ບົດຮຽນການຄ້າມະນຸດ ບັນຈຸໃນຫຼັກສູດຊັ້ນປະຖົມ
2021.10.27

ສົກຮຽນປີ 2020-2021 ນີ້ ເປັນສົກຮຽນທໍາອິດ ທີ່ກະຊວງສຶກສາທິການແລະກິລາ ໄດ້ຈັດພິມປຶ້ມຕໍາລາຮຽນເຫຼັ້ມໃໝ່ ໃຫ້ນັກຮຽນຊັ້ນປະຖົມປີທີ່ 3 ທົ່ວປະເທດ ປຶ້ມດັ່ງກ່າວນີ້ ໄດ້ມີການປ່ຽນແປງຫຼັກສູດ ໂດຍເອົາບົດຮຽນການຕ້ານ ການຄ້າມະນຸດໃສ່ເຂົ້າໄປໃນວິຊາຄຸນສົມບັດ.
ພາຍຫຼັງທີ່ກະຊວງສຶກສາທິການແລະກິລາ ໄດ້ຝຶກອົບຮົມນາຍຄຣູ ທີ່ກ່ຽວຂ້ອງກັບບົດຮຽນນັ້ນແລ້ວ ເຊິ່ງບົດຮຽນການຕ້ານການຄ້າມະນຸດນີ້ ຖືວ່າເປັນຫຼັກສູດໃໝ່ໃນປີນີ້ ພາຍຫຼັງອົງການສາກົລ ໄດ້ເຮັດການວິຈັຍແລ້ວພົບວ່າ ປະເທດລາວມີແມ່ຍິງ ທັງເດັກນ້ອຍແລະຜູ້ໃຫຍ່ ຕົກເປັນເຫຍື່ອ ການຄ້າມະນຸດຈໍານວນຫຼາຍ ແລະຫວັງວ່າຫຼັກສູດນີ້ ຈະຊ່ອຍຫຼຸດຜ່ອນບັນຫາດັ່ງກ່າວໄດ້, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ ກະຊວງສຶກສາທິການແລະກິລາ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ຕຸລາ ນີ້:
“ເຂົ້າມາໃນປື້ມຫຼັກສູດແຫ່ງຊາດເລີຍເນາະ ສໍາລັບ ປ.3 ວິຊາຄຸນສົມບັດຫັ້ນ ເຂົາຝຶກອົບຮົມນາຍຄຣູແລ້ວ ເຂົາຝຶກແລ້ວ ເຂົາກໍາລັງນໍາໃຊ້ ໃນສົກຮຽນປັດຈຸບັນນີ້ນ່າ ເຂົາກໍອີງໃສ່ສະພາບຂອງບ້ານເມືອງເດ້ ອັນປະເທດເຮົາມັນກໍມີ ຜູ້ຖືກຄ້າມະນຸດ ຈໍານວນຫຼາຍເນາະ ບໍ່ວ່າຈະເດັກນ້ອຍ ບໍ່ວ່າຈະຜູ້ໃຫຍ່ ເຮັດແນວໃດຢູ່ໃນກົດໝາຍມັນກໍເວົ້າວ່າ ແຊກຊ້ອນວຽກງານການຄ້າມະນຸດ ເຂົ້າໃນຫຼັກສູດການຮຽນ ການສອນທຸກຊັ້ນທຸກສາຍ ກະຊວງສຶກສາ ກໍມີການເອົາເນື້ອໃນດັ່ງກ່າວນັ້ນ ໄປເຮັດສຶກສາອົບຮົມ.”
ທ່ານກ່າວຕື່ມວ່າ ທາງກະຊວງສຶກສາທິການແລະກິລາ ຍັງມີແຜນທີ່ຈະຈັດພິມປຶ້ມຕໍາລາຮຽນເຫຼັ້ມໃໝ່ ເປັນຫຼັກສູດວ່າດ້ວຍບົດຮຽນ ການຕ້ານການຄ້າມະນຸດ ໃຫ້ນັກຮຽນຊັ້ນປະຖົມ ປີທີ່ 4 ແລະປີທີ່ 5 ອີກນໍາດ້ວຍ, ແຕ່ຍັງຢູ່ໃນຂັ້ນສຶກສາຄົ້ນຄວ້າ ແລະທ່ານເຊື່ອວ່າ ການຮຽນການສອນ ກ່ຽວກັບການຕ້ານການຄ້າມະນຸດ ໃຫ້ນັກຮຽນຊັ້ນປະຖົມສຶກສາ ບໍ່ໄດ້ລະອຽດອ່ອນຈົນເກີນໄປ ແລະນັກຮຽນລາວຈະສາມາດຮຽນໄດ້ ຍ້ອນວ່າເປັນການຄິດ ວິເຄາະຈາກສະຖາບັນຄົ້ນຄວ້າ ວິທຍາສາດການສຶກສາ ຂອງກະຊວງສຶກສາທິການແລະກິລາ ຢ່າງດີແລ້ວ.
ນາຍຄຣູ ຢູ່ໂຮງຮຽນບ້ານນາແຊງໃຫຍ່ ເມືອງພິນ ແຂວງສວັນນະເຂດ ກ່າວວ່າ ນາຍຄຣູຊັ້ນ ປ.3 ໄດ້ຝຶກອົບຮົມກ່ຽວກັບການສອນ ໃນວິຊາຄຸນສົມບັດແລ້ວ ແລະໃນສົກຮຽນນີ້ ຫາກໍໄດ້ເປີດຮຽນໃໝ່ ຈຶ່ງຍັງບໍ່ທັນຮອດບົດຮຽນກ່ຽວກັບການຕ້ານ ການຄ້າມະນຸດເທື່ອ ແລະປີນີ້ ນັກຮຽນຊັ້ນ ປ.3 ກໍໄດ້ປຶ້ມຮຽນ ວິຊາຄຸນສົມບັດເຫຼັ້ມໃໝ່ແທ້ ແລະ ທ່ານເອງກໍເຫັນວ່າ ບົດຮຽນການຕ້ານການຄ້າມະນຸດ ໃນຣະດັບຊັ້ນປະຖົມສຶກສາປີທີ່ 3 ເປັນບົດຮຽນ ທີ່ໜ້າຈະເກີດຜົນດີຕໍ່ນັກຮຽນ ເນື່ອງຈາກເດັກນ້ອຍນັກຮຽນໃນວັຍນີ້ ເປັນພື້ນຖານຂອງການປູກຈິດສໍານຶກ ໃຫ້ເຂົາເຈົ້າຈື່ຈໍາ ແລະ ຊຶມຊັບແຕ່ຍັງນ້ອຍ ເພື່ອປ້ອງກັນການເກີດຂໍ້ພິດພາດ ທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດໄດ້, ດັ່ງນາຍຄຣູຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:
“ເຂົາຮູ້ແຕ່ນ້ອຍໆ ວ່າຊັ້ນສາ ກ່ຽວກັບການຄ້າມະນຸດນີ້ ມັນກໍຊິເຮັດໃຫ້ເຂົາມີສະຕິ ແລະເຂົາຮູ້ຜົນຮ້າຍຂອງການຄ້າມະນຸດ ມັນມີແນວໃດໆ ຫັ້ນນ່າ ເດັກນ້ອຍມັນກໍຊິຊຶມເຂົ້າ ໃນສມອງຂອງເຂົານີ້ ກໍຖືວ່າມັນເປັນຜົລດີຫັ້ນແຫຼະ.”
ສໍາລັບລາຍຣະອຽດ ການຮຽນການສອນ ນັກຮຽນຊັ້ນ ປ.3 ເບື້ອງຕົ້ນໃນບົດ ວ່າດ້ວຍການຕ້ານການຄ້າມະນຸດ ສະນັ້ນ ນາຍຄຣູ ຈະບໍ່ມີການໃຊ້ຄໍາສັບທີ່ຮຸນແຮງ ຕໍ່ເດັກນ້ອຍ ເປັນຕົ້ນຄໍາວ່າ ຕົກເປັນເຫຍື່ອຄ້າມະນຸດ ແຕ່ຈະໃຊ້ຄໍາວ່າ ກຸ່ມສ່ຽງ ຜູ້ໃຊ້ແຮງງານແທນ ຜົລກະທົບ ຈາກການຕົວະຍົວະ ໄປໃຊ້ແຮງງານແລະອື່ນໆ ແຕ່ຈະບໍ່ໃຊ້ຄໍາວ່າ ຄ້າມະນຸດໂດຍຕົງ ເນື່ອງຈາກວ່ານັກຮຽນຍັງອາຍຸນ້ອຍ ຈຶ່ງຕ້ອງຫຼີກລ່ຽງການໃຊ້ຄໍາສັບ ທີ່ອາຈກະທົບຈິດໃຈຂອງພວກເຂົາເຈົ້າໄດ້ ແລະເຊື່ອວ່ານັກຮຽນຈະເຂົ້າໃຈ.
ບົດຮຽນຕ້ານການຄ້າມະນຸດນີ້ ບໍ່ໄດ້ພຽງແຕ່ກ່າວເຖິງສາເຫດ ແລະຜົລກະທົບຈາກການ ຕົກເປັນເຫຍື່ອຂອງຄ້າມະນຸດເທົ່ານັ້ນ ແຕ່ຍັງໄດ້ໃຫ້ນັກຮຽນສາມາດວິເຄາະ ພາບໃຫຍ່ຂອງປະເທດໄດ້ອີກ ວ່າປະຊາກອນລາວ ມີການໂຍກຍ້າຍຈາກບ່ອນນຶ່ງໄປອີກບ່ອນນຶ່ງ ເພື່ອຕັ້ງຖິ່ນຖານ ກໍເປັນສ່ວນສໍາຄັນ ທີ່ເຮັດໃຫ້ມີການຄ້າມະນຸດເກີດຂຶ້ນໄດ້, ດັ່ງເຈົ້າໜ້າທີ່ ກະຊວງແຜນການແລະການລົງທຶນ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ເນື້ອໃນບົດຮຽນ ມັນຈະເວົ້າວ່າ ການຕັ້ງຖິ່ນຖານ ການໂຍກຍ້າຍ ການເຄື່ອນເໜັງຂອງປະຊາກອນຫັ້ນ ແລ້ວມັນຈະມີການຄ້າມະນຸດນີ້ ເຂົາຈະເອົາເນື້ອໃນໂຕນີ້ເສີມເຂົ້າໄປ.”
ທ່ານກ່າວຕື່ມວ່າ ບົດຮຽນກ່ຽວກັບການຕ້ານການຄ້າມະນຸດ ຖືເປັນບົດຮຽນທີ່ທາງການລາວ ໃຫ້ຄວາມສໍາຄັນຢ່າງຍິ່ງ ເນື່ອງຈາກບໍ່ມີແຕ່ອົງການສາກົລ ທີ່ເຂົ້າມາວາງແຜນ ແຕ່ກວມເຖິງ 10 ກະຊວງທີ່ກ່ຽວຂ້ອງ ກໍໄດ້ວາງແຜນນໍາກັນອີກດ້ວຍ.
ນອກຈາກນີ້ ກໍບໍ່ແມ່ນແຕ່ນັກນັກຮຽນຊັ້ນປ.3 ທີ່ໄດ້ຮຽນກ່ຽວກັບບົດຮຽນ ການຕ້ານການຄ້າມະນຸດ ແຕ່ກະຊວງສຶກສາທິການ ກໍໄດ້ຈັດພິມເອກສານປະກອບການຮຽນ ກ່ຽວກັບການຕ້ານການຄ້າມະນຸດ ເພື່ອສອດແຊກເຂົ້າໃນວິຊາພົລເມືອງ ໃຫ້ກັບນັກຮຽນຊັ້ນມັທຍົມຕົ້ນຕອນ ແລະຕອນປາຍນໍາອີກ, ໂດຍເອກສານດັ່ງກ່າວນັ້ນ ແມ່ນຈັດພິມສໍາເຣັດ ໃຫ້ 6 ແຂວງ ພາກເໜືອແລ້ວ ແລະກໍາລັງລໍຖ້າງົບປະມານ ເພື່ອຈັດພິມໃຫ້ຄົບທຸກແຂວງທົ່ວປະເທດ ຫຼັງຈາກນັ້ນ ຈະໄດ້ຈັດກິຈກັມຝຶກອົບຮົມນາຍຄຣູທີ່ກ່ຽວຂ້ອງ ເພື່ອຕຽມສອນນັກຮຽນເປັນລໍາດັບຖັດໄປ ເຊິ່ງບົດຮຽນຕ້ານການຄ້າມະນຸດ ຂອງນັກຮຽນຣະດັບຊັ້ນມັທຍົມຕົ້ນ ແລະມັທຍົມປາຍນີ້ ຈະບໍ່ໄດ້ເປັນປຶ້ມ ຫຼືຫຼັກສູດຄືກັນກັບວິຊາຄຸນສົມບັດ ຄືກັບຂອງນັກຮຽນຊັ້ນປ.3 ເຫຼັ້ມໃໝ່ ແຕ່ຈະເປັນເອກສານປະກອບການຮຽນ ເພື່ອສອດແຊກເຂົ້າໃນວິຊາພົລເມືອງໃນແຕ່ຊັ້ນມັທຍົມ ຕອນຕົ້ນແລະຕອນປາຍເທົ່ານັ້ນ.
ສໍາລັບສາເຫດ ທີ່ຕ້ອງພັທນາເອກສານປະກອບການຮຽນການສອນ ວ່າດ້ວຍເຣື່ອງ ການຕ້ານການຄ້າມະນຸດ ຂອງນັກຮຽນຊັ້ນມັທຍົມຕອນຕົ້ນແລະຕອນປາຍ ແລະຫຼັກສູດ ວ່າດ້ວຍເຣື່ອງການຕ້ານການຄ້າມະນຸດ ຂອງນັກຮຽນຊັ້ນປະຖົມປີທີ່ 3, ປີທີ່ 4 ແລະ ປີທີ່ 5 ນັ້ນ ເພື່ອໃຫ້ເຍົາວະຊົນລາວ ໄດ້ມີສະຕິຣະວັງໂຕ ຕໍ່ເຫດການດັ່ງກ່າວ ແລະຮັບຮູ້ເຖິງຜົນຮ້າຍທີ່ຈະເກີດຂຶ້ນກັບໂຕເອງແລະຄອບຄົວ ແລະສັງຄົມ, ດັ່ງເຈົ້າໜ້າທີ່ ກະຊວງແຮງງານແລະສວັດດີການສັງຄົມ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ກໍເພື່ອວ່າ ສຶກສາອົບຮົມແນວຄິດ ແຕ່ຜູ້ໜຸ່ມນ້ອຍ ຜູ້ຈະເກີດໃໝ່ໃຫຍ່ລຸນນີ້ນະ ມີສະຕິຣະວັງໂຕແນວໃດ ຕໍ່ກັບເຫດການດັ່ງກ່າວ ໃຫ້ຮູ້ຜົນຮ້າຍຂອງມັນແຫຼະ ເພິ່ນຈະໃຫ້ທຶນເພື່ອແຊກເຂົ້າໄປ ຄວາມອັນຕລາຍ ຄືເຮົາຢູ່ພາຍນອກ ເຮົາຈະບໍ່ເຫັນແມ່ນບໍ່ ແຕ່ວ່າອັນນ່າ ເຂົາເຈົ້າໄປສໍາຣວດເນາະ ຈະມີຕ່າງປະເທດດອກ ເພິ່ນຈະເຂົ້າຮ່ວມທຶນ ແລ້ວໄປສໍາຣວດເບິ່ງວ່າ ຈະມີການຄ້າມະນຸດເກີດຂຶ້ນຫຼາຍ ດ້ວຍຄວາມສມັກໃຈ ຫຼືບໍ່ສມັກໃຈ.”
ຂະນະທີ່ນັກຮຽນຊັ້ນມ.7 ຈາກແຂວງວຽງຈັນ ນາງນຶ່ງກ່າວວ່າ ຫາກມີບົດຮຽນ ທີ່ກ່ຽວກັບການຕ້ານການຄ້າມະນຸດ ໃຫ້ກັບນັກຮຽນຊັ້ນມັທຍົມ ຕອນຕົ້ນແລະຕອນປາຍ ຈະເປັນການດີ ເພື່ອຢໍ້າສອນໃຫ້ນັກຮຽນ ໂດຍສະເພາະຜູ້ຍິງ ບໍ່ຫຼົງເຊື່ອຄໍາຕົວະຍົວະຈາກຄົນແປກໜ້າໄດ້ງ່າຍ, ດັ່ງນາງກ່າວວ່າ:
“ມັທຍົມຕົ້ນ ກັບມັທຍົມປາຍ ນັກຮຽນທີ່ວ່າມີອາຍຸຫຼາຍແລ້ວ ໜ້າຈະຮູ້ແລ້ວ ຮູ້ທັນໂລກຫຼາຍແລ້ວ ແຕ່ຖ້າເອົາເຂົ້າໄດ້ກໍເປັນການດີ ເພາະວ່າຈະມີການຢໍ້າສອນ ຈາກຄຣູ-ອາຈາກແດ່ ເພາະວ່າສ່ວນຫຼາຍ ກໍຈະມີແຕ່ພໍ່ແມ່ ທີ່ຢໍ້າສອນເຣື່ອງນີ້ ຢ່າໄປໄວ້ໃຈທາງຢ່າວາງໃຈຄົນ ກໍມີແຕ່ພໍ່ແມ່ພີ່ນ້ອງຢໍ້າສອນ.”
ສໍາລັບງົບປະມານໃນການຈັດພິມປຶ້ມຕໍາລາຮຽນ ເຫຼັ້ມໃໝ່ໃຫ້ນັກຮຽນຊັ້ນ ປ.3 ແລະເອກສານປະກອບການຮຽນ ໃຫ້ນັກຮຽນຊັ້ນມັທຍົມຕອນຕົ້ນ ແລະຕອນປາຍນັ້ນ ເປັນງົບປະມານເບື້ອງຕົ້ນຂອງ ອົງການ ການປົກປ້ອງເດັກນ້ອຍ ຮ່ວມກັບ ຢູນິເຊບ (Save the Children & UNICEF), ອົງການສາກົລເພື່ອຕ້ານການຄ້າມະນຸດໃນອາຊ້ຽນ-ອ໊ອດສະຕາລີ ແລະອົງການສາກົລອື່ນໆ, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ ກະຊວງສຶກສາທິການແລະກິລາ ຜູ້ດຽວກັນນີ້ ທີ່ກ່າວໃນເບື້ອງຕົ້ນນັ້ນ.
ນອກຈາກນີ້ ບົດຮຽນວ່າດ້ວຍເຣື່ອງ ການຕ້ານການຄ້າມະນຸດ ຂອງນັກຮຽນໃນແຕ່ລະຣະດັບຊັ້ນນັ້ນ ເປັນແຜນທີ່ມີມາແຕ່ປີ 2006 ແລະໄດ້ສືບຕໍ່ແຜນນັ້ນມາຮອດປັດຈຸບັນ ທີ່ໄດ້ຈັດເປັນຫຼັກສູດ ວິຊາຄຸນສົມບັດ ຊັ້ນ ປ.3 ແລະເປັນເອກສານ ປະກອບການຮຽນ ສອດແຊກໄປໃນວິຊາພົລເມືອງ ໃນຊັ້ນ ມ.1 - ມ.7 ອີງຕາມຄວາມເວົ້າຂອງເຈົ້າໜ້າ ກະຊວງແຜນການ ແລະການລົງທຶນ ຜູ້ດຽວກັນທີ່ກ່າວມາໃນເບື້ອງຕົ້ນ.
ທີ່ຜ່ານມາ ຢູ່ປະເທດລາວ ມີແມ່ຍິງທັງເດັກນ້ອຍແລະຜູ້ໃຫຍ່ ອາຍຸຕໍ່າກວ່າ 18 ປີ ແລະອາຍຸສູງກວ່າ 18 ປີ ຕົກເປັນເຫຍື່ອການຄ້າມະນຸດຢູ່ຈີນ ແລະໄທຍ ຈໍານວນຫຼາຍ. ໃນໄລຍະ 1 ປີ ທີ່ຜ່ານມາ ມີແມ່ຍິງລາວຕົກເປັນເຫຍື່ອຄ້າມະນຸດຢູ່ຈີນ ແລະກາຊິໂນ ຄີງໂຣມັນ ທັງໝົດ 9 ຄົນ, ຢູ່ແຂວງ ອັດຕະປື ຖືກຄົນຈີນຕົວະໃຫ້ແຕ່ງດອງ ແລະຕົກເປັນເຫຍື່ອທັງໝົດ 2 ຄົນ ແລະ 6 ເດືອນ ຕົ້ນປີ ຂອງປີ 2021 ນີ້, ແມ່ຍິງລາວ ຊົນເຜົ່າກຶມມຸ ແລະຊົນເຜົ່າມົ້ງ ຢູ່ແຂວງຫຼວງພຣະບາງ ຕົກເປັນເຫຍື່ອຄ້າມະນຸດຢູ່ຈີນ ແລະໄທຍ ທັງໝົດ 25 ຄົນ, ຢູ່ແຂວງ ອັດຕະປື ຕົກເປັນເຫຍື່ອຄ້າມະນຸດຢູ່ຈີນ 14 ຄົນ ແລະໃນໄລຍະ 2 ປີ ທີ່ຜ່ານມາ ແມ່ຍິງລາວຢູ່ແຂວງໄຊສົມບູນ ຕົກເປັນເຫຍື່ອການຄ້າມະນຸດຢູ່ຈີນ 2 ຄົນ.