ພວກເຖື່ອນວຽດນາມ ຍັງລັກຕັດໄມ້

ກຸ່ມລັກຕັດໄມ້ ເຖື່ອນ ຄົນວຽດນາມ ເປັນບັນຫາ ໃຫຍ່ ທີ່ເກີດຂື້ນ ໃນແຂວງ ຜົ້ງສາລີ.
ສິດນີ
2012.06.25
F-illegal-log-in-Laos ໄມ້ເຖື່ອນ ທີ່ຖືກ ລັກຕັດ ໃນເຂດຊາຍແດນ ລາວ-ວຽດນາມ
habitat.advocate

ເຈົ້າຫນ້າທີ່ ທ້ອງຖີ່ນ ທີ່ເມືອງໃຫມ່ ແຂວງ ຜົ້ງສາລີ ເວົ້າວ່າ ການລັກ ຕັດໄມ້ທ່ອນ ຂອງຄົນວຽດນາມ ຮ່ວມກັບ ຄົນລາວ ທີ່ເມືອງໃຫມ່ ແຂວງ ຜົ້ງສາລີ ເປັນບັນຫາ ໃຫຍ່ ສຳລັບ ແຂວງ ໃນການ ອະນຸຮັກ ປ່າໄມ້ ແລະ ຊັພຍາກອນ ທັມມະຊາດ ເທື່ອຫລ້າສຸດ ທາງການ ເມືອງໃຫມ່ ໄດ້ຊີ້ແຈງວ່າ ບັນຫາ ທີ່ເກີດຂື້ນ ຕ້ອງໄດ້ຈັດ ກອງປະຊຸມ ໂອ້ລົມກັນກັບ ທາງການ ວຽດນາມ ເພື່ອແກ້ໄຂ ບັນຫາ. ທ່ານກ່າວວ່າ:

"ກໍໃຫຍ່ແບບ ນັ້ນນະ ຖືວ່າຂະເຈົ້າ ລັກມາ ແບບບໍ່ໄດ້ຜ່ານ ບໍ່ມີບັດ ອັນນີ້ ກໍມີ ຢູ່ບໍ່ຫລາຍ ພວກເຮົານີ້ ກໍເວົ້າກັນ ແບບວ່າ ທາງເມືອງໃຫມ່ ກັບເມືອງ ດຽນບຽນ ມີກອງປະຊຸມ ພົບປະ ກໍເວົ້າກັນ".

ທ່ານກ່າວ ຕໍ່ໄປວ່າ ທີ່ຜ່ານມາ ຫລັງຈາກ ທີ່ທາງການ ເມືອງໃຫມ່ ແລະ ເມືອງດຽນບຽນຟູ ຂອງ ວຽດນາມ ໄດ້ປະຊຸມກັນ ທາງການ ວຽດນາມ ກໍວ່າຈະ ແກ້ໄຂ ບັນຫາ ແລະ ຈະຈັບ ຊາວວຽດນາມ ຜູ້ທີ່ລັກ ເຂົ້າມາຕັດໄມ້ ໃນລາວ ແຕ່ເທົ່າເຖິງ ປັດຈຸບັນ ບັນຫາ ດັ່ງກ່າວ ກໍຍັງບໍ່ຖືກ ແກ້ໄຂ ຈື່ງຕ້ອງການ ການໂອ້ລົມ ກັນໃຫມ່ ກັບທາງການ ວຽດນາມ ເພື່ອສະສາງ ບັນຫາ ດັ່ງກ່າວ.

ທ່ານວ່າ ຊາວບ້ານ ທ້ອງຖີ່ນ ຄົນລາວ ທີ່ຮ່ວມມື ກັບຄົນວຽດນາມ ໃນການລັກ ຕັດໄມ້ ຖືວ່າມີ ຄວາມຜິດ ກຸ່ມດ່ັງກ່າວ ຈະຖືກຈັບກຸມ ປັບໄຫມ ແລະ ຖືກລົງໂທດ ຢ່າງຫນັກ ໂດຍ ບໍ່ໄວ້ຫນ້າ.

ອິງຕາມຂໍ້ມູນ ຈາກຫ້ອງການ ປ່າໄມ້ ທີ່ແຂວງ ຜົ້ງສາລີ ຈາກການສຳຣວດ ປ່າໄມ້ ຄັ້ງຫລ້າສຸດ ເມື່ອປີຜ່ານມາ ພົບວ່າ ປ່າໄມ້ ໃນເຂດເມືອງໃຫມ່ ໄດ້ຫລຸດລົງ ເຫລືອ ພຽງແຕ່ 50 ສ່ວນຮ້ອຍ ເທົ່ານັ້ນ ແລະ ເຈົ້າຫນ້າທີ່ລາວ ຍອມຮັບວ່າ ຊາວວຽດນາມ ຜູ້ທີ່ເຂົ້າ ມາລັກຕັດໄມ້ ເປັນກຸ່ມ ທີ່ເຮັດໃຫ້ ປ່າໄມ້ ໃນແຂວງ ຜົ້ງສາລີ ຫລຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.