ກໍ່າປັ່ນຣົບຣັດເຊັຍ ມູ້ງສູ່ເກາະຄູຣິນ
ຣັດເຊັຽ ຈະສົ່ງ ກໍ່າປັ່ນຣົບ ໄປຍັງເກາະ ຄູຣິນ ເຂດທີ່ມີ ຂໍ້ຂັດແຍ່ງ ກັບ ຍີ່ປຸ່ນ.
-
ສົມເນ
2012-08-15 -
-
-
Your browser doesn’t support HTML5 audio
ກະຊວງ ປ້ອງກັນ ປະເທດຣັດເຊັຽ ແຈ້ງວ່າ ທາງການຣັດເຊັຽ ຈະສົ່ງ ກໍາປັ່ນຣົບ ສອງລໍາໄປຍັງ ເກາະຄູຣິນ ມະຫາສະມຸດ ປາຊີຟິກ. ການເຄື່ອນໄຫວ ດັ່ງກ່າວ ເຮັດໃຫ້ ຍີ່ປຸ່ນ ບໍ່ພໍໃຈ. ອົງການຂ່າວ ຣອຍເຕີ້ ລາຍງານວ່າ ຍີ່ປຸ່ນ ໄດ້ຜິດຖຽງ ກັບຣັດເຊັຽ ກ່ຽວກັບ ເກາະ ແຫ່ງນີ້ ນັບແຕ່ ສົງຄາມໂລກ ຄັ້ງທີ່ສອງ ໄດ້ສິ້ນສຸດລົງ. ໃນເວລານັ້ນ ຣັດເຊັຽ ໄດ້ຢືດຄອງ 4 ເກາະ ຢູ່ທາງໃຕ້ ໝູ່ເກາະ ຄູຣິນ. ຍີ່ປຸ່ນ ເວົ້າວ່າ ເກາະ ທັງໝົດນັ້ນເປັນ ສ່ວນນື່ງ ຂອງ ດິນແດນຍີ່ປຸ່ນ ແລະ ຕ້ອງການໃຫ້ ຣັດເຊັຽ ສົ່ງຄືນ.
ກະຊວງປ້ອງກັນ ປະເທດຣັດເຊັຽ ຖະແຫລງວ່າ ກໍ່າປັ່ນ ນາວິທະໂຍທິນ Nevelskoi ຂນາດໃຫ່ຍ ແລະກໍາປັ່ນ Kalar ທີ່ໃຊ້ສໍາລັບ ແກ່ກໍ່າປັ່ນໃຫຍ່ ຈະເດີນທາງ ໄປຢ້ຽມຢາມ 3 ເກາະ ໃນຈໍານວນ 4 ເກາະ ທີ່ຣັດເຊັຽ ຍຶດຄອງ ເພື່ອຮ່ວມ ພິທີຣະລືກ ແລະໃຫ້ກຽຕ ແກ່ທະຫານ ໂຊວຽດ ທີ່ເສັຽຊີວິດ ໃນເກາະແຫ່ງນັ້ນ ໃນຕອນສົງຄາມໂລກ ຄັ້ງທີ່ 2.
ກໍ່າປັ່ນສອງລໍານີ້ ມີກໍານົດ ອອກເດີນທາງໄປ ຣະຫ່ວາງວັນທີ 25 ສິງຫາ ຮອດ 17 ກັນຍາ ຝ່າຍຣັດເຊັຽ ປະຕິເສດ ຄໍາກ່າວອ້າງ ຂອງຍີ່ປຸ່ນ ແລະ ໃນສອງປີ ຜ່ານມາ ຣັດເຊັຽ ໄດ້ເຮັດໃຫ້ ຍີ່ປຸ່ນ ປະທ້ວງເລື້ອຍໆ ຍ້ອນເດີນທາງໄປ ເກາະແຫ່ງນັ້ນ. ເມື່ອປີ 2010 ປະທານາທິບໍດີ Dmitry Medvedev ໄດ້ເດີນທາງໄປ ຢາມເກາະນັ້ນ ຕໍ່ມາ ໃນວັນທີ່ 3 ກໍຣະກະດາ ໄດ້ໄປຢ້ຽມອີກ ໃນນາມ ນາຍົກຣັຖມົນຕຣີ.