ນໍ້າຂອງບົກຂ້າມໄປມາ ງ່າຍຂຶ້ນ

ຊາວໄທ ຕາມແຄມແມ່ນໍ້າຂອງ ເປັນຫ່ວງ ບັນຫາການລັກລອບ ຢາເສບຕິດ ເພີ້ມຂຶ້ນ ຈາກແມ່ນໍ້າຂອງບົກແຫ້ງ ທີ່ເກີດຈາກພັຍແຫ້ງແລ້ງ ແລະ ການກັກນໍ້າ ໃນເຂື່ອນ.
ຈະເຣີນສຸກ
2012.11.19
F-mekong ນໍ້າຂອງ ໃນເຂດ ນະຄອນຫລວງ ວຽງຈັນ ຕອນຕົ້ນເດືອນ ພຶສຈິກາ 2012
RFA/Manichanh

ໃນກອງປະຊຸມ ເຂື່ອນໄຊຍະບູຣີ ເດີນໜ້າ ອະນາຄົດ ແມ່ນໍ້າຂອງ ທີ່ຈັດຂຶ້ນ ຢູ່ຣັຖສະພາໄທ, ຊາວບ້ານແຄມຂອງ ຫລາຍຄົນ ເປີດເຜີຍ ຂໍ້ມູນ ກ່ຽວກັບ ການລອກລອບ ຢາເສບຕິດຂ້າມຊາຕ ເພີ້ມຂຶ້ນ , ຊຶ່ງເປັນປະເດັນ ທີ່ໜ້າເປັນຫ່ວງ.

ໃນຊ່ວງຣະດູແລ້ງ ໄດ້ພົບເຫັນ ການລັກລອບຂົນຢາເສບຕິດ ຈາກຝັ່ງລາວ ໄປຍັງຝັ່ງໄທ ຫລາຍຂຶ້ນກ່ວາ ໃນອະດີດ, ເຮັດໃຫ້ ຊາວບ້ານ ເປັນຫ່ວງ ວ່າ ສະພາບໂລກຮ້ອນ ໃນປັຈຈຸບັນ ກໍເຮັດໃຫ້ ແມ່ນໍ້າຂອງບົກແຫ້ງ ໄວກ່ວາປົກຕິຢູ່ແລ້ວ, ຍິ່ງໄປກ່ວານັ້ນ ການກໍ່ສ້າງເຂື່ອນ ກໍຈະເຮັດໃຫ້ ມີການກັກນໍ້າເອົາໄວ້ຕື່ມ ຊຶ່ງຈະເຮັດໃຫ້ ເກີດນໍ້າຂອງບົກແຫ້ງ ຫລາຍກ່ວາ ທີ່ເປັນຢູ່ນີ້, ໂດຍສະເພາະ, ເຂື່ອນໄຊຍະບູຣີ ທີ່ພວມກໍ່ສ້າງ. ທ່ານ ສຸຣະສິງ ທະນັນທາ, ນາຍບ້ານ ແຫ່ງນຶ່ງ ຈາກແຂວງອໍານາດຈະເຣີນ, ກ່າວໃນຕອນນຶ່ງ ວ່າ:

”ສິ່ງທີ່ ຂ້າພະເຈົ້າເຫັນ ກໍຄື ຫລັງຈາກ ມີການກໍ່ສ້າງ ເຂື່ອນນັ້ນ ມາປຽບທຽບ ເບິ່ງວ່າ ເມື່ອກ່ອນ ເຮົາຈັບໄດ້ ປະມານ 100 ເມັດ 1000 ເມັດນິ ຕອນນັ້ນ ມັນຍັງມີນໍ້າຫລາຍ ພາຍຫລັງ ມີເຂື່ອນແລ້ວ ດຽວນີ້ ມັນເປັນແສນເມັດ ພຸ້ນເດ. ນີ້ ກໍສະແດງວ່າ ຖ້າມີການສ້າງເຂື່ອນນີ້ ການໄປມາຫາສູ່ກັນ ມັນງ່າຍຂຶ້ນ.”

ທ່ານ ກ່າວວ່າ ສະເພາະ ແຂວງອໍານາດ ຈະເຣີນນັ້ນ ມີພື້ນທີ່ຕິດກັບແມ່ນໍ້າຂອງ ປະມານ 18 ກິໂລແມັດ, ຈາກການທີ່ເຮັດວຽກ ເບິ່ງແຍງ ເຣື້ອງຢາເສບຕິດ ພົບວ່າ ໃນຊ່ວງຫລາຍປີ ທີ່ຜ່ານມາ ເຈົ້າໜ້າທີ່ ໄທ ສາມາດ ຈັບ ຜູ້ລັກລອບຂົນຢາເສບຕິດ ຂ້າມແມນໍ້າຂອງ ຈາກຝັ່ງລາວ ໄປໄທ ໂດຍສະເພາະ ລັກກລອບຂ້າມແມ່ນໍ້າຂອງ.

ຈາກສະຖິຕິ ຂອງສໍານັກງານ ປາບປາມ ຢາເສບຕິດ ຂອງໄທ ພົບວ່າ ຕັ້ງແຕ່ ປີ 2010 ເປັນຕົ້ນມາ ມີການຈັບກຸມ ຢາບ້າ ທີ່ຂົນມາຈາກ ສປປລາວ ໃນປະຣິມານ ຫລາຍກ່ວາ 1 ແສນເມັດ ໃນການຈັບກຸມ 29 ເທື່ອ, ຊຶ່ງຖືວ່າ ເພີ້ມສູງຂຶ້ນກ່ວາ ໃນອະດີດ.ໃນຂະນີ ການຈັບກຸມ ກັນຊາ ແຕ່ລະເທື່ອ ມີປະຣິມານ 10-20 ຕັນ, ຊຶ່ງສ່ວນຫລາຍ ເປັນການລັກລອບ ຂົນສົ່ງຂ້າມຊາຍແດນ ທາງແມ່ນໍ້າຂອງ. ຈາກຂໍ້ມູນ ຕ່າງໆ ເຮັດໃຫ້ຊາວໄທ ຕາມແຄມແມ່ນໍ້າຂອງ ເປັນຫ່ວງ ກ່ຽວກັບ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ,ໂດຍສະເພາະ, ເຂື່ອນໄຊຍະບູຣີ ຈະເຮັດໃຫ້ ແມ່ນໍ້າຂອງ ມີການປ່ຽນແປງ ຢ່າງຫລວງຫລາຍ. ນໍ້າບົກລົງ ກາຍເປັນຊ່ອງທາງ ໃຫ້ຂະບວນການ ຢາເສບຕິດ ໃຊ້ຂົນສົ່ງ ຢາເສບຕິດ ໄດ້ງາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.