ບໍ່ມີການອຸທອນໃຫ້ ກຸ່ມຄາຕກອນ
2012.12.26

ສານປະຊາຊົນ ແຂວງ ຍຸນນ່ານ ຂອງຈີນ ປະຕິເສດ ຄໍາອຸທອນ ຂອງ ນັກໂທດ 6 ຄົນ ທີ່ສັງຫານ ລູກເຮືອຈີນ ຈໍານວນ 13 ຄົນ ຢູ່ເຂດ ແມ່ນໍ້າຂອງ ເມື່ອປີກາຍ.
ສານເຫັນພ້ອມນໍາ ຄໍາຕັດສິນ ລົງໂທດ ປະຫານຊີວິດ ເຈົ້າພໍ່ ຢາເສພຕິດ ໜໍ່ຄໍາ ແລະ ມືຂວາຂອງເຂົາ ອີກ 3 ຄົນ. ພ້ອມດຽວກັນ ທາງສານ ຍັງເຫັນພ້ອມ ນໍາການລົງໂທດ ປະຫານຊີວິດ ຊາວພະມ້າ ທີ່ກະທໍາຜິດ ໃນກໍຣະນີ ດຽວກັນນັ້ນອີກ 2 ຄົນ ໂດຍເຍື້ອນເວລາ ປະຫານ ຜູ້ນຶ່ງອອກໄປ 2 ປີ ແລະ ອີກຜູ້ນຶ່ງ 8 ປີ.
ທັງ 6 ຄົນ ຖືກສານຕັດສິນ ເມື່ອເດືອນ ພຶສຈິກາ ຂອງປີ ຜ່ານມາວ່າ ໄດ້ກະທໍາ ຄວາມຜິດ ຂ້າຜູ້ອື່ນ ໂດຍເຈຕນາ ຄ້າຢາເສພຕິດ ລັກພາຕົວ ແລະປຸ້ນຊັພ. ທ້າວໜໍ່ຄໍາ ເປັນຫົວໜ້າ ແກ້ງຄ້າຢາເສພຕິດ ປະກອບອາວຸດ ຢູ່ເຂດ ແມ່ນໍ້າຂອງ ທີ່ຖືກຈັບໄດ້ ໃນຕົ້ນປີນີ້ ໂດຍການ ປະຕິບັດ ການຮ່ວມ ຂອງຕໍາຣວດ ຈາກ ປະເທດຈີນ ລາວ ພະມ່າ ແລະໄທ ພາຍຫລັງ ການສັງຫານ ລູກເຮືອຈີນ ຢ່າງໂຫດຫ້ຽມ ຢູ່ໃນເຮືອ ຂົນສິນຄ້າ ຂອງຈີນ ໃນແມ່ນໍ້າຂອງ ໃກ້ເຂດ ສາມຫລ່ຽມຄໍາ. ການປະຕິບັດການ ຮ່ວມກັນ ທີ່ວ່ານັ້ນ ເຮັດໃຫ້ ການຈໍາກັດ ອາສຍາກັມ ທີ່ມີຫລາຍ ຢູ່ເຂດຊາຍແດນ ດັ່ງກ່າວ ງ່າຍຂຶ້ນ.
ສານເມືອງຄຸນມິງ ປະຕິເສດ ຄໍາອຸທອນ ເມື່ອວັນທີ 20 ທັນວາ 2012 ຄໍາອຸທອນໂທດ ປະຫານຊີວິດ ເຈົ້າພໍ່ ໜໍ່ຄໍາ ແລະ ລູກນ້ອງ ຂອງເຂົາ 3 ຄົນ ຈະສົ່ງເຖິງ ສານປະຊາຊົນ ສູງສຸດ ທີ່ກຸງປັກກິ່ງ ເພື່ອໃຫ້ທົບທວນ ກ່ອນການ ປະຫານ.