ມ.ຄລິນຕັນຊ່ອຍຊີ້ທາງ ສູ່ປະຊາທິປະໄຕ

ການຢ້ຽມຢາມ ຂອງ ມາດາມ ຄຣິນຕັນ ສ້າງຄວາມຫວັງ ທາງດ້ານ ສິດທິມະນຸດ ໃນ ກັມພູຊາ.

ມາດາມ Hillary Clinton ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ໄດ້ໄປຮອດ ກຳພູຊາ ໃນມື້ວານນີ້ ຕອນແລງ ຫລັງຈາກ ຢ້ຽມຢາມລາວ ເພື່ອເຂົ້າຮ່ວມ ກອງປະຊຸມ ອາຊຽນ ແລະ ເພື່ອຫາຣືກັນດ້ານການຄ້າ ກັບ ສະມາຊິກ ອາຊຽນ ແຕ່ກຸ່ມຝ່າຍຄ້ານ ແລະ ກຸ່ມເຄື່ອນໄຫວ ດ້ານ ສິດທິມະນຸດ ໃນ ກັມພູຊາ ຍັງມີຄວາມຫວັງ ໃນການ ໂອ້ລົມກັນ ທາງດ້ານ ສິດທິມະນຸດ ໃນກຳພູຊາ ທີ່ທ່ານ ຈະໃຫ້ເປັນ ບັນຫາ ບູຣິມະສິດ. ດັ່ງທ່ານກ່າວ ໃນຕອນນື່ງ ວ່າ:

"ສະຫະຣັຖ ພ້ອມທີ່ ຈະຊ່ອຍພວກທ່ານ ຜ່ານສະຖານທູຕ ຫລືຜ່ານ ຣັຖບານກາງ ທີ່ກຸງວໍຊີງຕັນ ໃນບັນຫາ ທຸກຢ່າງ".

ມາດາມ ຄຣິນຕັນ ມີກຳນົດ ເຂົ້າຮ່ວມປະຊຸມ 3 ກອງປະຊຸມ ອາຊຽນ ທີ່ຜາສາດ ຄວາມສງົບ ທີ່ກຸງ ພະນົມເປັນ ໃນນັ້ນ ປະກອບດ້ວຍ ເວທີຂົງເຂດ ແລະ ກອງປະຊຸມ ສຸດຍອດ ຣັຖມົນຕຣີ ຕ່າງປະເທດ ເອເຊັຽ ຕາເວັນອອກ ຊື່ງເປັນພາກສ່ວນ ຂອງການເດີນທາງ ໄປຢ້ຽມຢາມ 8 ປະເທດ ຂອງທ່ານ ທີ່ຮ່ວມດ້ວຍ ວຽດນາມ ລາວ ແລະມົງໂກເລັຽ.

ໃນການມາ ຢ້ຽມຢາມ ເອເຊັຽ ຄັ້ງນີ້ ຂອງນັກການທູຕ ຣະດັບສູງ ຂອງສະຫະຣັຖ ທ່ານໄດ້ສະແດງ ອອກເຖິງ ເຈດຈຳນົງ ຂອງ ສະຫະຣັຖ ໃນການຍົກ ບັນຫາ ສິດທິມະນຸສ ມາ ເປັນປະເດັ່ນ ໃນການ ໂອ້ລົມກັນ.

ມາດາມ ຄຣິນຕັນ ກ່າວທີ່ເມືອງ ຫລວງປະເທດ ມົງໂກເລັຽ ກຸງ ອາລັນບາຕໍ ໃນມື້ວັນຈັນ ຜ່ານມາວ່າ ຫົວໃຈສຳຄັນ ຂອງ ກົລຍຸດ ຂອງສະຫະຣັຖ ແມ່ນຊິ້ນສ່ວນ ທີ່ຈະເຮັດ ທຸກສີ່ງ ທຸກຢ່າງ ສາມາດ ຢູ່ຮ່ວມກັນໄດ້ ນັ້ນກໍຄື ໃຫ້ ການສນັບສນູນ ຣະບອບ ປະຊາທິປະຕັຍ ແລະ ສິດທິມະນຸດ ຂອງ ສະຫະຣັຖ ໃນໂລກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org