ທາງຣົດໄຟບໍ່ຄຸ້ມຄ່າ ສໍາລັບສປປ ລາວ
ນັກວິຊາການ ຕ່າງຊາດ ເວົ້າວ່າ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ບໍ່ກຸ່ມຄ່າ ໃນການ ລົງທຶນ ສໍາລັບ ສປປ ລາວ.
-
ສິດນີ
2012-10-22 -
-
-
Your browser doesn’t support HTML5 audio
ໃນວັນພຣະຫັດ ຜ່ານມາ ສະພາ ແຫ່ງຊາດລາວ ສມັຍວິສາມັນ ໄດ້ຕົກລົງ ເຫັນພ້ອມ ຜ່ານການອະນຸມັດ ໃຫ້ ຣັຖບານລາວ ເດີນຫນ້າ ໃນການສ້າງ ທາງຣົຖໄຟ ຄວາມໄວສູງ ທີ່ມີມູນຄ່າ ປະມານ 7 ຕື້ ໂດລາ ສະຫະຣັຖ ເຖີງແມ່ນວ່າ ຣັຖບານຈີນ ຈະຖອນການ ລົງທຶນ ທີ່ໄດ້ສັນຍາ ວ່າຈະຮ່ວມ ໃນຣະຍະທີ່ຜ່ານມາ ກໍຕາມ ແຕ່ທະນາຄານຈີນ ຈະໃຫ້ເງິນກູ້ ແກ່ໂຄງການ ດັ່ງກ່າວ. ຊາວລາວບາງຄົນ ກໍດີໃຈ ໃນໂຄງການນີ້. ດ່ັງຄົນລາວ ນາງນື່ງ ຢູ່ ແຂວງຫລວງນ້ຳທາ ບ່ອນເສັ້ນທາງ ຣົຖໄຟຈະຜ່ານ ເວົ້າວ່າ:
"ເຣື້ອງຣົຖໄຟ ຄວາມໄວສູງ ເຂົາກຳລັງ ສຳຣວດຢູ່ ກໍມີດີໃຈ ທີ່ຈະມີການ ພັທນາ ສ້າງສາ ປະເທດຊາດ".
ແຕ່ນັກຊ່ຽວຊານ ຕ່າງປະເທດ ຫລາຍຄົນເວົ້າວ່າ ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ເປັນການລົງທຶນ ທີ່ບໍ່ກຸ້ມຄ່າ ຂອງ ຣັຖບານລາວ ເພາະວ່າ ສປປລາວ ບໍ່ເປັນປະເທດ ທີ່ຜລິດ ສິນຄ້າ ສົ່ງອອກລາຍໃຫຍ່ ພໍທີ່ຈະໃຊ້ ເສັ້ນທາງຣົຖໄຟ ດັ່ງ ຈີນແລະໄທ ແລະ ຈະເປັນຜູ້ ໄດ້ຮັບຜົລປະໂຫຍດ ຫລາຍກວ່າ. ສິນຄ້າທີ່ຈະ ເຂົ້າ-ອອກ ຜ່ານເສັ້ນທາງ ຣົຖໄຟ ສາຍນີ້ ກໍຈະມາ ຈາກປະເທດອາຊຽນ ແລະ ຈີນ ເປັນສ່ວນໃຫຍ່ ສປປລາວ ກໍຈະກາຍເປັນ ທາງຜ່ານຊື່ໆ ຄືດັ່ງເສັ້ນທາງ ເລກ 9 ທີ່ແຂວງ ສວັນນະເຂດ. ປັດຈຸບັນ ການຂົນສົ່ງ ທາງບົກ ທາງນ້ຳ ແລະ ທາງອາກາດ ໃນຂົງເຂດກໍຖືກ ແລະ ສະດວກສະບາຍ ເພາະມີການ ແຂ່ງຂັນກັນສູງ ບໍ່ຈຳເປັນ ຈະເດີນທາງ ຫລືສົ່ງສິນຄ້າ ຜ່ານທາງຣົຖໄຟ ຄວາມໄວສູງ ເພາະຣາຄາແພງ.
ສຳລັບນັກທ່ອງທ່ຽວ ສ່ວນໃຫຍ່ ຈະໃຊ້ສປປ ລາວ ເປັນທາງຜ່ານ ເພາະໃນລາວ ບໍ່ມີແຫລ່ງ ທ່ອງທ່ຽວ ທີ່ຫນ້າຈັບໃຈ ຄື ໄທ ຈີນ ແລະ ສິງກະໂປ ໃນບັນຫາອື່ນໆ ກໍແມ່ນວ່າ ສປປ ລາວ ຍັງບໍ່ພ້ອມ ທີ່ຈະມີຣົຖໄຟ ຄວາມໄວສູງ ໃນເວລານີ້ ເພາະຈະເຮັດໃຫ້ ສປປລາວ ຕິດຫນີ້ ຫລາຍຂື້ນ.
ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະມີການ ໂຍກຍ້າຍ ປະຊາຊົນ ເກືອບຮອດ 1000 ຄອບຄົວ ແລະ ປະຊາຊົນ ຫລາຍຄົນ ຜູ້ທີ່ຈະຖືກ ໂຍກຍ້າຍນັ້ນ ກໍຍັງກັງວົນວ່າ ຕົນຈະໄດ້ຄ່າ ຊົດເຊີຍ ສົມເຫດສົມຜົລ ຫລືບໍ່ ແລະ ຈະຖືກຍ້າຍ ໄປຢູ່ໃສ ຊື່ງໂຄງການນີ້ ຈະຖືກວາງ ຫີນ ສີລາລຶກ ໃນຊ່ວງກອງປະຊຸມ ອາເຊັມ ໃນວັນທີ 5-6 ພຶສຈິກາ ທີ່ ນະຄອນຫລວງ ວຽງຈັນ.