ຄົນຕິດຝິ່ນຜົ້ງສາລີ ບໍາບັດບໍ່ໄດ້ຜົນ

ການບໍາບັດ ຜູ້ຕິດຝິ່ນ ໃນແຂວງ ຜົ້ງສາລີ ບໍ່ມີຜົນ ສໍາເຣັດ ຍ້ອນເວລາ ການປິ່ນປົວ ນັ້ນສັ້ນ ໂພດ.
ສົມເນ
2012.11.08

ຜູ້ຕິດຝິ່ນ ທີ່ຮັບການບໍາບັດ ໃນແຂວງ ຜົ້ງສາລີ ຫລາຍຮ້ອຍຄົນ ສ່ວນຫລາຍ ກັບຄືນໄປສູບຝິ່ນ ຍ້ອນວ່າການ ບໍາບັດ ປິ່ນປົວ ໃຊ້ເວລາ ໜ້ອຍໂພດ ມີແຕ່ 15 ມື້ເທົ່ານັ້ນ  
ມັນຈື່ງບໍ່ທັນດີຊໍ້າ. ເຈົ້າໜ້າທີ່ຫ້ອງການ ຢາເສພຕິດ ປະຈໍແຂວງ ໄດ້ກ່າວ:

"ຄັນເງື່ອນໄຂ ຂອງເຮົາມີ ເຮົາກ່າໄດ້ປິ່ນປົວ ຜ່ານມາເຮົາກ່າ ບໍາບັດໄປແລ້ວ ແຕ່ວ່າ ຍ້ອນທຶນເຮົາບໍ່ຫລາຍ ເຮົາບໍາບັດປິ່ນປົວ ແຕ່ 15 ມື້ ເຂົາບໍ່ທັນໝົດ ລິດຢາເທື່ອ ກັບມາ ບາງຄົນກ່າໄດ້ ບາງຄົນກ່າກິນຄືນ ແບບນັ້ນເນາະ 15 ມື້ ແມ່ນລະຍະ ເຂົາເຈັບ ລະຍະເຂົາຢາກ".

ທ່ານ ອະທິບາຍວ່າ ການບໍາບັດປິ່ນປົວ ໃຫ້ໄດ້ຜົນແທ້ໆນັ້ນ ຕ້ອງໃຊ້ເວລາ 30  ມື້ ຜູ້ຕິດຝິ່ນ ຈຶ່ງຈະຫາຍດີ ແຕ່ທາງແຂວງ ບໍ່ສາມາດເຮັດໄດ້ ຍ້ອນວ່າ ບໍ່ມີງົບປະມານ ພໍ. ທ່ານວ່າ ໄດ້ສະເໜີ ໃຫ້ເພີ້ມເວລາ ປິ່ນປົວ ໃຫ້ເປັນ 30 ວັນແລ້ວ ແຕ່ຄໍາຕອບ ກໍມີແຕ່ວ່າ ບໍ່ມີເງິນ ດຽວນີ້ກໍມີ ແຕ່ລໍຖ້າການ ຊ່ວຍເຫລືອ ຂອງອົງການສາກົນ.

ຫລາຍປີຜ່ານມາ ທາງການລາວ ໄດ້ປະກາດວ່າ ແຂວງຜົ້ງສາລີ ກໍເປັນແຂວງນື່ງ ໃນພາກເໜືອ ບໍ່ມີການປູກຝິ່ນ ແລ້ວ ແຕ່ວ່າດຽວນີ້ ພື້ນທີ່ປູກຝິ່ນ ໄດ້ເພີ້ມຂື້ນອີກຍ້ອນຫຼາຍ ຄອບຄົວ ກັບຄືນໄປ ປູກຝິ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.