ໄຂ້ມະເລເຣັຍແພ່ຜາຍ ຢູ່ຫຼວງພຣະບາງ
2012.10.31

ຕັ້ງແຕ່ ຕົ້ນປີ 2012 ມາຮອດ ປັຈຈຸບັນນີ້, ມີຜູ້ຕິດເຊື້ອ ໄຂ້ຍຸງ ຮວມທັງໄຂ້ເລືອດອອກ ແລະ ມະເລເຣັຍ ແລ້ວ 1366 ຄົນ, ຊຶ່ງຖືວ່າ ເປັນຕົວເລກ ຫລາຍພໍສົມຄວນ ເນື່ອງຈາກວ່າ ພາກສ່ວນກ່ຽວຂ້ອງ ບໍ່ສາມາດ ສົ່ງເຈົ້າໜ້າທີ່ ສາທາຣະນະສຸກ ໄປກວດກາໄດ້ ຢ່າງທົ່ວເຖິງ ໃນເຂດຫ່າງໄກສອກຫລີກໄດ້. ເຈົ້າໜ້າທີ່ ກະຊວງສາທາຣະນະສຸກ ກ່າວກ່ຽວກັບ ເຣື້ອງນີ້ ວ່າ:
”ໃນປັຈຈຸບັນນີ້ ໄດ້ອອກໃນໜັງສືພິມ ສ່ວນຫລາຍ ແມ່ນເຣື້ອງ ຄວບຄຸມ ພາຫະນໍານໍ້າເຊື້ອເນາະ ຕົວຢ່າງ ຊົນເຜົ່າເຮົາ ກໍຕ້ອງເຂົ້າໄປ ຫລື ບ່ອນຫ່າງໄກສອກຫລີກ ຮັ໋ນນະ ມັນເປັນສາເຫດ ຕົ້ນຕໍ.”
ໃນປີນີ້ ມີຜູ້ເສັຍຊີວິດ ຈາກໄຂ້ຍຸງແລ້ວ 7 ຄົນ, ເຖິງແມ່ນວ່າ ຕັ້ງແຕ່ເດືອນສິງຫາ ເປັນຕົ້ນມາ ຈະມີຜູ້ຕິດເຊື້ອຫລຸດລົງ, ແຕ່ກໍຖືວ່າ ສະເພາະ 2 ເດືອນ ຄື ເດືອນກັນຍາ ແລະ ເດືອນຕຸລານີ້ ມີຜູ້ເສັຍຊີວິດ ເຖິງ 3 ຄົນ, ຊຶ່ງຖືວ່າ ສະຖານະການ ພາຍໃນແຂວງ ຍັງໜ້າເປັນຫ່ວງຢູ່.
ແຂວງຫລວງພຣະບາງ ມີເມືອງ ທີ່ໄຂ້ຍຸງຣະບາດ ຫລາຍເມືອງ, ນັບຕັ້ງແຕ່ ເມືອງໂພນໂຮງ, ປາກແຊງ, ວຽງຄໍາ, ໂພນທອງ, ປາກອູ, ນໍ້າບາກ, ຊຽງເງິນ ແລະ ເມືອງ ນານ. ສ່ວນເມືອງທີ່ມີ ການຣະບາດ ຫລາຍທີ່ສຸດ ແມ່ນເມືອງ ຫລວງພຣະບາງ, ຊຶ່ງມີບ້ານ ທີ່ກວດພົບ ການຕິດເຊື້ອ ເຖິງ 115 ບ້ານ.
ເຈົ້າໜ້າທີ່ ກ່າວຕື່ມວ່າ ປັຈຈຸບັນ ກະຊວງສາທາຣະນະສຸກ ໄດ້ຮ່ວມກັບ ແຂວງຫລວງພຣະບາງ ໃຫ້ງົປມານ ໃນການແກ້ໄຂ ເຣື້ອງນີ້ 50 ລ້ານກ່ວາກີບ ເພື່ອສີດຢາ ຂ້າຍຸງ, ທໍາລາຍແຫລ່ງນໍ້າ ທີ່ອາດ ເປັນບ່ອນເພາະພັນ ຂອງຍຸງ. ນອກຈການັ້ນ ກໍຍັງເຜີຍແຜ່ ຄວາມຮູ້ ໃຫ້ແກ່ປະຊາຊົນ ກ່ຽວກັບ ການປ້ອງກັນ, ຊຶ່ງຄາດວ່າ ສະຖານະການຣະບາດ ຈະສາມາດ ຄວບຄຸມ ໄວ້ໄດ້ ໃນໄວໆນີ້.