ໂຣຄຊນິດຄ້າຍໂຣຄເອດສ໌ ແຕ່ບໍ່ຕິດຕໍ່ກັນ

ເຊື້ອໂຣຄຊນິດໃໝ່ ທີ່ຄ້າຍຄື ກັບໂຣຄ ເອດສ໌ ທີ່ຣະບາຕ ໃນເອເຊັຽ ບໍ່ເປັນໂຣຄ ຕິດຕໍ່ ກັນໄດ້ ແຕ່ຢ່າງໃດ.
ຫວາດ ສີມູນ
2012.08.23

ນັກວິທຍາສາຕ ກາຣແພທ ທີ່ຄົ້ນຄວ້າ ໄດ້ພົບເຫັນ ເຊື້ອໂຣຄ ທີ່ຣະບາຕ ໃນເຂຕເອເຊັຽ ແລະພົບເຫັນຢູ່ກັບ ຜູ້ປ່ວຍ ໂຣຄເອດສ໌ ຢູ່ໃນ ສະຫະຣັຖ ໃນປັຈຈຸບັນ ແຈ້ງວ່າ ມັນເປັນ ໂຣຄຊນິດທີ່ ບໍ່ມີກາຣຕິດຕໍ່ໄດ້ ຢ່າງງ່າຍດາຍ.

ດຣ. Sarah Browne ນັກວິທຍາສາຕ ຈາກສະຖາບັນ ຄົ້ນຄວ້າ ເຊື້ອໂຣຄຕິດຕໍ່ ແລະ ພູມແພ້ ໄດ້ແຈ້ງວ່າ ເຊື້ອໂຣຄ ທີ່ພົບເຫັນໃໝ່ນີ້ ມີລັກສະນະ ຄ້າຍໆຄືກັບ ໂຣຄເອດສ໌ ແຕ່ຫາກບໍ່ຕິດຕໍ່ ໄປໃສ່ຜູ້ຄົນອື່ນ ໄດ້ຢ່າງງ່າຍ ຄືກັບໂຣຄເອດສ໌ ແຕ່ຢ່າງໃດ ພາຍຫລັງທີ່ມີ ກາຣດຳເນີນ ກາຣກວດວິຈັຍ ແລະ ຄົ້ນຄວ້າ ຢູ່ປະເທສໄທຽ ແລະ ຢູ່ໃຕ້ຫວັນ ແຕ່ປີ 2004 ເປັນຕົ້ນມາ.

ໃນຂນະດຽວກັນນີ້ Dr. Nennis Maki ຈາກມະຫາວິທຍາລັຍ ຣັຖ Wisconsin ກໍວ່າເປັນໜ້າ ຕື່ນເຕັ້ນທີ່ສຸດ ພາຍຫລັງ ທີ່ດຳເນີນກາຣ ຄົ້ນຄວ້າ ແລະ ສຳຣວຈມາແລ້ວ ທີ່ວ່າບໍ່ມີ ກາຣຕິດຕໍ່ ຈາກຜູ້ປ່ວຍຄົນໜຶ່ງ ໄປໃສ່ອີກຜູ້ໜຶ່ງ ແຕ່ກໍຍັງ ມີຄວາມເປັນຫ່ວງ ຢ້ານວ່າ ເຊື້ອໂຣຄດັ່ງກ່າວ ອາຈສາມາຕ ປ່ຽນພັນ ແລະ ແພ່ຣະບາຕ ຫລື ຕິດຕໍ່ແພ່ຂຍາຍ ອອກໄປ ເລື້ອຍໆກໍເປັນໄດ້ ທີ່ທາງກາຣ ກ່ຽວຂ້ອງ ຄວນຈະມີກາຣ ຄົນຄວ້າ ແລະ ວິຈັຍ ໂດຽລະອຽດ ຕໍ່ໄປ.

Dr. Maki ໄດ້ກ່າວຢ້ຳເພີ່ມວ່າ ເຊື້ອໂຣຄ ຊນິດໃໝ່ນີ້ ມັກຈະພົບເຫັນ ໃນກຸ່ມຄົນ ທີ່ມີອາຍຸແຕ່ 50 ປີ ຂຶ້ນໄປ ແຕ່ກໍບໍ່ພົບເຫັນວ່າ ມີກາຣຕິດຕໍ່ ໃສ່ຫລາຍຄົນ ໃນຄອບຄົວ ດຽວກັນ ແຕ່ຢ່າງໃດ ໃນປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.