ກຸ່ມຄ້າມະນຸສ ຖືກກວດລ້າງ
2012.07.31
ຕຳຣວດຕ້ານ ການຄ້າມະນຸສ ກັມພູຊາ ໄດ້ບຸກເຂົ້າ ສູນກາງ ອົງການ ປົກປ້ອງ ຄົນຕ່າງດ້າວ ຂອງ ຊາວເກົາຫລີ ທີ່ ກຸງພະນົມເປັນ ໃນມື້ວານນີ້ ແລະ ໄດ້ຈັບຄຸມໂຕ ຜູ້ຍີງ 9 ຄົນ ທີ່ສົງສັຍວ່າ ເປັນນາຍຫນ້າ ມີສ່ວນພົວພັນ ກັບຂະບວນ ຄ້າມະນຸສ.
ໃນການກວດຄົ້ນ ຍັງໄດ້ພົບເຫັນ ຜູ້ຍີງອີກ 50 ຄົນ ທີ່ເຈົ້າຫນ້າທີ່ ຕຳຣວດຄິດວ່າ ຖືກຫລອກມາຈາກ ເຂດ ຊົນນະບົດ ຈາກ ເຂດຊຸມຊົນ ທີ່ທຸກຍາກ ທີ່ບືງກາກ ແຕ່ທາງການ ຕຳຣວດ ຍັງບໍ່ໄດ້ຕັ້ງຂໍ້ຫາ ໃຫ້ແກ່ບຸກຄົນ ກຸ່ມນີ້ເທື່ອ. ເພາະຍັງຈະມີ ການສືບສວນ ອີກຕໍ່ໄປ.
ທ່ານ ແກ້ວ ເທັຽ ຫົວຫນ້າຫ້ອງການ ຕ້ານການ ຄ້າມະນຸສ ປະຈຳ ກຸງພະນົມເປັນ ກ່າວວ່າ ຜູ້ຍີງສ່ວນໃຫຍ່ ທີ່ພັກຢູ່ ໃນທີ່ນີ້ ສມັກໃຈ ທີ່ຈະໃຫ້ຜູ້ຊາຍ ຊາວເກົາຫລີ ອາຍຸ ຣະຫວ່າງ 40 ປີ ຂື້ນໄປເລືອກເອົາ ໄປເປັນເມັຽ. ທ່ານວ່າ ຜູ້ຍີງ ກັມພູຊາ ສ່ວນຫລາຍ ອາຍຸປະມານ 18 ປີ ພໍໃຈທີ່ຈະເປັນ ເມັຽຂະເຈົ້າ ແຕ່ເຖິງຢ່າງໃດ ກໍຕາມ ການສືບສວນ ຂອງຫ້ອງການ ຂອງທ່ານ ກໍຍັງບໍ່ສີ້ນສຸດລົງ ພຽງເທົ່ານີ້ ຍັງຈະສອບຖາມ ຜູ້ຍີງ ທັງຫມົດວ່າ ຂະເຈົ້າໄດ້ຖືກ ຫລອກລວງຈາກ ນາຍຫນ້າ ຄ້າມະນຸສ ຫລືບໍ່?
ທ່ານວ່າ ຜູ້ຍີງ ກັມພູຊາ ຜູ້ທີ່ຈະເປັນ ພັລຍາ ອາຍຸຣະຫວ່າງ 18 ປີ ຫາ 25 ປີ ໃນຂນະດຽວກັນ ຜູ້ຊາຍຄົນ ເກົາຫລີ ຜູ້ທີ່ຈະເປັນສາມີ ນັ້ນ ສ່ວນໃຫຍ່ ອາຍຸຣະຫວ່າງ 40 ປີ ຂຶ້ນໄປ.
ຜູ້ຍີງ 9 ຄົນ ທີ່ຖືກຈັບນັ້ນ ປັດຈຸບັນ ກຳລັງຖືກ ສອບຖາມຢູ່ ທັງຫມົດ ມີອາຍຸສູງກວ່າ ກຸ່ມຜູ້ຍີງ ພວກນີ້ ຄາດວ່າ ອາດແມ່ນພວກ ເປັນນາຍຫນ້າ.