ລາວຄຣິສຕຽນ ຍັງຖືກກໍ່ກວນ
2012.11.13
ຈາກເຫດການ ເມື່ອວັນທີ່ 11 ກັນຍາ 2012 ທີ່ຜ່ານມາ ທີ່ທາງການລາວ ໄດ້ຈັບ ຊາວຄຣິສຕຽນ 3 ຄົນ ທີ່ເມືອງພິນ ແຂວງ ສວັນນະເຂດ ຍ້ອນເຂົ້າມາ ເຜີຍແຜ່ສາສນາ ແລະ ຕໍ່ມາໄດ້ ປ່ອຍຕົວໄປແລ້ວ 3 ຄົນ ໃນວັນທີ່ 4 ເດືອນຕຸລາ ທີ່ຜ່ານມາ ຊື່ງຈາກເຫດ ການລ້າສຸດ ທີ່ເກີດຂື້ນນີ້ ສະທ້ອນໃຫ້ເຫັນວ່າ ການຮາວີ ຣົບກວນ ວິຖີຊີວິດ ຂອງ ຊາວຄຣິສຕຽນ ໃນບ້ານນ້ອຍໆ ຍັງບໍ່ສາມາດ ແກ້ໄຂໄດ້. ຊາວຄຣິສຕຽນ ຜູ້ນື່ງ ເວົ້າວ່າ:
“ເຂົາກໍກ່າວຫາ ຢ່າງນັ້ນແຫລະ ຢ່າງນີ້ແຫລະ ແຕ່ເຮົາເບີ່ງ ພຣະຄັມພີ ບອກວ່າ ເຂົາຈະກ່າວຫາ ທ່ານ ໂດຍທີ່ ບໍ່ມີຂໍ້ມູນ ຄວາມຈີງ ຍັງມີເຣື້ອງ ຕໍ່ໄປອີກ ບ່ອນໃດ ທີ່ມີ ຄຣິສຈັກ ໃໝ່ ມັນກໍຕ້ອງ ເກິດຂື້ນ ອົດທົນເອົາ”.
ຊາວຄຣິສຕຽນ ຜູ້ນີ້ກ່າວ ຕໍ່ໄປວ່າ ໃນຂະນະນີ້ ຊາວຄຣິສຕຽນ ໃນແຂວງ ສວັນນະເຂດ ກໍາລັງຖຶກ ຈັບຕາເບີ່ງ ເປັນພິເສດ ໂດຍສະເພາະ ໃນຕົວເມືອງນ້ອຍໆ ເນື່ອງຈາກ ທາງການ ຕ້ອງການລົບລ້າງ ສາສນາ ດັ່ງກ່າວ ໃຫ້ໝົດໄປຈາກ ສັງຄົມ.
ການຈັບກຸມ ແຕ່ລະເທື່ອ ສາເຫດ ສ່ວນຫລາຍ ແມ່ນມາຈາກ ການບໍ່ຂໍອານຸຍາດ ທາງບ້ານ ແລະວ່າເຂົ້າເຜີຍແຜ່ ແບບມີຜົນປະໂຫຍດ ທີ່ແອບແຝງ ແຕ່ກໍບໍ່ມີຜູ້ໃດ ກ້າເວົ້າ ກັບທາງການ ຂໍຄວາມເປັນທັມ ໃນສັງຄົມໄດ້ ເນື່ອງຈາກພວກເພີ່ນ ເຫັນວ່າ ການນັບຖືເຢຊູ ນັ້ນ ປຽບສະເຫມືອນ ເປັນການຜິດແປກ ໄປຈາກ ສັງຄົມນັ້ນໆ ແລະຈະເບີ່ງ ເປັນຕົວ ປຣະຫລາດ.
ຢ່າງໃດກໍຕາມ ທາງອົງການ HRWLRF ໄດ້ຣະບຸວ່າ ເບີ່ງຄືວ່າ ທາງພັກຣັຖ ກໍາລັງແຜ່ ຂຍາຍການກໍາຈັດ ສຖານທີ່ ນະມັສການ ພຣະເຈົ້າ ຂອງຊາວຄຣິສຕຽນ ໃນແຂວງ ສັວນນະເຂດ ໂດຍໃຊ໊ ຣະຽບກົດໝາຍ ເປັນຂໍ້ອ້າງ ແລະບາງເທື່ອ ອາດ ຈະບໍ່ມີການ ເຄົາຣົບ ສິດທິ ແລະເສຣີພາບ ຊອງ ຊາວຄຣິສຕຽນ ເລີຍ.