ຢູໂຣບຈະເພີ້ມຊ່ວຍເຫຼືອ ສປປລາວ

ຢູໂຣບ ໃຫ້ຄໍາໝັ້ນໃຈ ແກ່ ສປປລາວ ວ່າຈະຊ່ວຍເຫລືອ ໃຫ້ ບັນລຸ ເປົ້າໝາຍ ສະຫັດສວັດ ຂອງ ສະຫະປະຊາຊາດ ເພື່ອການ ພັທນາ ແລະ ການຄ້າ.

ປະທານ ສະພາຢູໂຣບ ທ່ານ Herman Van Rompuy (ຂວາ) ແລະ ທ່ານ Jose Manuel Barroso European Commission President (ຊ້າຍ) ທີ່ຮ່ວມຢູ່ໃນ ພິທີປິດ ກອງປະຊຸມ ອາເຊັມ ຄັ້ງທີ 9 ທີ່ສູນກາງ ຫໍປະຊຸມ ແຫ່ງຊາຕ ນະຄອນຫລວງ ວຽງຈັນ ວັນທີ 6 ພຶສຈິກາ 2012
ປະທານ ສະພາຢູໂຣບ ທ່ານ Herman Van Rompuy (ຂວາ) ແລະ ທ່ານ Jose Manuel Barroso European Commission President (ຊ້າຍ) ທີ່ຮ່ວມຢູ່ໃນ ພິທີປິດ ກອງປະຊຸມ ອາເຊັມ ຄັ້ງທີ 9 ທີ່ສູນກາງ ຫໍປະຊຸມ ແຫ່ງຊາຕ ນະຄອນຫລວງ ວຽງຈັນ ວັນທີ 6 ພຶສຈິກາ 2012 (credit:ETA)

0:00 / 0:00

ອາເຊັມ ບໍ່ເປັນບ່ອນ ທີ່ມີການຕັດສິນບັນຫາ ຢ່າງເປັນ ທາງການໃດໆ ເພາະ ອາເຊັມ ເປັນເວທີ ເຈຣະຈາ ເພື່ອສ້າງຕັ້ງ ຂໍ້ຕົກລົງສັນຍາ ຕ່າງໆ ເພື່ອເສີມຂຍາຍ ການພົວພັນ ຣະຫວ່າງ 2 ຝ່າຍໃນບັນດາ ປະເທດຢູໂຣບ ແລະ ປະເທດເອເຊັຽ. ຕາມຄໍາເວົ້າ ຂອງທ່ານ ເຮີເມິນ ວັນ ຣອມປຸຍ ປະທານ ສະພາຢູໂຣບ.

ທ່ານເຮີເມິນ ກ່າວຕອບຄໍາຖາມ ໃນກອງປະຊຸມ ຖແລງຂ່າວ ຜົນຂອງກອງປະຊຸມ ສຸດຍອດ ຂອງບັນດາ ຜູ້ນໍາ ເອເຊັຽ-ຢູໂຣບ ຫລື ອາເຊັມ ຄັ້ງທີ 9 ເມື່ອຕອນແລງ ວັນທີ 6 ພຶສຈິກາ 2012 ນີ້ວ່າ:

"ພວກທ່ານໄດ້ ເຈຣະຈາ ຫາຣື ກັບນາຍົກ ຣັຖມົນຕຣີລາວ ກັບບັນດາ ຣັຖມົນຕຣີ ໃນຄະນະ ຣັຖບານລາວ ແລະກໍໄດ້ຢືນຢັນ ຕື່ມອີກເຖິງ ພັນທະ ຂອງພວກທ່ານ ໃນການ ໃຫ້ການຊ່ວຍເຫລືອ ທາງການ ເພື່ອການພັທນາ ຫລື ໂອດີຊີ ແກ່ລາວ ແລະ ກໍໄດ້ປະກາດວ່າ ແຕ່ປີ 2014 ຫາ 2020 ຊຶ່ງເປັນຣະຍະ ງົບປະມານ 7 ປີ ຂອງພວກທ່ານ ນັ້ນ ການຊ່ວຍເຫລືອ ໂອດີຊີ ແກ່ສປປລາວ ຈະເພີ່ມຂຶ້ນ".

ນີ້ເປັນການ ປະກອບສ່ວນ ທີ່ສໍາຄັນ ໃນການພັທນາ ຂອງລາວ ເພື່ອໃຫ້ລາວ ບັນລຸເປົ້າໝາຍ ສະຫັດສວັດ ສະຫະປະຊາຊາດ ເພື່ອການພັທນາ ໄດ້:

"ທ່ານກ່າວຕໍ່ໄປ ເຖິງເຣື່ອງການຄ້າ ແລະ ການລົງທຶນ ວ່າ ຢູໂຣບ ເປັນຄູ່ຮ່ວມ ທີ່ສໍາຄັນຂອງລາວ ແລະຢູໂຣບ ກໍຕ້ອງການເດີນຕາມ ເສັ້ນທາງນີ້ຕໍ່ໄປ ໂດຍສະເພາະ ເຣື່ອງການຊ່ວຍເຫລືອ ທາງການ ເພື່ອການພັທນາ ໂອດີເອ ຊຶ່ງພວກທ່ານ ຈະເພີ່ມທະວີ ການຊ່ວຍເຫລືອນັ້ນ ໃນຊ່ວງປີ ງົບປະມານ ທີ່ຈະມາເຖິງນີ້.

ຜູ້ຮ່ວມ ຖແລງຂ່າວ ສລຸບຜົນ ຂອງກອງປະຊຸມ ສຸດຍອດ ອາເຊັມ ຄັ້ງທີ 9 ທີ່ນະຄອນຫລວງ ວຽງຈັນ ເມື່ອຕອນແລງ ວັນທີ 6 ພຶສຈິການີ້ ກໍມີ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີລາວ ທ່ານ ເຮີເມັນ ວັນ ຣອມປຸຍ ປະທານ ສະພາຢູໂຣບ ແລະທ່ານ ໂຈເຊ ມານຸແອັນ ບາໂຣໂຊ ປະທານ ຄະນະກັມມາທິການ ຢູໂຣບ.