ເຍົາວະຊົນລາວ ແລະ ຢາເສພຕິດ

ເຈົ້າໜ້າທີ່ ລາວ ເວົ້າວ່າ ເຍົາວະຊົນ ຫຼາຽກວ່າ 1 ລ້ານ ມີຄວາມສ່ຽງສູງ ທີ່ຈະໄປ ຫຍຸ້ງກ່ຽວກັບ ຢາເສພຕິດ.
ຈໍາປາທອງ
2012.12.04
F-drug-use ຢາບ້າ ທີ່ກໍາລັງ ສ້າງບັນຫາ ໃຫ້ກັບ ເຍົາວະຊົນ ໃນສປປລາວ ແລະ ໃນປະເທດ ເພື່ອນບ້ານ
irinnews.org

ເຈົ້າໜ້າທີ່ ອົງການ ປ້ອງກັນ ແລະ ປາບປາມ ຢາເສພຕິດ ຂອງລາວ ຜູ້ບໍ່ປະສົງ ອອກຊື່ທ່ານນຶ່ງ ເປີດເຜີຍຕໍ່ ເອເຊັຍເສຣີ ໂດຍເຊື່ອວ່າ ປັດຈຸບັນ ສປປ ລາວ ຍັງມີການ ລັກປູກຝິ່ນເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເປັນທາງຜ່ານ ຂອງຂະບວນ ຂົນສົ່ງ ຢາເສພຕິດ ໄປຍັງ ຕ່າງປະເທດ ແລະ ທັງເປັນຕລາດ ຮອງຮັບຢາເສພຕິດ ນໍາອີກ.

ທ່ານວ່າ ພາຍໃຕ້ ສະພາບການ ດັ່ງກ່າວ ຈຶ່ງປະເມີນ ໄດ້ວ່າ ມີເຍົາວະຊົນ ລາວ ບໍ່ໜ້ອຍກວ່າ 1 ລ້ານ 5 ແສນຄົນ ຫລື 53% ຂອງຈໍານວນ ເຍົາວະຊົນ ທີ່ມີອາຍຸ ຕໍ່າກວ່າ 20 ປີ ກໍາລັງ ຕົກຢູ່ໃນ ຄວາມສ່ຽງສູງ ທີ່ຈະເຂົ້າໄປ ຫຍຸ້ງກ່ຽວກັບ ຢາເສພຕິດ.
ທ່ານບອກວ່າ ອາສຍາກັມ ທີ່ເກີດຈາກການ ໃຊ້ຢາເສພຕິດ ມີຫລາຍກວ່າ 80% ຂອງອາສຍາກັມ ທັງໝົດ ແລະ ຜູ້ຕ້ອງຫາ ສ່ວນໃຫຍ່ ກໍແມ່ນ ເຍົາວະຊົນ ທີ່ມີອາຍຸ ໃນຣະຫວ່າງ 14 ປີ ຫາ 20 ປີ.

ກະຊວງ ສຶກສາທິການ ແລະ ກິລາ ຂອງລາວ ກໍວ່າມີພວກ ນັກຮຽນ ນັກສຶກສາ ທີ່ເຂົ້າໄປ ຫຍຸ້ງກ່ຽວກັບ ອາສຍາກັມ ກໍເພີ່ມຫລາຍຂຶ້ນ ແລະ ສາເຫດສໍາຄັນ ກໍຄື ກ່ອນອື່ນໝົດ ກໍແມ່ນ ບັນຫາ ເສຖກິດ ທີ່ຕໍ່ເນື່ອງ ໄປເຖິງບັນຫາ ສັງຄົມ ການຢ່າຮ້າງ ທີ່ມີຜົນກະທົບ ໄປເຖິງລູກໆ ມີການຕັ້ງ ກຸ່ມແກ້ງ ຂອງເຍົາວະຊົນ ທີ່ມົ້ວສຸມ ກັບຢາເສພຕິດ ແລະ ການກໍ່ ອາສຍາກັມ
ທາງການລາວ ປະເມີນວ່າ ປັດຈຸບັນ ມີນັກຮຽນ ນັກສຶກສາ ຫລາຍກວ່າ 6 ໝື່ນຄົນ ທີ່ໃຊ້ຢາເສພຕິດ ປະເພດຢາບ້າ ສ່ວນປະຊາຊົນ ໃນເຂດພູດອຍ ຫລາຍກວ່າ 16,000 ຄົນ ກໍາລັງ ຕິດຢາຝິ່ນ ຢ່າງຮຸນແຮງ ແລະ ມີທ່າອ່ຽງ ວ່າຈະເພີ່ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.