ໄທຽສ້າງຫວັງໃນໂຄງການ ຣົຖໄຟຄວາມໄວສູງ

ປະເທດໄທຽ ມີສັກຍະພາບ ເປັນໄປໄດ້ ສູງ ໃນກາຣ ເສີມສ້າງ ເສຖກິຈ ຂອງຕົນ ໃຫ້ກ້າວໜ້າ ຫລັງຈາກ ໂຄງກາຣສ້າງ ເຊື່ອມໂຍງ ທາງຣົຖໄຟ ຄວາມໄວສູງ.
ຫວາດ ສີມູນ
2012.08.02

ຜົລກາຣ ສຳຣວຈວິຈັຍ ຂອງ ສະຖາບັນ ກາຣຄົ້ນຄວ້າ ຂອງໄທຽ ທີ່ນຳອອກເຜີຽແຜ່ ໃນມື້ວັນອັງຄາຣ ຜ່ານມານີ້ວ່າ ໄທຽ ມີສັກຍະພາບ ເປັນໄປໄດ້ສູງ ໃນກາຣ ເຮັດໃຫ້ເປັນພື້ນທີ່ ເກັບມ້ຽນ ເປັນສາງເສຖກິຈ ສຳຫລັບແຈກຈ່າຍ ໄປທົ່ວພູມີພາຄ ຫລັງຈາກ ໂຄງກາຣສ້າງທາງ ຣົຖໄຟ ຄວາມໄວສູງ ຫາກສ້າງແລ້ວ ສຳເຣັຈ ໃນອະນາຄົຕ ຍ້ອນວ່າໄທຽ ເປັນ ປະເທສທີ່ມີ ທ່າເຮືອນໍ້າເລິກ ຊື່ງອຳນວຍ ຄວາມສະດວກ ໃນກາຣຂົນສົ່ງ ສິນຄ້າ ພ້ອມຍັງເປັນຈຸດ ສຳຄັນ ທີ່ຈະຈັດສົ່ງ ສິນຄ້າ ໂດຽທາງຣົຖໄຟ ຄວາມໄວສູງ ຜ່ານລາວ ໄປເຖີງ ທາງພາຄໃຕ້ ຂອງປະເທສຈີນ.

ຜົລຂອງກາຣສຳຣວຈ ຍັງໄດ້ເນັ້ນ ໃຫ້ເຫັນວ່າ ໃນເມື່ອໂຄງກາຣ ສ້າງສາຍທາງຣົຖໄຟ ຄວາມໄວສູງ ຫາກບັນລຸ ເປົ້າໝາຍນັ້ນ ຍີ່ງຈະຊ່ວຍເຮັດໃຫ້ ເສຖກິຈ ຂອງໄທຽ ຂຍາຍໂຕ ຢ່າງວ່ອງໄວ ແລະ ປະຣິມານ ກາຣສົ່ງສິນຄ້າ ໄປຍັງປະເທສ ເພື່ອນບ້ານ ກໍຈະມີຫລາຍ ເພີ່ມຂຶ້ນ ໂດຽສະເພາະ ສິນຄ້າ ທີ່ສົ່ງອອກໄປຍັງ ປະເທສລາວ ທີ່ຕ້ອງຜ່ານ ຂົວມິຕພາບ ໜອງຄາຍ ຫາ ນະຄອນຫລວງ ວຽງຈັນ.

ສຳຫລັບສິນຄ້າ ຂອງໄທຽ ທີ່ຈະສົ່ງຜ່ານ ທາງພາຄເໜືອ ໃນເຂຕ ແຂວງຊຽງຮາຍ ຈະຜ່ານຂົວມິຕພາບ ທີ່ເມືອງຊຽງຂອງ ແລະ ເມືອງຫ້ວຍຊາຍ ກໍຄາດວ່າ ຈະມີມູລຄ່າເພີ່ມຂຶ້ນ ເຖີງ 30 ຕື້ບາທ ພາຍໃນປີ 2021 ຢ່າງແນ່ນອນ.

ຢ່າງໃດກໍຕາມ ໂຄງກາຮສ້າງ ທາງຣົຖໄຟ ຄວາມໄວສູງ ຈາກແຄວ້ນຢູນນານ ຂອງຈີນ ໂດຽຜ່ານລາວ ເຂົ້າໄທຽ ລົງໄປຍັງ ມາເລເຊັຽ ແລະ ສິງຄະໂປນັ້ນ ເປັນສ່ວນໜຶ່ງ ຂອງ ກາຣພັທນາ ເຂຕເສຖກິຈ ອາຊັຽນ ກັບ ສປຈີນ ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.