ເຄື່ອງຈັກຕັດໄມ້ ຖືກຍຶດ
2012.12.11
ເມື່ອສັປດາ ຜ່ານມາ ເຈົ້າໜ້າທີ່ ເມືອງ ທ່າພຣະບາດ ແຂວງ ບໍຣິຄໍາໄຊ ໄດ້ຍຶດເຄື່ອງຈັກ ຕັດໄມ້ ແລະ ເຄື່ອງອະໄຫລ່ ທີ່ວາງຂາຍ ຕາມຮ້ານຄ້າ ຢ່າງເປີດແປນ ທັງໆທີ່ເປັນ ການກະທໍາ ທີ່ຜິດກົດໝາຍ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງ ບໍຣິຄໍາໄຊ:
ທ່ານເວົ້າວ່າ "ເຂົາກໍລັກຂາຍແຫລະ ແຕ່ເຈົ້າໜ້າທີ່ ເພິ່ນກໍໄປ ຍຶດຄືເກົ່າ ເປັນໜ່ວຍງານ ກວດກາ ຂະເຈົ້າຍຶດ ເປັນໜ່ວຍງານກວດກາ ຈັບຍຶດຕ່າງຫາກ ບໍ່ເຫັນແລ້ວ ດຽວນີ້ ເຂົາສະສາງ ໝົດແລ້ວ".
ທ່ານເວົ້າຕໍ່ໄປວ່າ ໄດ້ກວດຄົ້ນ ຮ້ານຂາຍເຄື່ອງຈັກ 12 ແຫ່ງ ຢູ່ເມືອງດັ່ງກ່າວ ມີ 6 ຮ້ານ ທີ່ຂາຍເຄື່ອງ ຜິດກົດໝາຍ ເຈົ້າໜ້າທີ່ ໄດ້ຍຶດຈັກຕັດໄມ້ 3 ເຄື່ອງ ແລະ ເຄື່ອງອະໄຫລ່ ອີກຈໍານວນນື່ງ. ນອກຈາກນັ້ນ ຍັງໄດ້ຍຶດ ຈັກຕັດໄມ້ ຈາກຊາວບ້ານອີກ 4 ເຄື່ອງ. ຜູ້ກະທໍາຄວາມຜິດ ທ່ານວ່າ ທາງເຈົ້າໜ້າທີ່ ກໍໄດ້ນໍາໄປ ອົບຮົມຕັກເຕືອນ ຕາມຣະບຽບ ກົດໝາຍ.
ເຄື່ອງຈັກຕັດໄມ້ ເຫລົ່ານີ້ ເປັນອຸປກອນ ສໍາຄັນ ໃນການ ລັກຕັດໄມ້ ທໍາລາຍປ່າ ຢູ່ໃນແຂວງ ບໍຣິຄໍາໄຊ ຊຶ່ງເຈົ້າໜ້າທີ່ ວ່າການຍຶດ ເຄື່ອງຈັກຄັ້ງນີ້ ຈະເຮັດໃຫ້ ຂະບວນການ ລັກຕັດໄມ້ ຫລຸດໜ້ອຍລົງ.
ທ່ານວ່າ ຜູ້ທີ່ມີເຄື່ອງຈັກ ຕັດໄມ້ ຜິດກົດໝາຍ ໄວ້ໃນຄອບຄອງ ກໍຂໍໃຫ້ນໍາມາ ຂຶ້ນທະບຽນ ຢູ່ຫ້ອງການເມືອງ ຖ້າບໍ່ ປະຕິບັດຕາມ ຫາກເຈົ້າໜ້າທີ່ ກວດພົບ ຈະຖືກດໍາເນີນ ຄະດີ ຕາມຣະບຽບ ກົດໝາຍ ຢ່າງເຂັ້ມງວດ.