ທ່ານ Thein Sein ຈະໄປອັງກິດ
2012.06.22
ທ່ານ Thein Sein ປະທານາທິບໍດີ ພະມ້າ ຈະເດີນທາງ ໄປຢ້ຽມຢາມ ປະເທດ ອັງກິດ ພາຍໃນໜຶ່ງ ຫລື ສອງເດືອນ ຂ້າງໜ້ານີ້ ເພື່ອສືບຕໍ່ ກາຣປຶກສາ ຫາຣືກັນ ກ່ຽວກັບແຜນ ປະຕິຮູບ ກາຣເມືອງ ໃນພະມ້າ ພາຍຫລັງທີ່ ຜູ້ນຳ ອັງກິດ ເດີນທາງ ໄປພົບກັບ ຜູ້ນຳ ພະມ້າ ໃນເດືອນ ເມສາ ທີ່ຜ່ານມາ.
ກາຣປະກາສ ຂອງກາຣ ຢ້ຽມຢາມ ປະເທສ ອັງກິດ ຂອງ ຜູ້ນໍາ ພະມ້າ ໃນຄັ້ງນີ້ ມີຂຶ້ນຫລັງ ຈາກທີ່ ທ່ານ Cameron ໄດ້ພົບກັບ Mme Aung San Suu-kyi ຜູ້ນໍາພັກ ຝ່າຍຄ້ານ ທີ່ ກໍາລັງ ຢ້ຽມຢາມ ອັງກິດ ໃນມື້ ປັຈຈຸບັນນີ້ ຊຶ່ງຍານາງ ກໍມີກໍາໜົດ ທີ່ຈະໄປກ່າວ ປາຖະກະຖາ ຢູ່ ສະພາ ຂອງອັງກິດ ໃນມື້ວັນ ພຣະຫັດ ນີ້ເຊັ່ນກັນ.
Mme Aung San Suu-kyi ເຄີຽອາສັຍ ຢູ່ປະເທສ ອັງກິດ ໃນເມື່ອກ່ອນ ແລະ ເຂົ້າສຶກສາຢູ່ ມະຫາວິທຍາລັຍ Oxford ໃນປີ 1964 ຫາ 1967 ແຕ່ໄດ້ກັບຄືນ ໄປປະເທສ ພະມ້າ ໃນປີ 1988 ເພື່ອຢ້ຽມຢາມ ມາຣດາ ທີ່ເຈັບປ່ວຍ ໃນຄາວນັ້ນ ແລະ ໄດ້ເຣີ່ມ ຊີວີຕ ກາຣຕໍ່ສູ້ ເພື່ອໃຫ້ມີ ກາຣປ່ຽນແປງ ຣະບົບ ກາຣປົກຄອງ ໃນພະມ້າ ແຕ່ນັ້ນມາ ຈົນເທົ່າເຖີງ ປັຈຈຸບັນ ນີ້.
ເຖີງຢ່າງໃດ ກໍຕາມ ກາຣທີ່ Mme Aung San Suu-kyi ສາມາຕ ເດີນທາງອອກ ນອກປະເທສ ໃນຄາວນີ້ ໂດຽທີ່ບໍ່ມີ ຄວາມກັງວົນ ວ່າຈະບໍ່ ສາມາຕກັບຄືນ ປະເທສ ໄດ້ນັ້ນ ເປັນກາຣແສດງ ໃຫ້ເຫັນວ່າ ມີກາຣປ່ຽນແປງ ທາງກາຣເມືອງ ໃນພະມ້າ ຫລາຍໆຢ່າງ ໃນຣະຍະ ທີ່ຜ່ານມານີ້.