ໂຄງການຣົດໄຟລາວວຽດນາມ ຈະຕໍ່ກັບໄທ
2012.12.13

ທາງຣົດໄຟ ຄວາມໄວສູງ ລາວ-ວຽດນາມ ທີ່ຈະສ້າງນັ້ນ ໃນ ອະນາຄົດ ຈະເຊື່ອມຕໍ່ ກັບເສັ້ນທາງ ຣົດໄຟ ແຂວງ ມຸກດາຫານ ຂອງໄທ ໂດຍຈະສ້າງ ຂົວຂ້າມນໍ້າຂອງ ອີກນື່ງແຫ່ງ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ:
"ຕາມແຜນວ່າ ເຊື່ອມຕາມ ເຂົາເຈົ້າເວົ້າ ພວກຂະເຈົ້າ ຈະມາລົງທືນ ຫັ້ນນະ ເຂົາເຈົ້າວ່າ ມີແຜນທີ່ ຈະເຮັດຂົວຂ້າມ ມຸກດາຫານ ຂ້າມຣົດໄຟ ຕ້ອງໄດ້ເຮັດ
ຂົວຂ້າມ ຄິດວ່າ ຂົວນີ້ແມ່ນສ້າງ ຕາມຫລັງ ສ້າງທາງ ໄປທາງວຽດ ນີ້ກ່ອນຫັ້ນນ່າ".
ທ່ານວ່າ ຈຸດເລີ້ມຕົ້ນ ຂອງທາງຣົດໄຟ ຢູ່ເມືອງ ສວັນນະເຂດ ນັ້ນ ຍັງບໍ່ເປັນທີ່ ແຈ່ມແຈ້ງເທື່ອ ອາດຈະຢູ່ ບ້ານປາກບໍ່ ຂື້ນໄປທາງເໜືອ ຂົວມິຕພາບ ແຫ່ງທີ 2 ບ່ອນທີ່ເຂດ ເສຖກິດພິເສດ ຕັ້ງຢູ່. ຣາຍງານຂ່າວ ໃນຣະຍະ ຜ່ານມາວ່າ ຈຸດເລີ້ມຕົ້ນ ອາດຢູ່ບ້ານ ໂພນສວັນ ທາງໃຕ້ຂົວ ມິຕພາບ.
ການລົງມື ສ້າງທາງຣົດໄຟ ສາຍນີ້ ຈະເລີ້ມໃນເດືອນ ມົກກະຣາ ປີ 2013 ຈະແມ່ນ ບໍຣິສັດ Giant Consolidated ຈາກປະເທດ ມາເລເຊັຽ ວຽກງານ ກໍ່ສ້າງ ຈະໃຊ້ເວລາ ປະມານ 5 ປີ ຈະໃຫ້ສໍາເຣັດ ແລະ ຄາດວ່າ ໃນເວລານັ້ນ ວຽກງານສ້າງ ເສັ້ນທາງຣົດໄຟ ເຊື່ອມຕໍ່ ກັບແຂວງ ມຸກດາຫານ ກໍຄົງຈະເລີ້ມ.
ເຖິງຢ່າງໃດກໍດີ ການເໜັງຕີງ ໃດໆກໍຍັງ ບໍ່ເກີດຂື້ນ ແຕ່ເຈົ້າໜ້າທີ່ ແຂວງ ສວັນນະເຂດ ແລະຊາວເມືອງ ສວັນນະເຂດ ກໍໄດ້ເວົ້າເຖິງ ການໃຊ້ ຄົນງານແລ້ວ ວ່າຄວນຈ້າງ ຄົນງານລາວ.