ສະພາແຫ່ງຊາຕໝາຍ ກໍາຈັດໂຣຄເອດສ
2012.10.30
ໃນຣະຫວ່າງ ການປຶກສາຫາລື ກັນ ແບບໂຕະມົນ ແຫ່ງຊາດ ກ່ຽວກັບ ເຊື້ອໂຣຄ HIV/AIDS ທີ່ຈັດຂຶ້ນຢູ່ ແຂວງຈໍາປາສັກ ໃນວັນຈັນ ຜ່ານມາ ຊຶ່ງ ເປັນກິຈກັມ ຄັ້ງທໍາອິດ ໃນໂອກາດ ວັນ AIDS ໂລກ 2012 ບັນດາ ສະມາຊິກ ສະພາແຫ່ງຊາດ ຂອງລາວ ມີຄວາມມຸ້ງໝັ້ນ ທີ່ຈະເຮັດໃຫ້ ໄດ້ຕາມຖແລງການ ຂອງອົງການ ສະຫະປະຊາຊາດ ທີ່ບໍ່ໃຫ້ມີ ການຕິດເຊື້ອໂຣຄ HIV ອີກຕໍ່ໄປ ບໍ່ມີການຈໍາແນກ ກັນໃໝ່ ແລະ ບໍ່ເປັນ AIDS ທີ່ເຮັດໃຫ້ມີ ການເສັຍຊີວິດ ຢູ່ລາວ.
ການປຶກສາຫາລື ນັ້ນແມ່ນ ສະພາແຫ່ງຊາດ ສປປ ລາວ ກອງທຶນ ສະຫະປະຊາຊາດ ເພື່ອ ປະຊາກອນ UNFPA ແລະ ໂຄງການຮ່ວມ ຂອງ ສະຫະປະຊາຊາດ ກ່ຽວກັບ ເຊື້ອໂຣຄ HIV/AIDS ເປັນເຈົ້າພາບ ຈັດຂຶ້ນ.
ສະພາບການ ຕິດເຊື້ອໂຣຄ HIV/AIDS ຢູ່ປະເທດລາວ ປັດຈຸບັນ ເພີ່ມຂຶ້ນ ແຕ່ການແພ່ຂຍາຍ ຂອງ ເຊື້ອໂຣຄນັ້ນ ແມ່ນຊ້າກວ່າ ໃນປະເທດຕ່າງໆ ທີ່ ອ້ອມຂ້າງ ເຊັ່ນ ວຽດນາມ ກໍາພູຊາ ໄທ ແລະ ພະມ້າ. ປັຈຈຸບັນ ຄາດວ່າຢູ່ໃນລາວ ມີຜູ້ຕິດເຊື້ອ ໂຣຄ HIV/AIDS ປະມານ 9,000 ຄົນ ໃນນັ້ນ ເມື່ອປີຜ່ານມາ ມີຜູ້ຕິດເຊື້ອໃໝ່ 1,000 ຄົນ ໃນຈໍານວນ ປະຊາກອນ ຂອງລາວ ທີ່ມີປະມານ 6 ລ້ານ 4 ແສນຄົນ.
ຄວາມສ່ຽງຕໍ່ການ ຈະຕິດເຊື້ອໂຣຄ HIV/AIDS ຢູ່ລາວ ແມ່ນການ ຮ່ວມເພດສໍາພັນ ຂອງພວກຄົນງານ ຜູ້ຊາຍທີ່ຮ່ວມເພດ ກັບຜູ້ຊາຍ ແລະ ການໃຊ້ເຂັມສີດຢາ ຮ່ວມກັນ. ດັ່ງນັ້ນ ຈື່ງຕ້ອງມີການ ປ້ອງກັນ ມີການ ທົດລອງວິຈັຍ ມີການກວດສອບ ແລະ ການບໍາບັດ ປິ່ນປົວ ພວກທີ່ຕິດ ເຊື້ອໂຣຄນັ້ນ.