ຈີນແລະວຽດນາມ ໃນນະຄອນຫຼວງ
2012.05.17

ຊາວລາວເວົ້າວ່າ ທຸກມື້ນີ້ ຄົນວຽດນາມ ແລະຄົນຈີນ ເຂົ້າມາ ອາສັຍຢູ່ ນະຄອນຫລວງ ວຽງຈັນ ຫລາຍຂື້ນນໍາ ທຸກມື້ ພວກເຂົາພາກັນ ປຸກບ້ານເຮືອນ ແລະ ບ່ອນຄ້າ ຂາຍໄປທົ່ວ ບາງລາຍ ກໍຂໍ ສຳປະທານ ທີ່ດິນ ເຮັດໃຫ້ຣາຄາດິນ ແລະ ຄ່າຄອງຊີພແພງຂຶ້ນ ທາງຣັຖບານ ກໍສົ່ງເສີມ ການລົງທືນ ຂອງຂະເຈົ້າ.
ຊາວລາວ ທັມມະດາສາມັນ ຜູ້ທີ່ທຸກຍາກ ຫາເຊົ້າກິນຄ່ຳ ກໍບໍ່ສາມາດ ສູ້ກັບຄ່າຄອງຊີພ ທີ່ແພງໄດ້ ແລະຫລາຍຄົນ ກໍຍ້າຍໄປ ຢູ່ເຂດນອກເມືອງ. ຊາວລາວຜູ້ນີ້ ເວົ້າວ່າ:
“ປະຊາຊົນລາວ ສີ່ບໍມີບ່ອນ ຢູ່ແລ້ວ ແຖວໃນເມືອງ ກໍຈີນ ພວກວຽດນາມ ກໍເຂົ້າມາຢູ່ຫລາຍ ແລະ ປະຊາຊົນ ກໍຕ້ອງອອກໄປ ຊອກບ່ອນໃຫມ່ ແຕ່ແນວທາງເພີ່ນ ຢາກໄດ້ດິນ ຜູ້ໃດ ເພີ່ນກໍໄດ້ ມັນບໍ່ແມ່ນ ດິນ ປະຊາຊົນ ໃຫ້ປະຊາຊົນ ນຳໃຊ້ຊື່ໆ ຣັຖບານ ເພີ່ນກໍບອກວ່າ ເຂົາຢາກໄດ້ເຂດນັ້ນ ເຂດນີ້ ເປັນເຂດ ສຳປະທານ ບໍຫລື ເຂດພັທນາ ແລະ ຂະເຈົ້າກໍອອກໄປ”
ຄົນລາວຜູ້ນັ້ນ ເວົ້າອີກວ່າ ບາງກໍຣະນີ ຄົນລາວ ກໍຖືກບີບບັງຄັບ ໃຫ້ອອກຈາກ ພື້ນທີ່ຂອງຕົນ ແບບທາງອອ້ມ ເພາະກຸ່ມລົງທຶນ ຈີນແລະວຽດນາມ ຂໍສຳປະທານ ທີ່ດິນຜືນນັ້ນ.
ຣັຖບານລາວ ກໍອ້າງກົດຫມາຍ ການສຳປະທານ ໃນການ ບີບປະຊາຊົນ ໃຫ້ອອກຈາກ ພື້ນທີ່ນັ້ນໄປ ດ້ວຍຄ່າຊົດເຊີຍ ບໍ່ສົມເຫດສົມຜົລ ປະຊາຊົນ ກໍປະຕິເສດ ບໍ່ໄດ້ ຈື່ງຈຳໃຈ ຍ້າຍອອກ. ເຈົ້າຫນ້າທີ່ ກົມຄູ້ມຄອງ ທີ່ດີນ ນະຄອນຫຼວງ ວຽງຈັນ ໄດ້ປະຕິເສດ ກ່ຽວກັບ ເຣື່ອງນີ້ວ່າ:
“ບໍ່ແມ່ນດອກ ມີແຕ່ຂະເຈົ້າ ຈົ່ມວ່າ ນັກລົງທຶນ ມາຫລາຍ ກ່ອນຫນ້ານີ້ ເຂົາຈະຖືກຍ້າຍ ອອກໄປຢູ່ ເຂດນອກ ຢູ່ແລ້ວ ແຕ່ວ່າຄວາມຈິງແລ້ວ ມັນກໍຂື້ນກັບ ປະຊາຊົນເອງ ສິດທິນຳ ຂະເຈົ້າ ຢູ່ເຂດ ໃນເມືອງ ບໍ່ມີສຳປະທານ ມີແຕ່ເຊົ່າ ເພາະວ່າດິນ ບໍ່ມີບໍຣິເວນ ກວ້າງໃຫ້ ສຳປະທານ ແລ້ວ ມີແຕ່ດິນ ຂອງຣັຖ ທີ່ຍັງຫລົງເຫລືອ ຢູ່ໃຫ້ ສຳປະທານ ຖ້າແມ່ນດິນ ຂອງຣັຖ ຣັຖກໍມີສິດ”.
ເນື່ອງຈາກທີ່ດິນ ໃນລາວ ມີຣາຄາແພງ ແລະ ຄວາມຕ້ອງການ ໃນຕລາດກໍສູງ ທາງຣັຖບານ ກໍຕ້ອງການ ພັທນາ ຈື່ງສົ່ງຜົລ ກະທົບຕໍ່ ປະຊາຊົນ ຜູ້ມີດິນ ໃນລາວ.