ອາເຊັມຜ່ານໄປ ຜູ້ນໍາໄດ້ BENZ
2012.11.08

ຣົດ Benz ຈໍານວນ 100 ກ່ວາຄັນ ທີ່ຣັຖບານ ໄດ້ສັ່ງຊື້ຈາກ ບໍຣິສັດ Daimler AG ຢູ່ປະເທດ ສິງຄະໂປ ເພື່ອມາຮັບໃຊ້ ບັນດາ ຜູ້ນໍາໂລກ ທີ່ມາຮ່ວມ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ຄັ້ງທີ່ 9 ຢູ່ນະຄອນຫລວງ ວຽງຈັນ. ປັຈຈຸບັນຣົດ Benz ດັ່ງກ່າວ ຖືກໂອນໄປເປັນ ຣົດ ປະຈໍາຕໍາແຫນ່ງ ຂອງເຈົ້າໜ້າທີ່ ພັກແລະຣັຖ ແລ້ວ. ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ກະຊວງການຄັງ ໃນລາວ ທ່ານນນື່ງ ທີ່ບໍ່ປະສົງ ອອກຊື່.
ຜູ້ທີ່ມີສິດໄດ້ຮັບ ຣົດປະຈໍາຕໍາແຫນ່ງ ກໍຄື ສະມາຊິກ ກົມການເມືອງ ກັມມະການ ບໍຣິຫານ ສູນກາງພັກ ປະທານປະເທດ ປະທານສະພາ ນາຍົກຣັຖມົນຕຣີ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ປະຈໍາກະຊວງ ເຈົ້າແຂວງ ຫົວໜ້າສູນກາງ ແນວລາວສ້າງຊາຕ ປະທານ ສະຫະພັນ ແມ່ຍິງລາວ ສະຫະພັນ ກັມມະບານ ແລະ ສູນກາງ ຊາວຫນຸ່ມ ປະຕິວັດ.
ການພິຈາຣະນາ ມອບຣົດ Benz ໃຫ້ແຕ່ລະຜູ້ນໍາ ນັ້ນແມ່ນອີງຕາມ ຄວາມສໍາຄັນ ຂອງໜ້າທີ່ ຕໍາແໜ່ງ. ຣົດ Benz ທີ່ສັ່ງຊື້ ແລະ ໄດ້ຮັບແລ້ວນັ້ນ ມີສອງຮຸ້ນ ຄືຣຸ້ນ S350 45 ຄັນ E350 60 ຄັນ. ນອກນັ້ນ ແມ່ນຣົດໂຕໂຍຕ້າ ລຸ້ນຫລູຫລາ ຈໍານວນ 149 ຄັນ ຊື່ງໄດ້ສັ່ງມາ ພ້ອມໆກັນ ເພື່ອຮັບໃຊ້ ກອງປະຊຸມ ອາເຊັມນັ້ນ ກໍຈະໂອນໃຫ້ ເຈົ້າໜ້າທີ່ ພັກແລະຣັຖ ຣະດັບຫລຸດໆລົງມາ. ທາງການລາວໄດ້ ຈ່າຍງົບປະມານ ເປັນຈໍານວນເງິນ ປະມານ $20 ລ້ານໂດລ້າ ສໍາລັບຊື້ຣົດ ດັ່ງກ່າວ ໂດຍຢືມເງິນຈາກ ຕ່າງປະເທດ.
ຫລາຍຄົນ ໃຫ້ຂໍ້ສັງເກດວ່າ ຕໍ່ໆໄປ ລາວຈະເປັນເຈົ້າພາບ ກອງປະຊຸມ ຣະດັບສາກົນ ຫລາຍກອງປະຊຸມ ໃນແຕ່ລະປີ ພາຍຫລັງ ທີ່ລາວ ມີປະສົພການ ໃນການ ຈັດປະຊຸມ ແລະ ໂຄງຮ່າງຕ່າງໆ ກໍຕຽມພ້ອມ ໝົດແລ້ວ.
ຖ້າວ່າໂອນຣົດໃຫ້ ບັນດາ ເຈົ້າໜ້າທີ່ຣະດັບສູງ ໝົດແລ້ວ ສໍາລັບ ກອງປະຊຸມ ຕໍ່ໆໄປ ຈະເອົາຣົດມາແຕ່ໃສ ອີກ ມາຮັບໃຊ້ແຂກ ຕ່າງປະເທດ.