຜູ້ກຳກັບສະຖານີຕຳຣວດ ເຂດທົ່ງຄຣຸ ໃນນະຄອນຫຼວງບາງກອກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 02 ຕຸລາ ນີ້ວ່າ:
ໄທຍ: “ ກໍຫຼັງຈາກທີ່ເຮົາອອກໝາຍຈັບໄປ ເມື່ອວານວັນນີ້ຜູ້ຕ້ອງຫາເຂົາກໍມາມອບໂຕ ກັບທາງຕຳຣວດຮຽບຮ້ອຍ ຝາກຂັງທີ່ສານກໍຈະລວບລວມພະຍານຫຼັກຖານ ລໍຜົລກວດພິສູດ ແລ້ວກໍຈະສົ່ງໃຫ້ພະນັກງານ ໄອຍະການຟ້ອງຕໍ່ໄປ.”
ຍານາງ ປະວີນາ ຫົງສະກຸນ ມູນນິທິ ປະວີນາຫົງສະກຸນ ເພື່ອເດັກນ້ອນແລະແມ່ຍິງ ໄດ້ຖແລງ ຂ່າວໃນວັນທີ 01 ຕຸລາ 2023 ວ່ານາຍໜ້າຄົນນີ້ ກໍເປັນຄົນລາວເຊັ່ນກັນໄດ້ພາ ນາງເອ ເຂົ້າມາຮ້ອງທຸກໃນມູນນິທິເຊິ່ງນາງເອຮຽກ ນາຍໜ້າຄົນນີ້ວ່າປ້າ. ເບື້ອງຕົ້ນປ້ານາຍໜ້າ ແລະ ນາງເອເຂົ້າມາແຈ້ງເຣື່ອງວ່ານາງເອຖືກນາຍຈ້າງຂົ່ມຂືນ ໂດຍເກີດເຫດຕອນ 1 ໂມງກາງຄືນວັນທີ 29 ກັນຍາ 2023 ນາຍຈ້າງຜູ້ກໍ່ເຫດຂົ່ມຂືນນາງເອ ນັ້ນກໍໄດ້ໄຂກະແຈເຂົ້າໄປໃນຫ້ອງນອນນາງເອ ແລ້ວອ້າງວ່ານາຍຈ້າງແມ່ຍິງບອກໃຫ້ມານອນນຳ ດ້ານນາງເອກໍຕົກໃຈ ຈຶ່ງໄດ້ຂັດຂືນບໍ່ຍິນຍອມນາຍຈ້າງ ທີ່ກໍເຫດຈຶ່ງບັງຄັບຈິດໃຈ ແລະລ່ວງລະເມີດທາງເພດ ຂົ່ມຂືນສຳເຣັດ ແລ້ວນາຍຈ້າງກໍອອກຈາກຫ້ອງໄປເຮັດວຽກ ຄືບໍ່ມີຫຍັງເກີດຂຶ້ນ.
ມາໃນຕອນເຊົ້າ ຂອງອີກວັນນຶ່ງນາງເອ ໄດ້ບອກນາຍຈ້າງແມ່ຍິງ ເຊິ່ງນາຍຈ້າງແມ່ຍິງ ໄດ້ຮີບໄປຊື້ຢາຄຸມສຸກເສິນ ມາໃຫ້ນາງເອກິນ ແລະບອກບໍ່ໃຫ້ເອົາເຣື່ອງ ສ່ວນນາຍຈ້າງຜູ້ຊາຍ ເຂົາເປັນຕຳຣວດ ເຮັດຫຍັງເຂົາບໍ່ໄດ້ ເພາະເຂົາຈະແຈ້ງຈັບນາງເອ ໃນຂໍ້ຫາຫລົບໜີເຂົ້າເມືອງ.
ດັ່ງນັ້ນນາງເອ ຈຶ່ງໄດ້ສົ່ງຂໍ້ຄວາມບອກນາຍໜ້າ ຈາກນັ້ນປ້ານາຍໜ້າໄດ້ໂທຣະສັບໄປ ບອກນາຍຈ້າງແມ່ຍິງ ແຕ່ຖືກປະຕິເສດວ່ານາຍຈ້າງ ຜູ້ຊາຍບໍ່ໄດ້ຂົ່ມຂືນນາງເອ ປ້ານາຍໜ້າຈຶ່ງເດີນທາງ ມາຫານາງເອເພື່ອ ຈະພານາງເອອອກຈາກບ້ານນາຍຈ້າງ ແຕ່ໃນລະຫວ່າງທີ່ປ້ານາຍໜ້າ ເດີນທາງໄປຮັບນາງເອ ນາຍຈ້າງແມ່ຍິງ ບອກໃຫ້ລໍຖ້ານາຍຈ້າງຜູ້ຊາຍ ທີ່ເປັນຕຳຣວດກ່ອນ ເພາະເຂົາກຳລັງເດີນທາງກັບບ້ານ. ປ້ານາຍໜ້ານີ້ ຢ້ານບໍ່ປອດໄພຈຶ່ງພານາງເອ ໜັ່ງຣົຖອອກມາທັນທີ ເຊິ່ງນາຍຈ້າງແມ່ຍິງ ກໍບໍ່ໄດ້ຂັດຂ້ອງ ແຕ່ຢ່າງໃດ ແລະ ຕັດສິນໃຈ ໄປຂໍຄວາມຊ່ອຍເຫຼືອຈາກມູນນິທິ ປະວີນາ ຫົງສະກຸນ ເພື່ອເດັກ ແລະແມ່ຍິງ. ດັ່ງຍານາງ ປະວີນາ ຫົງສະກຸນ ກ່າວຖແລງຂ່າວຕອນນຶ່ງງວ່າ:
“ຄືນວັນທີ 3 ປະມານ 1 ໂມງກາງເດິກກໍປະກົດວ່ານ້ອງຕື່ນມາຕົກໃຈກຸນ ແຈບີດໄດ້ມີຄົນໄຂກຸນແຈເຂົ້າໄປໃນຫ້ອງນອນ ແລ້ວກໍບອກວ່າເມັຍໂຕເອງ ໃຫ້ມານອນກັບນ້ອງນ້ອງຍິ່ງຕົກໃຈ ບໍ່ຍອມຂັດຂືນຮ້ອງ ກໍບໍ່ມີໃຜຊ່ອຍເຫຼືອ ຈົນກະທັ້ງຖືກຂົ່ມຂືນ ເຂົາກໍຂົ່ມຂືນ ຈົນສຳເຣັດ ແລ້ວກໍອອກໄປໂດຍບໍ່ມີຫຍັງເກີດຂຶ້ນ.”
ຈາກຄໍາໃຫ້ການ ຂອງນາງເອ ພົບວ່າປ້ານາຍໜ້າຄົນນີ້ ໄດ້ເດີນທາງໄປຮັບນາງເອ ມາຈາກປະເທດລາວແລະນຳໄປສົ່ງໃຫ້ນາຍຈ້າງ ຄົນດັ່ງກ່າວໃນເຂດທົ່ງຄຣຸ ນະຄອນຫຼວງບາງກອກ ໃນວັນທີ 26 ກັນຍາ 2023 ໂດຍນາຍຈ້າງໄດ້ຈ່າຍເງິນໃຫ້ນາຍໜ້າ ຄົນນີ້ 2,500 ບາດນໍາດ້ວຍ.
ສາເຫດທີ່ນາງເອ ໄດ້ເດິນທາງເຂົ້າມາໄທຍຜິດກົດໝາຍ ເພາະຢາກຫາວຽກເຮັດຈົນກະທັ້ງ ມີໝູ່ຊວນມາ ແລະ ບໍ່ໄດ້ບອກພໍ່-ແມ່ເຊິ່ງນາຍໜ້າ ໄດ້ເກັບເງິນໄປກ່ອນໜ້ານີ້ແລ້ວ 6,000 ບາທ ເປັນຄ່າເດີນທາງ ແລະ ຄ່ານາຍຈ້າງໃຫ້. ຈາກນັ້ນວັນທີ 26 ກັນຍາ 2023 ນາຍໜ້າກໍໄດ້ພາໄປເຮັດວຽກລ້ຽງລູກ ໃຫ້ສອງຜົວເມັຍ ດັ່ງກ່າວຕົກລົງຄ່າຈ້າງ 9,000 ບາທຕໍ່ເດືອນ ກິນນອນກັບນາຍຈ້າງ ໂດຍນາງເອກໍໄດ້ຈ່າຍຄ່າໃຫ້ນາຍໜ້າ ເພີ່ມອີກ 500 ບາທ.
ເຣື່ອງດັ່ງກ່າວ ຍານາງ ປາວີນາ ຫົງສະກຸນ ຈຶ່ງຮັບເຣື່ອງຄຸ້ມຄອງນາງເອໄວ້ ພ້ອມປະສານງານໄປຍັງຕຳຣວດ ໃນພື້ນທີ່ເຂດທົ່ງຄຣຸ ເພື່ອແຈ້ງດຳເນີນຄະດີ ກັບນາຍຈ້າງທີ່ເປັນຕຳຣວດດັ່ງກ່າວ ແລະ ໄດ້ສົ່ງນາງເອໄປໄວ້ໃນຄວາມດູແລ ບ້ານພັກເດັກ ແລະ ຄອບຄົວ ນະຄອນຫຼວງ ບາງກອກແລ້ວ.
ໂດຍເບື້ອງຕົ້ນພົບວ່າ ນາຍຈ້າງທີ່ກໍ່ເຫດເປັນຕໍຣວດ ຄະນະກັມມະການກວດກາ ແລະ ຕິດຕາມການບໍຣິການ ງານຕຳຣວດແຫ່ງນຶ່ງ ໃນແຂວງສະມຸດປາການໃນໄທຍ.
ຂະນະດຽວກັນ ເຈົ້າໜ້າທີ່ບ້ານພັກເດັກ ແລະ ຄອບຄົວ ນະຄອນຫຼວງບາງກອກ ກ່າວວ່າ ນາງເອໄດ້ຢູ່ທີ່ປອດໄພໃນຄວາມດູແລ ຂອງເຈົ້າໜ້າທີ່ແລ້ວຕໍ່ໄປ ຢູ່ໃນຂັ້ນຕອນດຳເນີນຕາມກົດໝາຍ ເບື້ອງຕົ້ນກໍຈະຄຸ້ມຄອງ ຊ່ອຍບໍາບັດຈິດໃຈ ນາງເອກ່ອນແລະເມື່ຶອ ດຳເນີນຕາມຂັ້ນຕອນຕາມກົດໝາຍ ສຳເຣັດເຈົ້າໜ້າທີ່ຈະສົ່ງກັບປະເທດລາວ.
ໄທຍ “ຕອນນີ້ເດັກຢູ່ໃນການຄຸ້ມຄອງ ບ້ານພັກເດັກ ແລະຄອບຄົວກະຊວງ ພັທນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸສ (ພມ) ກໍດູແລເບື້ອງຕົ້ນ ທົ່ວໄປເປັນຕາມຂະບວນການ ທີ່ເດັກຖືກກະທຳ.”
ກ່ຽວກັບເຣື່ອງນີ້ຄົນງານລາວ ໃນໄທຍກໍກ່າວວ່າກໍຮູ້ສຶກເສົ້າສະລົດໃຈ ອິຕົນນາງເອ ເພາະອາຍຸຍັງນ້ອຍບໍ່ທັນຄົບ 18 ປີ ແນ່ນອນວ່າ ກໍຕ້ອງກະທົບກະເທືອນຈິດໃຈ ຢ່າງໜັກເຊິ່ງຕ້ອງມີຄວາມລະແວງ ເກີດຂຶ້ນ ແລະ ໃນຖານະຄົນລາວເຂົ້າມາເຮັດວຽກ ຢູ່ໄທຍ ກໍຢາກໃຫ້ເຈົ້າໜ້າທີ່ໄທຍ ນຳໂຕຄົນກະທຳຜິດມາລົງໂທດ ແລະ ປະຕິບັດຕາມກົດໝາຍ ຢ່າງເຄັ່ງຄັດ.
“ອັນນີ້ມັນກໍຮູ້ສຶກຫົດຫູ່ ເນາະຄືແບບວ່າອາຍຸຍັງບໍ່ທັນຮອດ 18 ເນາະ ມັນກໍຊິກະທົບກະເທືອນ ຕໍ່ຈິດໃຈຂອງເດັກນ້ອຍເນາະ ມັນກໍຮູ້ສຶກມີປົມເຂົາກໍຊິຮູ້ສຶກ ຢ້ານບໍ່ປອດໄພ ແລະເຂົາກໍຈະມີຄວາມຄິດ ແບບລະແວງ ແບບອຸ້ຍບໍ່ຢາກໄປຕໍ່ອີກແລ້ວ ໃຫ້ເຈົ້າໜ້າທີ່ນ່າເອົາກົດໝາຍ ໄປລົງໂທດກັບຄົນທີ່ທຳຜິດ ກັບຜູ້ນ້ອຍນີ້ຊີ້ນ່າ.”
ຊາວລາວອີກທ່ານນຶ່ງ ກ່າວວ່າກໍຮູ້ສຶກເສົ້າໃຈ ກັບເຫດການດັ່ງກ່າວ ເພາະນາງເອ ອາຍຸຍັງນ້ອຍທຽບໃສ່ກໍປະມານ ມ.1 ຫາ ມ.2 ເທົ່ານັ້ນ ເຂົາເຈົ້າກໍຄົງຄິດບໍ່ເຖີງແຕ່ວ່າ ເຫດການແນວ ນີ້ກໍສາມາດເກີດຂຶ້ນໄດ້ສຳລັບຄົນທີ່ໄປ ແບບຜິດກົດໝາຍ ແລະປັດຈຸບັນນີ້ຄົນກໍໄປເຮັດວຽກ ໃນໄທຍຫຼາຍ ໂດຍສະເພາະເດັກນ້ອຍໃນໄວ 12-17 ປີ ເຂົາເຈົ້າກໍບໍ່ຢາກຮຽນ ເພາະມີສະພາວະເງິນເຟີ້, ສິນຄ້າແພງ.
“ໄດ້ຍີນກໍຕົກໃຈ ເດັກນ້ອຍເພິ່ນຫາກໍ່ 12 ປີ ຖ້າວ່າທຽບນີ້ເພິ່ນຫາກໍ່ຮຽນ ມ.1 ຫາ .ມ.2 ມັນຊິເປັນກຸ່ມຄົນເຂົາມັກແບບເຂົາມັກໄປເນາະ ຄືມັກງ່າຍແດ່ ແບບບໍ່ຢາກເສັຍເງິນຫຼາຍດຽວນີ້ ມີເດັກນ້ອຍເຂົາເຫັນພາວະເງິນເຟີ້ແດ່ ຢູ່ກໍບໍ່ໄດ້ເຮັດຫຍັງຮຽນຈົບ ມາມັນກໍບໍ່ມີອີ່ຫຍັງເສຖກິຈ ຄືຕອນນີ້ ມັນກາເງິນເຟີ້ ອິຫຍັງກໍແພງ.”
ສໍາລັບເຫດການຄົນງານລາວ ຖືກນາຍຈ້າງຄົນໄທຍຂົ່ມຂືນນີ້ ມີຫຼາຍເຫດການ ທີ່ເກີດຂຶ້ນ ເປັນຕົ້ນກ່ອນໜ້ານີ້ ໃນວັນທີ 28 ກັນຍາ 2022 ແມ່ຍິງລາວອາຍຸ ບໍ່ເກິນ 20 ປີ ທີ່ມາຊອກວຽກເຮັດ ຢູ່ປະເທດໄທຍຖືກນາຍຈ້າງ ຊາວໄທຍ ຕົວະໄປຂົ່ມຂືນ ແລະ ທຳຮ້າຍຮ່າງກາຍ ຢູ່ແຂວງນົນທະບູຣີ ພ້ອມທັງຂົ່ມຂູ່ບໍ່ໃຫ້ແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕຳຣວດ.
ອີງຕາມການຣາຍງານ ຂອງທີມງານ ເຟສບຸກຄ໌ເພຈ Survive ສາຍໄໝຕ້ອງລອດ ໄດ້ພານາງ ນ້ອຍນາມສົມມຸດ ແມ່ຍິງລາວອາຍຸບໍ່ເກິນ 20 ປີ ທີ່ຍັງບໍ່ລະບຸວ່າ ເປັນຜູ້ທີ່ມາຈາກແຂວງໃດ ຂອງລາວເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ຫ້ອງການຕຳຣວດເມືອງບາງບົວທອງ ແຂວງນົນທະບູຣີ ປະເທດໄທຍ ພາຍຫຼັງເມື່ອວັນທີ 26 ກັນຍາ ທີ່ຜ່ນມາ ຍານາງໄດ້ຖືກນາຍຈ້າງ ຊາວໄທຍຕົວະໄປເຮັດວຽກ ຢູ່ຮ້ານອາຫານແຫ່ງນຶ່ງ ໃນພື້ນທີ່ບາງບົວທອງ ແຕ່ຖືກນາຍຈ້າງຄົນດັ່ງກ່າວຍຶດໜັງສືເດີນທາງ ໄວ້ແລ້ວໃຊ້ມີດຂົ່ມຂູ່ເພື່ອຂົ່ມຂືນ ພ້ອມທັງທຳຮ້າຍຮ່າງກາຍ ກັກຂັງ ແລະ ຂົ່ມຂູ່ບໍ່ໃຫ້ແຈ້ງຄວາມຕໍ່ເຈົ້າໜ້າທີ່ ຕຳຣວດ. ຈາກນັ້ນນາງໄດ້ໜີອອກມາ, ມີພົລເມືອງດີໄດ້ຕິດຕໍ່ ຮ້ອງຮຽນໄປຍັງທີມງານ ເຟສບຸກຄ໌ເພຈ Survie ສາຍໄໝຕ້ອງລອດ ເພື່ອຮ້ອງຂໍໃຫ້ມີການຊ່ອຍເຫຼືອ ແລະກໍໄດ້ຮັບການຊ່ອຍເຫຼືອແລ້ວ.