ມາລາເຣັຽທີ່ດື້ຢາ ຂ້າບໍ່ຕາຍ
2012.09.28
ໃນວັນພຣະຫັດ ອົງການ ອະນາມັຍໂລກ ໄດ້ຮຽກຮ້ອງໃຫ້ ປະເທດ ຂົງເຂດ ແມ່ນ້ຳຂອງ ໃຫ້ລົງມື ຢ່າງຮີບດ່ວນ ໃນການຕ້ານ ໂຣຄ ມາລາເຣັຽ ທີ່ດື້ຢາ ທີ່ກຳລັງຣະບາດ ໃນ ຫລາຍພາກ ສ່ວນຂອງພະມ້າ ແລະ ວຽດນາມ.
ອົງການ ອະນາມັຍ ໂລກ ບອກວ່າ ມີຫລັກຖານ ທີ່ອ້່າງອີງໄດ້ວ່າ ເຊື້ອປາຣາໄຊຕ໌ ທີ່ເຮັດໃຫ້ເກີດ ໂຣຄ ມາລາເຣັຽ ສາມາດຕ້ານຢາ ອາເຕີມີຊີລີນ ຊື່ງ ເປັນຢາແນວຫນ້າ ໃນການຕ້ານ ໂຣຄໄຂ້ປ່າ ມາເລເຣັຽ ໃນປັດຈຸບັນ ໂດຍສເພາະ ກັບຄົນໄຂ້ ຍ້ອນໂຣຄ ດັ່ງກ່າວ ໃນເຂດພາກໃຕ້ ແລະ ພາກກາງ ຂອງວຽດນາມ ແລະ ໃນເຂດພາກໃຕ້ ຂອງ ພະມ້າ.
ນັກວິທຍາສາຕ ຖແລງວ່າ ໂຣຄໄຂ້ປ່າ ມາເລເຣັຽ ທີ່ດື້ຢາ ໄດ້ພົບເຫັນ ຄັ້ງທຳອິດເມື່ອ 8 ປີຜ່ານມາ ຕາມເຂດຊາຍແດນ ໄທ ພະມ້າ ແລະ ເລີ້ມແຕ່ນັ້ນມາ ກໍຣະບາດ ຫລາຍຂື້ນ ໃນເຂດຊາຍແດນ ດັ່ງກ່າວ.
ນາງ ຊີນເຢັງຊູ ຫົວຫນ້າ ອົງການ ອະນາມັຍໂລກ ປະຈຳທ້ອງຖີ່ນ ກ່າວວ່າ ບັນດາ ປະເທດເຫລົ່ານັ້ນ ຕ້ອງໄດ້ ແກ້ໄຂບັນຫາ ດັ່ງກ່າວ ຢ່່າງຮີບດວ່ນ ກ່ອນທີ່ຄວາມສ່ຽງ ຈະເກີດຂື້ນ ຫລາຍກວ່ານີ້ ບໍ່ວ່າຈະເປັນ ຄວາມສ່ຽງຕໍ່ແຜນ ການຄວບຄຸມ ໂຣຄໄຂ້ປ່າ ມາເລເຣັຽ ທີ່ພວກເຮົາມີຢູ່ ໃນປັດຈຸບັນ ຫລືຄວາມສ່ຽງ ຕໍ່ຈຸດປະສົງ ພາບສ່ວນຮວມ ໃນການລົບລ້າງ ບັນຫາ ໄຂ້ປ່າ ມາລາເຣັຽ ໃຫ້ຫມົດໄປ ໃນເຂດເອເຊັຽ ປາຊີຟີກ ທີ່ອົງການ ອະນາມັຍໂລກ ຕັ້ງໃວ້.
ນາງໄດ້ກ່າວຕໍ່ ກອງປະຊຸມ ອົງການ ອະນາມັຍໂລກ ປະຈຳຂົງເຂດ ທີ່ກຸງຮ່າໂນຍ ໃນອາທິດນີ້ວ່າ ບັນດາປະເທດ ໃນຂົງເຂດ ແມ່ນ້ຳຂອງ ຕ້ອງເພີ້ມມາຕການ ແລະ ຂຍາຍ ການປາບປາມ ຢ່່າງເຂັ້ມງວດ ໃນເຂດທີ່ສ່ຽງ ເພື່ອກຳຈັດ ແລະ ລົບລ້າງໂຣຄ ມາລາເຣັຽ ທີ່ດື້ຢາ ດັ່ງກ່າວໃຫ້ຫມົດໄປ.