ລາວ-ວຽດນາມກູ້ເງິນ ຕ້ານໂຣຄເອສ

ທະນາຄານ ພັທນາເອເຊັຽ ໃຫ້ເງິນກູ້ ແກ່ ສປປ ລາວ ແລະ ວຽດນາມ ສໍາລັບ ໂຄງການຕ້ານ ໂຣຄເອສ.
ສົມເນ
2012.10.31

ທະນາຄານ ພັທນາເອເຊັຽ ຖແລງການ ໃນວັນທີ່ 31 ຕຸລາ 2012 ນີ້ວ່າ ທາງທະນາຄານ ໄດ້ອະນຸມັດ ເງິນກູ້  $20  ລ້ານເພື່ອໃຊ້ໃນ ໂຄງການ ປ້ອງກັນ ການແພ່ລາມ ຂອງເຊື້ອໂຣຄ HIV ຢູ່ສປປລາວ ແລະ ວຽດນາມ.

ທະນາຄານ ພັທນາເອເຊັຽ ໃຫ້ເງິນສນັບສນູນ ໂຄງການ 5 ປີ ເພື່ອການວາງແຜນ ແລະຄຸ້ມຄອງ ຍົກຣະດັບ ວິຊາຄວາມຮູ້ ຄວາມສາມາດ ຂອງ ພະນັກງານ ສຸຂອະນາມັຍ ທີ່ໃຫ້ການ ບໍຣິການ ກ່ຽວກັບການປິ່ນປົວ ແລະ ປ້ອງກັນເຊື້ອໂຣກ HIV ຢູ່ໃນເຂດ ຊົນນະບົດ ແລະ ໂຄສະນາສືກສາ ການປະພຶດໂຕ ຂອງກຸ່ມທີ່ສ່ຽງຕໍ່ ການຕິດເຊື້ອໂຣຄ.

ໂຄງການຂອງ ທະນາຄານ ພັທນາເອເຊັຽ ແມ່ນສຸມໃສ່ 23 ແຂວງຊາຍແດນ ຂອງປະເທດ ອະນຸພູມີພາຄ ແມ່ນໍ້າຂອງ ຍ້ອນວ່າມີຜູ້ຄົນ ຂ້າມໄປມາຫາກັນ ຢູ່ຕລອດ ປະກອບ ກັບກິຈການ ໂຮງແຮມ ຄາຊີໂນ ມີເພີ້ມຂື້ນ ຊື່ງໃຫ້ອັດຕຣາ ຄົນຕິດເຊື້ອໂຣຄ hiv ມີເພີ້ມຂື້ນ. ເມື່ອວັນທີ່ 29 ຕຸລາ 2012 ສະມາຊິກ ສະພາແຫ່ງຊາຕ ທີ່ເຂົ້າຮວມ ສົນທະນາ ກອງປະຊຸມ ໂຕະມົນ ກ່ຽວກັບ ການຕ້ານໂຣກເອສ ທີ່ ແຂວງຈໍາສັກ ປະກາດວ່າ ທາງສະພາ ມີພັນທະ ບໍ່ໃຫ້ຄົນຕາຍຍ້ອນ ໂຣກເອສຕື່ມອີກ ໃນລາວ.

ປັດຈຸບັນ ຈໍານວນຄົນ ຕິດເຊື້ອໂຣຄ HIV ແລະ ເປັນເອສ ໃນສປປລາວ ເພີ້ມຂື້ນເປັນ ປະມານ 9 ພັນ ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.